![]( /mmsource/images/2004/04/21/laba.gif)
ໃນຫຼາຍປີມານີ້,ເພື່ອຍົກສູງລະດັບການສຶກສາໂດຍສະເພາະແມ່ນລະດັບການສຶກສາຂັ້ນພື້ນຖານ,ພາກສ່ວນສຶກສາທິການຈີນໄດ້ເພີ່ມທະວີວຽກງານຝຶກອົບຮົມຄູສອນ,ບາ5ປີໃດຈັດການຝຶກອົບຮົມເທື່ອໜຶ່ງໃຫ້ຄູສອນໂຮງຮຽນປະຖົມແລະມັດທະຍົມທົ່ວປະເທດຈີນ,ເພື່ອຍົກຄຸນທາດຂອງຄູສອນໃຫ້ສູງຂຶ້ນ.
ສັງຄົມ ໃນຊູ່ມື້ນີ້ມີການປ່ຽນແປງໄວຫຼາຍ,ຂໍ້ມູນຂ່າວສານໃໝ່,ຄວາມຮູ້ໃໝ່ໄດ້ປະກົດອອກມາຢ່າງບໍ່ຢຸດຢັ້ງ,ນີ້ໄດ້ວາງຄວາມຮຽກຮ້ອງນັບມື້ນັບສູງຕໍ່ຄູສອນທີ່ຖືກເອີ້ນເປັນວິສະວະກອນແຫ່ງດວງວິນຍານຂອງມະນຸດ.ພວກເຂົາເຈົ້າອາໄສແຕ່ຄວາມຮູ້ທີ່ຮຽນໄດ້ກ່ອນເປັນຄູສອນນັ້ນ,ແມ່ນບໍ່ອາດຈະພໍໃຊ້ໄດ້ຕະຫຼອດຊີວິດແລ້ວ.ສະນັ້ນ,ໃນປັດຈຸບັນ,ຫຼາຍປະເທດລ້ວນແຕ່ເອົາໃຈໃສ່ນຳວຽກງານຝຶກອົບຮົມຄູສອນ.ຍ້ອນວ່າ,ການສຶກສາຂັ້ນໂຮງຮຽນປະຖົມແລະມັດທະຍົມແມ່ນພື້ນຖານຂອງ ການສຶກສາທັງໝົດ,ສະນັ້ນ,ການຝຶກອົບຮົມຄູສອນໂຮງຮຽນປະຖົມແລະມັດທະຍົມໄດ້ກາຍເປັນຈຸດໜັກສຳຄັນໃນວຽກງານຝຶກອົບຮົມ.
ໃນເວລາສະເໜີສະພາບການຝຶກອົບຮົມຄູສອນຂອງຈີນ,ທ່ານຖາງຈິ່ງເວີຍ ເຈົ້າໜ້າທີ່ກະຊວງສຶກສາທິການຈີນກ່າວວ່າ:
"ໃນຫຼາຍປີມານີ້,ພວກຂ້າພະເຈົ້ານັບມື້ນັບຮູ້ສຶກວ່າ,ເພື່ອຍົກລະດັບການສຶກສາແລະຄຸນນະພາບການສຶກສາໃຫ້ສູງຂຶ້ນ,ຂໍກະແຈຍັງຄົງຕ້ອງອາໄສຄູສອນ.ສະນັ້ນ,ການເພີ່ມທະວີການສຶກສາຕໍ່ໃຫ້ແກ່ຄູສອນແມ່ນວຽກງານລາຍໜຶ່ງທີ່ຈີນເອົາໃຈໃສ່ທີ່ສຸດໃນຂະບວນການພັດທະນາການສຶກສາ."
ປັດຈຸບັນ,ຈີນໄດ້ສ້າງລະບອບການສຶກສາຕໍ່ ຄູສອນໂຮງຮຽນປະຖົມແລະມັດທະຍົມໃນ ເບື້ອງຕົ້ນແລ້ວ.ໃນກົດໝາຍທີ່ກ່ຽວຂ້ອງເຊັ່ນກົດໝາຍວ່າດ້ວຍຄູອາຈານເປັນຕົ້ນ,ໄດ້ກຳນົດຢ່າງຈະແຈ້ງວ່າ,ການເຂົ້າຮ່ວມການຝຶກອົບຮົມແມ່ນສິດແລະພັນທະຂອງຄູອາຈານ,ຮຽກຮ້ອງໃຫ້ຄູສອນໂຮງຮຽນປະຖົມແລະມັດທະຍົມທັງໝົດບາ5ປີໃດຕ້ອງດຳເນີນການສຶກສາຮອບໜຶ່ງເຊິ່ງບໍ່ຕ່ຳກວ່າ240ຊົ່ວໂມງຮຽນ.ເນື້ອໃນການຝຶກອົບຮົມຕົ້ນຕໍມີສາມດ້ານ,ຄືໜຶ່ງ,ສົ່ງເສີມຄູສອນຮັກຫອມພາລະກິດການສຶກສາ,ເຮັດວຽກງານຄູສອນໃຫ້ດີ,ສອງແມ່ນການຝຶກອົບຮົມດ້ານວິຊາສະເພາະ,ເພື່ອຍົກລະດັບວິຊາສະເພາະຂອງຄູສອນໃຫ້ສູງຂຶ້ນ.ສາມແມ່ນການບຳລຸງສ້າງຄວາມສາມາດໃນການສິດສອນ,ຊ່ອຍຄູສອນປັບປຸງວິທີການສິດສອນຢ່າງບໍ່ຢຸດຢັ້ງ.
ປັດຈຸບັນ,ຈີນມີຄູສອນໂຮງຮຽນປະຖົມແລະມັດທະຍົມລວມ10ລ້ານກວ່າຄົນ,ວຽກງານຝຶກອົບຮົມຄູສອນເຫຼົ່ານີ້ຕົ້ນຕໍແມ່ນນຳພາໂດຍມະຫາວິທະຍາໄລສ້າງຄູ6ແຫ່ງທີ່ແຈກຢາຍຢູ່ແຫ່ງຕ່າງໆຂອງຈີນ,ແລະຮັບຜິດຊອບໂດຍອົງການຝຶກອົບຮົມຄູສອນຂັ້ນແຂວງແລະຂັ້ນເມືອງທີ່ໄດ້ຈໍ່ຕົວເປັນຕາໜ່າງ,ສ່ວນຄ່າໃຊ້ຈ່າຍໃນການຝຶກອົບຮົມແມ່ນອົງການປົກຄອງທຸກຂັ້ນຮັບພາລະ.ໃນການຝຶກອົບຮົມຄູສອນ,ຈີນໄດ້ຖືການຝຶກອົບຮົມຄູສອນຢູ່ຊົນນະບົດທີ່ລະດັບຄຸນວຸດທິຫຼ້າຫຼັງໂດຍທຽບຖານນັ້ນເປັນຈຸດໜັກ.ໃນດ້ານຮູບການຝຶກອົບຮົມ,ມີການອົບຮົມແບບໜ້າຕໍ່ໜ້າທີ່ເປັນຮູບການດັ້ງເດີມ,ແລະກໍມີອົບຮົມໂດຍຜ່ານຈາກວິທະຍຸກະຈາຍສຽງ,ທາງໂທລະພາບແລະອິນເຕີເນັດເປັນຕົ້ນ.
ເມືອງມີ້ຢຸນແມ່ນເມືອງກະສິກຳແຫ່ງໜຶ່ງທີ່ຢູ່ຊານເມືອງ ປັກກິ່ງ,ເມືອງນີ້ມີໂຮງຮຽນປະຖົມແລະມັດທະຍົມ90ຫຼັງ,ມີຄູອາຈານລວມ4ພັນກວ່າຄົນ.ຍ້ອນວ່າເມືອງດັ່ງກ່າວຕັ້ງຢູ່ເຂດພູດອຍ,ຄົມມະນາຄົມບໍ່ສະດວກ,ລະດັບການສຶກສາຢູ່ແຫ່ງນັ້ນບໍ່ສູງປານໃດ.ເພື່ອແປ່ຽນແປງສະພາບດັ່ງກ່າວ,ໃນຫຼາຍປີມານີ້,ພາກສ່ວນສຶກສາທິການທ້ອງຖິ່ນເອົາໃຈໃສ່ເປັນພິເສດນຳວຽກງານຝຶກອົບຮົມຄູສອນ.ທ່ານມາເວິນຈາວ ຜູ້ຮັບຜິດຊອບຂອງສູນຝຶກອົບຮົມຄູສອນເມືອງມີ້ຢຸນກ່າວວ່າ:
"ຄັນຢາກຍົກລະດັບການສຶກສາພາກບັງຄັບຂອງຊົນນະບົດໃຫ້ສູງຂຶ້ນ,ຂໍກະແຈແມ່ນຢູ່ນຳການກໍ່ສ້າງຖັນແຖວຄູສອນແລະຍົກສູງລະດັບຂອງຖັນແຖວຄູສອນ,ສະນັ້ນ,ຄະນະກຳມະການສຶກສາທິການນະຄອນປັກກິ່ງແລະຄະນະກຳມະການສຶກສາທິການເມືອງມີ້ຢຸນພວກເຮົາໄດ້ອອກແຮງສຸດຂີດ ໃນການຝຶກອົບຮົມຄູສອນ."
ທ່ານມາເວິນຈາວສະເໜີໃຫ້ຮູ້ວ່າ,ຕາມຕາລາງຊົ່ວໂມງຮຽນສະບັບໃໝ່,ພາຍຫຼັງຍາມພັກລະດູຮ້ອນປີນີ້ສິ້ນສຸດລົງແລ້ວ,ຢູ່ເມືອງມີ້ຢຸນ,ໂຮງຮຽນປະຖົມ ເລີ່ມແຕ່ປໍໜຶ່ງຂຶ້ນໄປກໍຈະຈັດຊົ່ວໂມງຮຽນພາສາອັງກິດ,ສະນັ້ນ,ບັນຫາຂາດເຂີນຄູສອນພາສາອັງກິດຍິ່ງພົ້ນເດັ່ນກວ່າເກົ່າ.ເພື່ອແກ້ໄຂບັນຫານີ້,ເມືອງມີ້ຢຸນໃນຂະນະທີ່ເພີ່ມທະວີການຝຶກອົບຮົມຄູສອນພາສາອັງກິດ,ໃຫ້ຄູສອນສ່ວນໜຶ່ງທີ່ສອນວິຊາອື່ນປ່ຽນມາສອນພາສາອັງກິດ.ປັດຈຸບັນ,ຄູສອນພາສາອັງກິດ100ກວ່າຄົນຂອງເມືອງມີ້ຢຸນພວມເຂົ້າຮ່ວມການຝຶກອົບຮົມດ້ວຍຮູບການຕ່າງກັນ,ຜ່ານຈາການຝຶກອົບຮົມເຫຼົ່ານີ້,ລະດັບປາກເວົ້າແລະລະດັບຟັງພາສາອັງກິດຂອງຄູສອນໄດ້ຍົກສູງຂຶ້ນຢ່າງໄວວາ.
ທ່ານຫານຊຸນເຮີເປັນຄູສອນສອນພາສາອັງກິດຢູ່ໂຮງຮຽນມັດທະຍົມມູ້ເຈ່ຍອີເມືອງມີ້ຢຸນມາເປັນເວລາ20ປີແລ້ວ,ເຖິງວ່າທ່ານທີ່ຮອດອາຍຸໄວກາງຄົນມີບົດຮຽນການສິດສອນອັນອຸດົມສົມບູນກໍຕາມ,ແຕ່ທ່ານເວົ້າວ່າ,ຍ້ອນວ່າຫຼັກສູດໃນປັດຈຸບັນໄດ້ວາງຄວາມຮຽກຮ້ອງນັບມື້ນັບສູງຕໍ່ຄູສອນ, ມີແຕ່ຮ່ຳຮຽນຢ່າງບໍ່ຢຸດຢັ້ງ,ຍົກລະດັບໃຫ້ສູງຂຶ້ນຈິ່ງມີຄວາມສາມາດຫາບແບກໜ້າທີ່ວຽກງານການສິດສອນໄດ້.ສະນັ້ນ,ທ່ານຫວັງຢາກສວຍໂອກາດຮັບການຝຶກອົບຮົມຮຽນຄວາມຮູ້ໃຫ້ໄດ້ຫຼາຍ,ຍົກລະດັບພາສາອັງກິດຂອງຕົນໃຫ້ສູງຂຶ້ນຕື່ມອີກ,ກຳວິທີການສິດສອນຫຼາຍກວ່າເກົ່າແລະກ້າວໜ້າກວ່າເກົ່າ.
ປັດຈຸບັນ,ການຝຶກອົບຮົມທີ່ອາຈານຫານຊຸນເຮີເຂົ້າຮ່ວມນັ້ນແມ່ນໃຊ້ແບບຮຽນອິນເຕີເນັດສະບັບເດີມຂອງອາເມລິກາ,ຕົ້ນຕໍແມ່ນຮຽນໂດຍຜ່ານຈາກຕາໜ່າງເຄືອຂ່າຍຄອມພິວເຕີ.ແຕ່ລະມື້,ທ່ານໄດ້ໃຊ້ເວລານອກໂມງການ,ຮຽນຢູ່ເຮືອນ,ນອກນີ້,ບາ ອາທິດໜຶ່ງເຂົ້າເມືອງເທື່ອໜຶ່ງ,ເພື່ອເຂົ້າຮ່ວມໂມງຮຽນທີ່ມີອາຈານຕ່າງປະເທດຊີ້ນຳແລະສອນໃຫ້.ທ່ານຫານຊຸນເຮີຊົມເຊີຍທີ່ສຸດຕໍ່ຮູບການຝຶກອົບຮົມທີ່ໃໝ່ອ່ຽມແນວນີ້,ເຫັນວ່າມັນເໝາະສົມທີ່ສຸດສຳລັບຄູສອນຊົນນະບົດທີ່ທັງເຮັດວຽກທັງຮ່ຳ ຮຽນ.ທ່ານກ່າວວ່າ:
"ມັນຕ່າງກັບການຝຶກອົບຮົມອື່ນໆ,ນຳ ໃຊ້ຄອມພິວເຕີມາຮ່ຳ ຮຽນອ່າວສະດວກ,ເຮັດໃຫ້ຕົນເອງສາມາດຮັບການຝຶກອົບຮົມຢ່ເຮືອນ,ບາງບັນຫາທີ່ບໍ່ເຂົ້າໃຈ,ບາ ອາທິດໜຶ່ງມີສາສະດາຈານສອນແບບໜ້າຕໍ່ໜ້າ.ສະນັ້ນ,ຈະນຳ ເອົາບັນຫາໄປຊົ່ວໂມງຮຽນໄດ້,ອາຈານຈະຕອບບັນຫາໃຫ້."
ທ່ານກ່າວວ່າ,ຢູ່ ເຮືອນ,ທ່ານຕ້ອງຮ່ຳ ຮຽນສອງ,ສາມຊົ່ວໂມງຕໍ່ມື້,ເຖິງວ່າຮູ້ສຶກເມື່ອຍຫຼາຍ,ແຕ່ວ່າເມື່ອໄດ້ເຫັນວ່າຜົນການຮຽນພາສາອັງກິດຂອງນັກຮຽນໄດ້ຍົກສູງຂຶ້ນເລື້ອຍໆ, ກໍຮູ້ສຶກພາກພູມໃຈຫຼາຍ.
ປັດຈຸບັນ,ແຫ່ງຕ່າງໆຂອງຈີນລ້ວນແຕ່ຄືກັນກັບເມືອງມີ້ຢຸນທີ່ຊານເມືອງປັກກິ່ງ,ພວມດຳ ເນີນວຽກງານຝຶກອົບຮົມຄູສອນຢ່າງເປັນລະບຽບຮຽບຮ້ອຍ.
|