ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-01 11:00:12    
ການ​ເລືອກ​ຕັ້ງຄະນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ​ຈະ​ເລື່ອນ​ເວ​ລາ​ໄປ​ຮອດ​ເດືອນ​ມັງ​ກອນ​ປີ​ໜ້າ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 31 ກໍລະກົດ ທ່ານ​ຊາ​ອັດ ລັດຖະມົນຕີ​ຖະ​ແຫຼງຂ່າວ​ປາ​ເລັສ​ຕິນ​ກ່າວ​ວ່າ, ການ​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ​ເຊິ່ງ​ແຕ່​ເດີມ​ໄດ້​ກຳ​ນົດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ປີ​ນີ້​ນັ້ນ ຈະ​ເລື່ອນ​​ເວລາ​ໄປ​ຮອດ​ເດືອນ​ມັງ​ກອນ​ປີ​ໜ້າ.

ທ່ານ​ຊາ​ອັດ​ກ່າວ​ວ່າ, ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຈະ​ປະ​ກາດ​ຄຳ​ສັ່ງ​ການ​ຕົກລົງ​ດັ່ງກ່າວ​ໃນວັນ​ທີ 7 ສິງຫາ.

ການ​ເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ​ເຊິ່ງແຕ່​ເດີມ​ໄດ້​ກຳນົດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍລະກົດຖືກ​ເລື່ອນ​ເວລາ. ຫາງ​ສຽງ​ເຫັນ​ວ່າ, ທ່ານ​ອັບ​ບາສ​ເລື່ອນ​​ເວລາ​ຈັດ​ການ​ເລືອກ​ຕັ້ງ ຕົ້ນຕໍ​ແມ່ນ​ຍາດ​ແຍ່ງ​ເວລາຫຼາຍກວ່າ​ເກົ່າ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ​ປາ​ເລັສ​ຕິນ​ມີ​ສະ​ຖຽນ​ລະ​ພາບ​ແລະ​ດຳ​ເນີນ​ການ​ປະຕິ​ຮູບ​ລັດຖະບານ, ​ເພື່ອ​ເຮັດ​ໃຫ້​ອົງການ​ຟາ​ຕາ ຝ່າຍ​ຕົ້ນ​ຕໍ​ຂອງ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນທີ່​ທ່ານນຳພາ​ ​ ​ໄດ້​ບັດ​ສະ​ໜັບ​ສະ​ໜູນ​ຫຼາຍ​ກວ່າເກົ່າ​ໃນ​ການ​ເລືອກ​ຕັ້ງ.