ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-01 17:42:29    
ປະທານາທິບໍດີ​ອີຣັກ​ເຕືອນ​ໃຫ້​ຄະ​ນະ​ກຳ​ມະ​ການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ວາງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ຮ່າງ​​ໃຫ້​ສຳ​ເລັດ​ພາຍ​ໃນ​ເວລາ​ກຳ​ນົດ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 31 ກໍລະກົດ ທ່ານ​ຕາລາ​ບາ​ນີ ປະທານາທິບໍດີ​ອີຣັກ​ໄດ້​​ເຕືອນ​ໃຫ້​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ສ້າງ​ລັດຖະ​ທຳ​ມະນູນ​ສະບັບ​ຮ່າງ​ໃຫ້​ສຳ​ເລັດ​ພາຍ​ໃນ​ເວລາ​ກຳນົດ.

ຕາມ​ຊາບ​ວ່າ,ທ່ານຕາລາ​ບາ​ນີ ໄດ້​ປຶກສາ​ໂດຍ​ດ່ວນ​ກັບ​ຜູ້​ນຳ​ລັດຖະ​ສະພາ​ຂ້າມ​ຜ່ານ,​ເພື່ອ​ຂັດຂວາງ​ການ​ໜ່ວງ​ໜ່ຽວ​ເວລາ​ຮ່າງ​ລັດຖະ​ທຳ​ມະນູນ​.

ວັນ​ທີ 31 ກໍລະກົດ ສະມາຊິກ​ສ່ວນ​ໜຶ່ງ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ກ່າວ​ວ່າ,ຍ້ອນ​ວ່າ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ຕໍ່​ບາງ​ມາດຕາ​ຂອງ​ລັດຖະທຳ​ມະນູນ,ຄະນະ​ກຳມະການ​ຈະ​ຮຽກຮ້ອງ​ຕໍ່​ລັດຖະ​ສະພາ​ຂ້າມ​ຜ່ານ ໃຫ້​​ເລື່ອນ​ເວລາ​ມອບ​ລັດຖະທຳ​ມະນູນ​ສະບັບ​ຮ່າງ​​ໄປ​ອີກ 30 ມື້​.

ຕາມ​ແຜນການ,ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ຄວນ​ສຳ​ເລັດ​ວຽກ​ງານ​ຮ່າງ​ລັດຖະທຳ​ມະນູນ​ຖາວອນ​ກ່ອນ​ວັນ​ທີ 15 ສິງຫາ.