ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Thursday    Apr 24th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-30 20:05:29    
ເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນຄັ້ງທີ 12 ປິດ​ປະຊຸມ

cri
ຕາມ​ຂ່າວ​​cri:ວັນ​ທີ 29 ກໍລະກົດ,​ເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນຄັ້ງທີ 12 ທີ່​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງຈັນ​ຂອງ​ລາວ​ເປັນ​ເວລາ​ໜຶ່ງ​ມື້​ໄດ້​ປິດ​ປະຊຸມ.​ໃນ​ເວລາ​ປິດ​ປະຊຸມ,ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫລື​ຜູ້​ຕາງໜ້າຂອງ 25 ສະມາຊິກ​ເວທີ​ປາ​ໄສ​ອາຊ​ຽນ​ໄດ້​ອອກ​ຖະ​ແຫລ​ງການ​ປະທານ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.

ຖະ​ແຫລ​ງການ​ໄດ້​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ເວທີ​ປາ​ໄສ​ອາຊ​ຽນ​ໃນ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ຫລາຍ​ຝ່າຍ​ພາກ​ພື້ນ​ອາຊີ​ປາຊິ​ຟິກ,​ແລະ​ໄດ້​ວາງ​ຂໍ້​ສະ​ເໜີ​ຕໍ່​ບັນຫາ​ບັນດາ​ທີ່ສະມາຊິກ​ຮ່ວມ​ມື​ປ້ອງ​ກັນ​​ໄພ​ຫລຸດ​ໄພພ້ອມ​ດ້ວຍ​ການ​ຮັບມື​ກັບການ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ທີ່​ບໍ່​ແມ່ນ​ດັ້ງ​ເດີມ​ເປັນ​ຕົ້ນ.

​ໃນ​ບັນຫາ​ສາກົນ​ແລ​ະພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ,ຖະ​ແຫລ​ງການ​ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບ​ຮອບດ້ານ.ຖະ​ແຫລ​ງການ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫລມ​ເກົາຫລີ​​ໄດ້ຟື້ນ​ຟູ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ແລະ​ຫວັງ​ໃຫ້ການ​ເຈລະຈາ​ຈົ່ງໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ທາດ​ແທ້.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040