ຕາມຂ່າວCRI: ວັນທີ 2 ສິງຫາ ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທປະກາດປັບປຸງຄະນະລັດຖະບານ, ໄດ້ສັບຊ້ອນຕຳແໜ່ງຂອງສະມາຊິກຄະນະລັດຖະບານ 16 ທ່ານເຊິ່ງລວມທັງລັດຖະມົນຕີກະຊວງພາຍໃນ ກະຊວງການເງິນແລະກະຊວງການທ່ອງທ່ຽວ.
ສົມເດັດພູມີພົນ ອະດຸນຍະເດດ ເຈົ້າຊີວິດລາຊະອານາຈັກໄທໄດ້ຊົງອະນຸມັດບັນຊີລາຍຊື່ສະມາຊິກຄະນະລັດຖະບານຊຸດໃໝ່. ຄະນະລັດຖະບານຊຸດໃໝ່ຈະສາບານຕົວຂຶ້ນຮັບຕຳແໜ່ງໃນວັນທີ 3 ສິງຫານີ້.
ທ່ານທັກສິນ ຊິນນະວັດປັບປຸງຄະນະລັດຖະບານເທື່ອນີ້ ມີຈຸດປະສົງຍົກສະມັດຖະພາບວຽກງານຂອງຄະນະລັດຖະບານໃຫ້ສູງຂຶ້ນ, ແກ້ໄຂບັນຫາເສດຖະກິດທີ່ລັດປະເຊີນ ແລະເຮັດໃຫ້ສະຖານະການພາກໃຕ້ໄທມີສະຖຽນລະພາບ.
|