ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-02 20:51:11    
ບາງ​ອິດ​ທິ​ກຳ​ລັງ​ການ​ເມືອງ​ຂອງ​ຍີ່​ປຸ່ນ​ອອກ​ແຮງ​ປະ​ຕິ​ເສດ,​ເຮັດ​ໃຫ້​ຈືດ​ຈາງ​ຈົນ​ກະ​ທັ້ງ​ເວົ້າ​ຍ້ອມ​ປະ​ຫວັດ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ​ນັ້ນ​ແມ່ນ​ບໍ່​ມີ​ທາງ​ອອກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 2 ສິງຫາ ຢູ່​ທີ່​ປັກ​ກິ່ງ ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ໄລຍະ​ໜຶ່ງ​ມາ​ນີ້,​ບາງອິດ​ທິກຳລັງ​ການ​ເມືອງ​​ພາຍ​ໃນ​ປະ​ເທດ​ຍີ່​ປຸ່ນ​ໄດ້​ອອກ​ແຮງ​ປະຕິ​ເສດ,​ເຮັດ​ໃຫ້​ຈາງລົງ​ຈົນກະທັ້ງ​ເວົ້າ​ຍ້ອມ​ປະຫວັດ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ,​ການ​ຖອຍ​ຫຼັງ​ໃນ​ບັນຫາ​ປະຫວັດສາດ​​ແມ່ນ​ບໍ່​ມີ​ທາງ​ອອກ.

ນອກ​ນີ້ ມີ​ນັກ​ຂ່າວ​ຖາມ​ວ່າ,ໜັງ​ສື​ປົກ​ຂາວ​ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ​ປີ 2005 ທີ່​ຄະນະ​ລັດຖະບານ​ຍີ່​ປຸ່ນຜ່ານ​ຮັບຮອງ​ໃນ​ວັນ​ທີ 2 ສິງຫາ​ກ່າວ​ວ່າ,ຍີ່​ປຸ່ນຄວນ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ການ​ທະຫານ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ,ຕ້ອງ​​ເອົາ​ໃຈ​ໃສ່​ນຳ​ການ​ເຄື່ອນ​ໄຫວ​ຂອງ​ກ່ຳ​ປັ່ນ​ທະ​ຫານ​ເຮືອ​ຈີນ,ຝ່າຍ​ຈີນ​ມີການ​ວິຈານ​ແນວ​ໃດຕໍ່​ເລື່ອງ​ນີ້?

ທ່ານ​ຂົງຊວນ​ເວົ້າວ່າ,ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ​ຍີ່​ປຸ່ນບໍ່​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຄວາມ​ປອດ​ໄພ,​ເອກະສານ​ທາງ​ການ​ຂອງ​ຍີ່​ປຸ່ນ​ເປີດ​ປ່າວ​ອັນ​ທີ່​ວ່າ"ທິດ​ສະ​ດີ​ວ່າ​ດ້ວຍ​ການ​ຂົ່ມ​ຂູ່ຂອງ​ຈີນ"ຢ່າງ​ເປີດ​ເຜີຍ​ນັ້ນ ບໍ່​ມີມູນ​ຄວາມ​ຈິງ​ຈັກ​ເມັດ,​ແມ່ນການ​ກະທຳ​ທີ່​ບໍ່​ຮັບຜິດຊອບ​ທີ່​ສຸດ.