ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-03 10:28:19    
ທ່ານ​ເຈຍ​ຊິງ​ລິນ​ກ່າວ​ວ່າ ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຫວຽດ​ນາມ​ທຳ​ຄວາມ​ພະ​ຍາ​ຍາມ ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ໜ້າ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ​: ວັນ​ທີ 2 ສິງຫາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈຍ​ຊິງ​ລິນ ປະທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ຄະນະ​ຜູ່​ແທນ​​ແນວ​ໂຮມປະ​ເທດ​ຊາດ​ຫວຽດ​ນາມ​ທີ່​ນຳພາ​ໂດຍ​ທ່ານ​​ໂດດຸ​ຍ​ເທື່ອງ ຮອງ​ປະທານ​ຄະນະ​ປະທານ​ສູນ​ກາງ​​ແນວ​ໂຮມ. ທ່ານ​ເຈຍ​ຊິງ​ລິນ​ກ່າວ​ວ່າ, ຝ່າຍ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຂະຫຍາຍ​ການ​ພົວພັນ​ກັບ​ຫວຽດ​ນາມ, ຍິນ​ດີ​ພ້ອມ​ກັນ​ກັບຝ່າຍ​ຫວຽດນາມ​ທຳ​ຄວາມ​ພະຍາຍາມ, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ໜ້າ​ໄວ​ກວ່າ​ເກົ່າ​ແລະ​ດີກ​ວ່າ​ເກົ່າ.

ທ່ານ​ໂດດຸ​ຍ​ເທືອງກ່າວ​ວ່າ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ກັບ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່​ງຊາດ​ຈີນ​ມີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ເປັນ​ຢ່າງ​ດີ, ຍິນ​ດີພ້ອມ​ກັນ​ກັບ​ຝ່າຍ​ຈີນ​ທຳ​ຄວາມ​ພະຍາຍາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ໃຜ​ລາວ ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ຈີນ​ຕື່ມ​ອີກ.