|
 |
(GMT+08:00)
2005-07-30 19:56:03
|
ລັດຖະບານຟິລິປິນຕົກລົງຖອນເຈົ້າໜ້າທີ່ປະຈຳອີຣັກໄປຮອດຊອກດານີ
cri
ຕາມຂ່າວcri: ວັນທີ 29 ກໍລະກົດ,ກະຊວງການຕ່າງປະເທດຟິລິປິນຕົກລົງຖອນເຈົ້າໜ້າທີ່ການທູດຟິລິປິນປະຈຳອີຣັກອອກຈາກແບກແດດຊົ່ວຄາວ,ແລ້ວຍ້າຍໄປຢູ່ອຳມານ ນະຄອນຫລວງຊອກດານີ. ໃນຖະແຫລງການສະບັບໜຶ່ງຂອງກະຊວງການຕ່າງປະເທດຟິລິປິນໃນວັນທີ 29 ກໍລະກົດໄດ້ກ່າວວ່າ,ໃນໄລຍະມໍ່ໆມານີ້,ອີຣັກໄດ້ເກີດເຫດການລະເບີດແບບຂ້າໂຕຕາຍເລື້ອຍໆ,ທູຕານຸທູດຕ່າງປະເທດຫລາຍຄົນຖືກລັກພາຕົວຢູ່ອີຣັກ,ຄວາມປອດໄພດ້ານຮ່າງກາຍຂອງພະນັກງານການທູດປະຈຳແບກແດດປະເຊີນກັບຄວາມອັນຕະລາຍ.ສະນັ້ນ,ກະຊວງການຕ່າງປະເທດຟິລິປິນຕົກລົງຖອນເຈົ້າໜ້າທີ່ການທູດຟິລິປິນປະຈຳອີຣັກອອກຈາກແບກແດດຊົ່ວຄາວ. ແຕ່ເດືອນກໍລະກົດປີນີ້ເປັນຕົ້ນມາ,ເຈົ້າໜ້າທີ່ການທູດເອຢິບ ບາເລນ ອານເຊລີແລະປາກີສະຖານປະຈຳອີຣັກໄດ້ຖືກລັກພາຕົວຢູ່ອີຣັກຕາມໆກັນ,ໃນນັ້ນມີ 3 ຄົນປະສົບເຄາະຮ້າຍ.
|
|
|