ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-02 11:12:15    
ກອງ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ອາ​ຟິຼ​ກາ​ຕາ​ເວັນ​ອອກ​ກອງ​ທຳ​ອິດ​ຂອງ​ຈີນ​ດຳ​ເນີນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຢູ່​ຮ່ອມ​ພູ​ໃຫຍ່​ອາ​ຟິຼກາ​ຕາ​ເວັນ​ອອກ

cri Author: q
ຕາມ​ຂ່າວCRI,ຕອນ​ບ່າຍ​ວັນ​ທີ2​ສິງຫາ,ກອງ​ສຳ​ຫຼວດວິທະຍາສາດ​ອາ​ຟິຼກາ​ຕາ​ເວັນ​ອອກ​ກອງ​ທຳ​ອິດ​ຂອງ​ຈີນ​ໄດ້​ຂີ່​ຍົນ​ໄປ​ເອຕີ​ໂອ​ປີ,​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ຢູ່​ຮ່ອມ​ພູ​ໃຫຍ່​ອາ​ຟິຼກາ​ຕາ​ເວັນ​ອອກ​ເປັນ​ເວລາ15​ມື້.

ຕາມ​ຜູ້​ຮັບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ສະມາຄົມ​ຜະຈົນ​ໄພ​ວິທະຍາສາດ​ຈີນ​​ແນະນຳ​ວ່າ,ການ​ເຄື່ອນ​ໄຫວ​ສຳ​ຫຼວດວິທະຍາສາດ​ເທື່ອ​ນີ້​ຈະ​ສຳ​ຫຼວດໂດຍ​ໝູນ​ອ້ອມ​ຫຼາຍ​ດ້ານ​ຂອງຮ່ອມ​ພູ​ໃຫຍ່​ອາ​ຟິຼກາ​ຕາ​ເວັນ​ອອກ​​ເຊັ່ນ​ອາກາດ,ທໍລະນີ,ສັດ​​ແລະ​ພຶກສາ​ຊາດ,ມະນຸດ​ບູຮານ​ແລະ​ອື່ນໆ.​ໃນ​ນັ້ນ,ໜ້າ​ທີ່​ສຳ​ຄັນ​ລາຍ​ໜຶ່ງ​ແມ່ນ​ນັກວິທະຍາສາດ​ຈະ​ຊອກ​ຄົ້ນ​ຮ່ອງຮອຍ​​ແຫຼ່ງກຳ​ເນີ​ດ​ອາ​ລະ​ຍະ​ທຳ​ມະນຸດ​ຢູ່​ອາ​ຟິຼກາ​ຕາ​ເວັນ​ອອກ,ສຳ​ຫຼວດຄົ້ນຄວ້າ​ແຊນ​ມະນຸດ,​ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ນັກ​ວິ​ທະ​ຍາ​ສາດ​ອາ​ຟິຼກາ​ກ່ຽວ​ກັບ​ການ​ຄົ້ນຄວ້າ​ແຊນ​ມະນຸດ.