
ລົດຂອງຄະນະຜູ້ແທນສປປເກົາຫຼີແລ່ນເຂົ້າຫໍຮັບແຂກເມືອງຕ້ຽວຢູທາຍ
 ລົດຂອງຄະນະຜູ້ແທນ.ເກົາຫຼີແລ່ນເຂົ້າຫໍຮັບແຂກເມືອງຕ້ຽວຢູທາຍ
ຕາມຂ່າວ CRI: ຕອນບ່າຍວັນທີ 2 ສິງຫາ ຢູ່ທີ່ປັກກິ່ງ ການເຈລະຈາ 6 ຝ່າຍຮອບສີ່ກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີໄດ້ຈັດກອງປະຊຸມຫົວໜ້າຄະນະຜູ້ແທນ,ເພື່ອປຶກສາຫາລືເນື້ອໃນຂອງຮ່າງເອກະສານຮ່ວມສະບັບທີສາມທີ່ຝ່າຍຈີນສະເໜີອອກມາໃນຕອນຄ່ຳວັນທີ 1 ສິງຫາ.

ລົດຂອງຄະນະຜູ້ແທນຣັດເຊຍແລ່ນເຂົ້າຫໍຮັບແຂກເມືອງຕ້ຽວຢູທາຍ

ລົດຂອງຄະນະຜູ້ແທນອາເມລິກາແລ່ນເຂົ້າຫໍຮັບແຂກເມືອງຕ້ຽວຢູທາຍ
ຕອນເຊົ້າວັນທີ 2 ສິງຫາ ພາຍຫຼັງຈີນສປປເກົາຫຼີແລະຈີນອາເມລິກາໄດ້ປຶກສາຫາລືກັນສອງຕໍ່ສອງແລ້ວ,ບັນດາຝ່າຍໄດ້ຈັດກອງປະຊຸມຫົວໜ້າຄະນະຜູ້ແທນ,ຕົ້ນຕໍໄດ້ຫາລືບັນຫາໃຈກາງທີ່ມີການໂຕ້ຖຽງກັນ. ບັນຫາຕ່າງໆເຊັ່ນ"ການປະລະນິວເຄຼຍ"ແລະມາດຕະການໃຫ້ຄ່າຊົດເຊີຍທີ່ສົມຄູ່ກັນໄດ້ກາຍເປັນຈຸດສຸມໃນການຫາລືກັນໃນກອງປະຊຸມວັນທີ 2 ສິງຫາ. ຕາມໄດ້ຊາບ,ກ່ອນຈັດກອງປະຊຸມຫົວໜ້າຄະນະຜູ້ແທນ,ຫົວໜ້າຄະນະຜູ້ແທນບັນດາຝ່າຍກ່າວລື້ມວ່າ,ຍິນດີພ້ອມກັນພະຍາຍາມ,ຊຸກຍູ້ໃຫ້ການເຈລະຈາຮອບນີ້ໄດ້ຮັບໝາກຜົນທາດແທ້.

ລົດຂອງຄະນະຜູ້ແທນຍີ່ປຸ່ນແລ່ນເຂົ້າຫໍຮັບແຂກເມືອງຕ້ຽວຢູທາຍ
ຕອນບ່າຍວັນທີ 2 ສິງຫາ,ນອກຈາກ 6 ຝ່າຍສືບຕໍ່ຈັດກອງປະຊຸມຫົວໜ້າຄະນະຜູ້ແທນແລ້ວ,ສ.ເກົາຫຼີອາເມລິກາ,ຈີນສ.ເກົາຫຼີແລະສປປເກົາຫຼີກັບສ.ເກົາຫຼີເປັນຕົ້ນຍັງມີແຜນຈັດການພົບປະກັນສອງຝ່າຍ,ສືບຕໍ່ປຶກສາຫາລືຈຸດຂັດແຍ່ງຂອງເນື້ອໃນຮ່າງເອກະສານຮ່ວມ.
|