ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-02 18:05:32    
ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ການ​ດື່ມ​ເຫຼົ້າ

cri

ບໍ່​ວ່າ​ຢູ່​ປະ​ເທດ​ໃດ​ກໍ​ມີ​ຄົນ​ຈຳນວນ​ໜຶ່ງ​ມັກ​ດື່ມ​ເຫຼົ້າ,​ແພດສາດ​ພື້ນ​ເມືອງ​ຈີນ​ເຫັນ​ວ່າ,ຖ້າ​ດື່ມ​ເຫຼົ້າ​ຫຼາຍ​ໂພດ​ຈະ​ໃຫ້​ໂທດ,ຖ້າ​ດື່ມ​ໜ້ອຍ​ຈະ​ໃຫ້​ຄຸນ​.ທັງ​ນີ້​ກໍ​ເພາະວ່າ​ຖ້າ​ດື່ມ​ເຫຼົ້າ​ຫຼາຍ​ໂພດ ອານ​ໂກນ​ຢູ່​ໃນ​ເຫຼົ້າກໍ່​ຈະ​ກະຕຸກ​ແຮງ​ຕໍ່​ເຈັ້ຍ​ຫຸ້ມ​ຫຼອດ​ອາຫານ​ແລະ​ຫຼອດ​ກະ​ເພາະ​ລຳ​ໄສ້,ມັກ​ພາ​ໃຫ້​ເປັນ​ຝີ​​ໃນ​ກະ​ເພາະ,​ເປັນ​ມະ​ເຮັງ​ໃນ​ຫຼອດ​ອາຫານ,ມະ​ເຮັງ​ກະ​ເພາະ,ມະ​ເຮັງ​ລຳ​ໄສ້​ແລະ​ມະ​ເຮັງ​ຕັບ​ຢູ່​ໃນອັດ​ຕາ​ສູງ​ຕັ້ງ​ຫຼາຍ​ສິບ​ເທົ່າກວ່າ​ຜູ້​ບໍ່​ດື່ມ​ເຫຼົ້າ.​ເພດ​ຍີ​ງທີ່​ດື່ມ​ເຫຼົ້າ​ຫຼາຍ​ໂພດ​ນັ້ນ​ຍັງ​ມັກ​ເປັນ​ມະ​ເຮັງເຕົ້ານົມ.ດ້ວຍ​ເຫດ​ໃດ,ການ​ດື່ມ​ເຫຼົ້າ​ຈິ່ງ​ພາ​ໃຫ້​ຄົນ​ເປັນ​ມະ​ເຮັງ?

ຕາມ​ບັນດາ​ຜູ້​ຊ່ຽວຊານ​ເວົ້າ​ວ່າ,ທັງ​ນີ້​ກໍ​ເພາະວ່າ​ທາດ​ອານ​ໂກນ​ເອງ​ກໍ​ແມ່ນ​ທາດ​ຊະນິດ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ເປັນ​ມະ​ເຮັງ​ຢູ່​ແລ້ວ.​ເຖິງ​ວ່າ​ທາດ​ອານ​ໂກນ​ເອງ​ບໍ່​ແມ່ນ​ທາດ​ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ກໍ​ຕາມ,​ແຕ່​ພໍ​ເມື່ອ​ໄປພໍ້​ວັດຖຸ​ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ແລ້ວ,ມັນ​ກໍ​ມີ​ບົດບາດ​ເລັ່ງລັດ​ໃຫ້​ເປັນ​ມະ​ເຮັງ​ໄວ​ແລະ​ແຮງ​ຂຶ້ນ.

ພະຍາດ​ຕັບ​ແຂງກໍ່​ແມ່ນ​ຜົນ​ຮ້າຍຢ້ອນ​ຫຼັງ​ຍ້ອນ​ດື່ມ​ເຫຼົ້າ​ຫຼາຍ​ເປັນ​ເວລາ​ຍາວ​ນານ​ນັ້ນ​ເອງ.ຜູ້​ເປັນ​ພຍາດ​ຕັບ​ແຂງ​ນັ້ນ​ມີ80​ຫາ90%​ແມ່ນ​ອາດ​ຈະ​ມີ​ການ​ພົວພັນ​ກັບ​ການ​ດື່ມ​ເຫຼົ້າ.​ເພາະວ່າ​ອານ​ໂກນ​ມີ​ຜົນ​ກະທົບ​ເຖິງ​ການ​ປ່ຽນ​ຖ່າຍ​ໄຂມັນ​ຢ່າງ​ເປັນ​ປົກກະຕິ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາ,​ແລ້ວ​ພາ​ໃຫ້​ຕັບ​ມີ​ໄຂມັນ​ຫຼາຍ.ນອກນີ້,ຖ້າ​ຫາກ​ດື່ມ​ເຫຼົ້າ​ເບຍ​ຫຼາຍ​ຢ່າງ​ຍາວ​ນານ​ແລ້ວ,ກໍ​ອາດ​ຈະ​ເຮັດ​ໃຫ້​ໄຂ​ມັນ​ໄປ​ອັ່ງ​ໂຮມ​ກັນ​ຢູ່​ໃນ​ທ້ອງ,​ເຮັດ​ໃຫ້​ທ້ອງປຸ້ງ​ຂຶ້ນ,​ແລະ​ມັນ​ຍັງ​ຈະ​ເຮັດ​ໃຫ້​ໄຂມັນ​ໄປ​ອັ່ງ​ໂຮມ​ຢູ່​ອ້ອມ​ໝາກ​ຫົວ​ໃຈ ພາ​ໃຫ້ໝາກ​ຫົວ​ໃຈ​ມີ​ໄຂມັນ​ຫຼາຍ​ຂຶ້ນ​ອີກ.ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ບໍ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ​ທັງ​ນັ້ນ.ຜູ້​ເປັນ​ພໍ່​ເປັນ​ແມ່​ນັ້ນ​ຖ້າ​ຫາກ​ດື່ມ​ເຫຼົ້າ​ຫຼາຍ​ກໍ​ຍັງ​ມີ​ຜົນ​ສະທ້ອນ​ຕໍ່​ຄວາມ​ເຕີບ​​ໃຫຍ່​ຂອງ​ລູກ​ເຕົ້າ​ນຳ​ອີກ.ຜູ້​ເປັນ​ແມ່​ນັ້ນ,ກ່ອນ​ຈະ​ຖືພາ​ສາມ​ເດືອນ​ຈົນຮອດ​ເວລາ​ປະສູດ​ລູກ​ແລ້ວ​​​ເຄິ່ງປີ,​ໃນ​ໄລຍະ​ນີ້​ຖ້າ​ຫາກ​ດື່ມ​ເຫຼົ້າ​ຫຼາຍ​ກໍ​ອາດ​ເຮັດ​ໃຫ້​ລູກ​ເປັນ​ຄົນ​ປັນຍາ​ອ່ອນ.

ການ​ດື່ມ​ເຫຼົ້າ​ຫຼາຍ​​ໂພດ​ນັ້ນ​ເປັນ​ການ​ໃຫ້​ໂທດ,​ແຕ່ຖ້າ​ຫາກ​ດື່ມ​ເຫຼົ້າບໍ່​ຫຼາຍ​ຫຼື​ດື່ມ​ພໍ​ດ້າມ​ພໍດີ​ກໍ​ຈະ​ໃຫ້​ຄຸນ​ອັນ​ແນ່ນອນ​ຕໍ່​ຮ່າງກາຍ.​ເພາະວ່າ​ການ​ດື່ມ​ເຫຼົ້າບໍ່​ຫຼາຍ​ນັ້ນ​ມັນ​ຈະ​ຊຸກ​ຍູ້​ໃຫ້​ມີ​ນ້ຳ​ຍ່ອຍ​ອາຫານ​ໃນ​ກະ​ເພາະ​ລຳ​ໄສ້,​ເຮັດ​ໃຫ້​ມີ​ການ​ຍ່ອຍ​ອາຫານ​ໄດ້​ດີ.ການ​ດື່ມ​ເຫຼົ້າ​ບໍ່​ຫຼາຍ​ນັ້ນ​ຍັງ​ຈະ​ເພີ່ມ​ທະວີ​ໃຫ້​ມີ​ໄຂມັນ​ໂປຼຕິນຖີ່​ເຂົ້າ​ໃນ​ລະດັບ​ສູງ,​ເພາະ​ສະ​ນັ້ນ,​ມັນ​ຈິ່ງ​ມີ​ບົດ​ບາດ​ອັນ​ແນ່​ນອນ​ຕໍ່​ການ​ປ້ອງ​ກັນ​ບໍ່​ໃຫ້​ເປັນ​ໂຣກ​ຫົວ​ໃຈ.ການ​ດື່ມ​ເຫຼົ້າ​ແວງ​ແລະ​ເຫຼົ້າ​ເບຍ​ຢ່າງ​ພໍ​ດ້າມ​ພໍ​ດີ​ນັ້ນ​ຍັງ​ສາມາດ​ຕື່ມ​ສານປະ​ເພດມີ​ໜ້ອຍ​ແລະ​ຕື່ມ​ວິຕາມິນ​ຈຳນວນ​ໜຶ່ງ​ອີກ​ດ້ວຍ.

ຈະ​ຄວນ​ດື່ມ​ເຫຼົ້າ​ຕາມ​ຫຼັກ​ວິທະຍາສາດ​ແນວ​ໃດ​ນັ້ນ,ຜູ້​ຊ່ຽວຊານ​ກໍ​ໄດ້​ໃຫ້​ຄວາມ​ເຫັນວ່າ ຄວາມ​ລະວັງ​ສາມ​ຂໍ້​ດັ່ງ​ລຸ່ມ​ນີ້ຄື:

ໜຶ່ງ:    ດື່ມ​ເຫຼົ້າ​ໃນ​ປະລິມານ​ພໍ​ດ້າມ​ພໍ​ດີ,ບໍ່​ຈຳ​ເປັນ​ຈະ​ຕ້ອງ​ດື່ມ​ຄູ່​ຄາບ​ເຂົ້າ,ພະຍາຍາມ​ໃຫ້​ດື່ມ​ແຕ່​ເຫຼົ້າ​ທີ່​ບໍ່​ປຸກ​ປານ​ໃດ​ຄື​ເຫຼົ້າ​ແວງ,​ເຫຼົ້າ​ສະ​ໂທ​ແລະ​ເຫຼົ້າ​ເບຍ.ສ່ວນ​ເຫຼົ້າ​ປຸກ​ນັ້ນ​ຄວນ​ດື່ມ​ໜ້ອຍ​ໜຶ່ງ​ຫຼື​ບໍ່​ດື່ມ​ກໍ​ຍິ່ງ​ດີ.ບໍ່​ຄວນ​ດື່ມ​ເຫຼົ້າ​ໃນ​ຍາມ​ທ້ອງ​ເປົ່າ,​ເພາະ​ມັນ​ມັກ​ເມົາ​ງ່າຍ.ທັງ​ນີ້​ແມ່ນ​ຍ້ອນ​ວ່າ​ທາດ​ອານ​ໂກນ​ຖືກ​ຮັບ​ເອົາ​​ໄວ​ແລະ​ຈະ​ເຮັດ​ໃຫ້​ທາດ​ອານ​ໂກນ​ຢູ່​ຕາມ​ສາຍ​ເລືອດ​ຫຼາຍ​ຂຶ້ນ​ໄວ​ຈົນ​ເຖິງ​ຂັ້ນ​ພາ​ໃຫ້​ເມົາ.​ໃນ​ເວລາ​ດື່ມ​ເຫຼົ້າ​ນັ້ນ​ດີ​ແທ້​ຕ້ອງ​ມີ​ຂອງ​ແກ້ມ,ຈະ​ດື່ມ​ແກ້ມ​ກັບ​ໝາກ​ໄມ້​ກໍ​ໄດ້.

ສອງ:   ກ່ອນ​ກິນ​ຢາ​ຫຼື​ກິນ​ຢາ​ແລ້ວ​ກໍ​ບໍ່​ຄວນ​ດື່ມ​ເຫຼົ້າ,​ເພາະວ່າ​ເຫຼົ້າ​ຈະ​ເຮັດ​ໃຫ້​ທາດ​ຢາ​ມີ​ການ​ປ່ຽນ​ແປງ​ແລະ​ໝົດ​ລິດ​ຂອງ​ມັນ​ໃນ​ການ​ປິ່ນປົວ.

ສາມ: ​ເພດ​ຍີ​ງ​ແມ່ນ​ບໍ່​ຄວນ​ດື່ມ​ເຫຼົ້າຫາຍ​ຢ່າງ​ເປັນ​ປະຈຳ.​ເພາະວ່າ​ເຫຼົ້າ​ຈະ​ໃຫ້​ໂທດ​ແກ່​ສຸຂະພາບ​ຂອງ​ແມ່​ຍີ​ງຫຼາຍ​ກວ່າ​ຜູ້​ຊາຍ,ຍ້ອນ​ຜົນ​ກະທົບ​ຂອງ​ສານ​ຮອກ​ໂມນ​ຕົວ​ແມ່​ແລະ​ຄວາມ​ສາມາດ​ປ່ຽນ​ຖ່າຍ​ທາດ​ອານ​ໂກນ​ຢູ່​ໃນ​ຮ່າງກາຍ​ຂອງ​ແມ່ຍິງ​ນັ້ນ​ມັນ​ອ່ອນ​ກວ່າ​ແລະ​ຊ້າ​ກວ່າ.ສະ​ນັ້ນ,ທາດ​ອານ​ໂກນ​ກໍ​ຈະ​ອັ່ງ​ໂຮມ​ຢູ່​ໃນ​ຮ່າງກາຍ​ງ່າຍ​ກວ່າ​ແລະ​ພາ​ໃຫ້​ຕົນ​ໂຕ​ອ້ວນ​ພີ​ຂຶ້ນ​ໂພດ.ນອກ​ນັ້ນ,​ເດັກນ້ອຍ​ທີ່​ຍັງ​ບໍ່​ທັນ​ເຖິງ​ກະສຽນ​ກໍ​ບໍ່​ຄວນ​ດື່ມ​ເຫຼົ້າ.