ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-31 17:54:13    
ອີຣັກ​ກຳ​ນົດ​ຕົວ​ເມືອງ​ຮັບ​ຄຸ້ມ​ຄອງ​ງວດ​ທຳ​ອິດ​ທ່ານ​ຊັດ​ດາມ​ຖືກ​ບຸກ​ໂຈມ​ຕີ​ໃນ​ສານ

cri
ຕາມ​ຂ່າວCRI,ວັນ​ທີ30​ກໍລະກົດ,ຝ່າຍ​ທາງ​ການ​ອີຣັກ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ຕົວ​ເມືອງ​ງວດ​ທຳອິດທີ່​ອີຣັກຮັບ​ຄຸ້ມ​ຄອງ​.

ທ່ານ​ລູບາ​ອີ ທີ່​ປຶກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອີຣັກກ່າວ​ວ່າ,ຕົວ​ເມືອງ​ງວດ​ທຳ​ອິດ​ທີ່​ກອງ​ທະຫານ​ນາໆ​ຊາດ​ປະຈຳ​ອີຣັກຈະ​ມອບສິດ​ຄວບ​ຄຸມ​ໃຫ້​ອີຣັກນັ້ນລວມມີ7​​​ແຫ່ງ.ນີ້​ແມ່ນ​ຕົວ​ເມືອງ​ຈຳນວນ​ໜຶ່ງ​ທີ່​ມີ​ສະຖານະ​ການ​ຄວາມ​ປອດ​ໄພ​ອ່າວ​ໝັ້ນ​ທ່ຽງ.​ແຕ່​ທ່ານ​ບໍ່​ໄດ້​ເຜີຍ​ໃຫ້​ຮູ້​ຕາລາງ​​ເວລາ​ທີ່​ກອງ​ທະຫາ​ນາໆ​ຊາດ​ຈະຖອນ​ອອກ​ຈາກ​ຕົວ​ເມືອງ​ເຫຼົ່າ​ນີ້.

ຄຽງ​ຄູ່​ກັບຂະ​ບວນວິວັດ​ສ້າງສາການ​ເມືອງ​ຄືນ​ໃໝ່​ຂອງ​ອີຣັກ​ໄດ້​ຄືບ​​ໄປ​ໜ້າ,​ການ​ກະ​ກຽມ​ໄລ​ຍະ​ຕົ້ນ​ກ່ຽວ​ກັບ​ການ​ໄຕ່​ສວນ​ຕັດສິນ​ທ່ານ​ຊັດ​ດາມ​ກໍ​ພວມ​ຂ້ຽວ​ເລັ່ງດຳ​ເນີນ​ຢູ່.ວັນ​ທີ30​ກໍ​ລະ​ກົດ,​ຄະ​ນະ​ທະ​ນາຍ​ຄວາມ​ຂອງ​ທ່ານ​ຊັດ​ດາມ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,ວັນ​ທີ​28​ກໍ​ລະ​ກົດ,​ໃນ​ເວລາ​ທ່ານ​ຊັດ​ດາມ​ອອກ​ຈາກ​ສານ​ພາຍຫຼັງ​ຮັບ​ການ​ຍົກ​ກະທູ້​ຖາມ​ຂອງ​ສານ​ພິ​ເສດ​ອີ​ຣັກ​ແລ້ວ,​​ມີ​ຄົນ​ບຸກ​ໂຈມ​ຕີ​ເຂົາ​ຢ່າງ​ກະ​ທັນ​ຫັນ​ແລະ​ທຸບ​ຕີ​ກັບ​ເຂົາ.

ນອກ​ນີ້,​ຂ່າວ​ແຈ້ງວ່າ,ຕອນ​ເຊົ້າ​ວັນ​ທີ30​ກໍລະກົດ,ຂະ​ບວນລົດ​ຂອງ​ສະ​ຖານ​ກົງ​ສູນ​ອັງ​ກິດ​ປະ​ຈຳ​ບາສ​ລາ​ຖືກ​ຫຼອນ​ໂຈມ​ຕີ​ດ້ວຍລະ​ເບີດ​ຢູ່​ຂ້າງ​ທາງ.ນອກ​ນີ້,​ໃນ​ມື້​ດຽວ​ກັນ,​ຢູ່​ມໍ່​ໂຮງ​ລະ​ຄອນ​ແຫ່ງ​ຊາດ​ອີຣັກ​ທີ່​ຢູ່ນະຄອນຫຼວງແບກ​ແດດ​ໄດ້​ເກີດ​ເຫດ​ການ​ລົດ​ຍົນ​ລະ​ເບີດ.