ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-03 14:47:47    
ປະມວນ​ຂ່າວ​ກິລາ(ສຽງ)

cri Author: lm

ວັນ​ທີ 25 ກໍລະກົດ​ນີ້, ລາຍການ​ໂດດ​ນ້ຳຂອງ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ​ປີ 2005 ​ໄດ້​ສິ້ນ​ສຸດ​ລົງ. ​ໃນ​ການ​ແຂ່ງຂັນ​ໂດດ​ຄູ່ຈາກ​ແປ້ນ​ສູງ​ສາມ​ແມັດ​ເພດ​ຍິງ, ນາງ​ໂກ​ຈິງ​ຈິງ​ກັບ​ນາງ​ລິ​ຖິງ ນັກ​ກິລາ​ຈີນ​ທີ່ປະກອບໃໝ່ຊິງ​ໄດ້​ແຊມ​ປຽນ​ດ້ວຍ​ 349,8 ຄະ​ແນນ. ສ່ວນ​ທ້າວ​ຫູ​ເຈຍ​ແລະ​ທ້າວ​ຢາງ​ຈິງ​ຮຸຍ ນັກ​ກິລາ​ຈີນ​ອີກ​ຄູ່​ໜຶ່ງ​ທີ່​ປະກອບ​ໃໝ່​ຊິງ​ໄດ້ຮອງ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ໂດດ​ຄູ່​ຈາກ​ແທ່ນ​ສູງ 10 ​ແມັດ​ເພດ​ຊາຍ. ​ໃນການ​ແຂ່ງຂັນ​ໂດດ​ນ້ຳ 10 ປະ​ເພດ​ຂອງ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້, ທີ​ມ​ໂດດ​ນ້ຳ​ຈີນ​ຊິງ​ໄດ້​ຫຼຽນຄຳ 5 ຫຼຽນ ຫຼຽນ​ເງິນ 4 ຫຼຽນ ຫຼຽນທອງ 3 ຫຼຽນ.
         ******             *****          *****
ພາຍຫຼັງ​ຢູ່​ປັກ​ກິ່ງ​ 4 ມື້​ແລ້ວ, ວັນ​ທີ 24 ກໍລະກົດ​ນີ້, ທີ​ມບານ​ເຕະຣີອານ ມາດຣິດ​ແຫ່ງ​​ແອສປາຍ​ໄດ້​ເດີນທາງ​​ຈາກ​ນະຄອນຫຼວງ​ປັກ​ກິ່ງ​ໄປ​ໂຕ​ກຽວ​ຍີ່ປຸ່ນ, ​​ໂຕ​ກຽວ​ແມ່ນ​ແຫ່ງ​ທີສອງ​ຂອງ​ການ​ມາ​ຢາມ​ອາຊີ​ຂອງ​ທີ​ມຣີອານ ມາດຣິດ​ເທື່ອ​ນີ້. ຕອນ​ຄ່ຳ​ວັນ​ທີ 23, ທີມ​ຣິ​ອານ ມາດຣິດກັບ​ທີ​ມຮຸນ​ໄດປັກ​ກິ່ງ​ໄດ້​ດຳ​ເນີນ​ການ​ແຂ່ງຂັນບານ​ເຕະ​ມິດຕະພາບ, ​ໃນ​ທີ່​ສຸດ ທີ​ມຣີອານ ມາດຣິດ​ໄດ້​ຮັບ​ໄຊຊະນະ, ຜົນ​ການ​ແຂ່ງຂັນ​ແມ່ນ 3:2.
        ******             ******          ******
ວັນ​ທີ 24 ກໍລະກົດ​ນີ້, ທີ​ມບານ​ເຕະ​ແມນ​ເຊ​ສ໌​ເຕີ ຢູ​ໄນ​ເຕັດ​ອັງກິດ​ໄດ້​ຂີ່​ຍົນ​ຈາກ​ຮົງ​ກົງ​ມາ​ຮອດ​ປັກ​ກິ່ງ. ​ໃນ​ໄລຍະ​ຢ້ຽມຢາມ​ຢູ່​ປັກ​ກິ່ງ, ທີ​ມ​ແມນ​ເຊ​ສ໌​ເຕີ ຢູ​ໄນ​ເຕັດ​​ໄດ້​ຖື​ການ​ຝຶກ​ແອບ​ເປັນຫຼັກ, ການ​ເຄື່ອນ​ໄຫວ​ດ້ານ​ການ​ທຸລະ​ກິດ​ພຽງ​ຈັດ​​ໃຫ້​ມີ​ເຄິ່ງມື້​ທໍ່​ນັ້ນ. ຕອນ​ຄ່ຳ​ວັນ​ທີ 26 ກໍລະກົດ​ນີ້, ທີ​ມ​ແມນ​ເຊ​ສ໌​ເຕີ ຢູ​ໄນ​ເຕັດ​ໄດ້​ແຂ່ງຂັນ​ບານ​ເຕະ​ມິດຕະພາບກັບ​ທີມ​ຮຸນ​ໄດປັກ​ກິ່ງ​ຢູ່​ສະໜາມກິລາ​ກຳມະກອນ​ປັກ​ກິ່ງ. ຜົນ​ສຸ​ດທ້າຍ​ແມ່ນ0:3, ທີ​ມ​ແມນ​ເຊ​ສ໌​ເຕີ​ ຢູໄນ​ເຕັດໄດ້​ຮັບ​ໄຊຊະນະ.
        ******           ******         ******
ວັນ​ທີ 26 ກໍລະກົດ​ນີ້, ງານ​ແຂ່ງຂັນ​ບານບ້ວງ​ຊິງ​ແຊມ​ປຽນ​ລະດັບ​ທະວີບສະ​ຕັງ​ໂຄ​ວິກຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນຢູ່​ສະໜາມກິລາ​ນະຄອນຫຼວງປັກ​ກິ່ງ. ທີ​ມ​ບານບ້ວງ​ທີ່​ເຂົ້າຮ່ວມ​ງານ​ແຂ່ງ​ຂັນ​ແມ່ນ​ທີ​ມ​ແຊມ​ປຽນຂອງ​ບັນດາ​ທະວີບ​, ລວມມີ ທີ​ມ​ລີຕົວ​ນີ ທີ​ມອາ​ກຊັງ​ຕິນ ທີ​ມອົສຕຼາລີ ທີ​ມ ປອກ​ໂຕລີ​ໂກ ທີ​ມອັງ​ໂກລາ​ແລະ​ທີ​ມຈີນ. ການ​ແຂ່ງຂັນ​ຈະ​ໃຊ້​ລະ​ບອບ​ໝູນ​ວຽນທິດ​ດຽວ, ອີງ​ຕາມ​ກະຕິ​ກາ​ຂອງ​ສະຫະພັນ​ບານບ້ວງ​ສາກົນ, ການ​ແຂ່ງ​ຂັນ​​ເກມ​ໜຶ່ງ​ແບ່ງ​ເປັນ 4 ນັດ, ນັດ​ລະ 10 ນາທີ, ​ເງິນ​ລາງວັນ​​ແຊມ​ປຽນ​ແມ່ນ 1 ​ແສນ​ໂດ​ລາ​ສະຫະລັດ.
        ******           ******          ******
ວັນ​ທີ 24 ກໍລະກົດ​ນີ້, ງານ​ກິລາ​ໂລກ​ຄັ້ງທີ 7 ​ທີ່​ຈັດ​ຂຶ້ນຢູ່​ເຢຍລະ​ມັນໄດ້ສິ້ນ​ສຸດ​ລົງ. ​ໃນ​ການ​ແຂ່ງຂັນ​ເພາະ​ກາຍໝູ່​ຄະນະ 6 ຄົນ, ທີ​ມກິລາ​ເພາະ​ກາຍ​ຈີນ​ຊິງ​ໄດ້​ແຊມ​ປຽນ, ນີ້​ແມ່ນ​ແຊມ​ປຽນຫຼຽນທຳ​ອິດ​ທີ່​ທີ​ມກິລາ​ເພາະ​ກາຍ​ຈີນ​ຊິງ​ໄດ້​ໃນ​ການ​ແຂ່ງຂັນ​ລະດັບ​ໂລກ. ​ໃນ​ການ​ແຂ່ງຂັນ​ສະນຸກ​ເກີ​ຮອບຊິງ​ຊະນະ​ເລີດ, ທ້າວ​ຕິງ​ຈຸ້ນຮຸຍ ນັກ​ກິລາ​ຈີນ​ເສຍ​ໃຫ້​ນັກ​ກິລາ​ອຽກລັງ​ເໜືອ, ​ເປັນຮອງ​ຊະນະ​ເລີດ. ​ໃນ​ງານ​ກິລາ​ໂລກ​ເທື່ອ​ນີ້, ທີ​ມຈີນ​ຊິງ​ໄດ້​ຫຼຽນ​ຄຳ 4 ຫຼຽນ ຫຼຽນ​ເງິນ 5 ຫຼຽນ.
        ******            ******          ******
ຕອນ​ບ່າຍ​ວັນ​ທີ 25 ກໍລະກົດ​ນີ້, ງານ​ແຂ່ງຂັນ​ລົດຖີບ​​ແລ່ນ​ຕາມ​ທາງຫຼວງອ້ອມ​ໜອງ​ຊິງ​ໄຫສາກົນຄັ້ງທີ 4 ​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ຊີ​ໜິງ​ແຂວງ​ຊິງ​ໄຫ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນໄດ້​ສິ້ນສຸດ​ລົງ. ​ເມື່ອ​ໄດ້​ແຂ່ງຂັນ​ຢ່າງ​ດຸ​ເດືອດເປັນ​ເວລາ 9 ມື້ ​​ເຊິ່ງ​ແບ່ງ​ເປັນ 9 ​ໄລ​ຍະ​ທາງ, ທ້າວ​ມາ​ທິນ ມາ​ເຣັສ ນັກ​ກິລາ​ຂອງທີ​ມ​​ແຊັດ​ວີ​ວີ​ແຊັດ(ZVVZ)​​ຂອງເຊັກ​ຊິງ​ໄດ້​ແຊມ​ປຽນ​ລວມ. ​ປະຈຸ​ບັນ ງານ​ແຂ່ງຂັນ​ລົດຖີບ​ແລ່ນ​ຕາມ​ທາງຫຼວງອ້ອມ​ໜອງ​ຊິງ​ໄຫ​ສາ​ກົນ​ໄດ້​ກາຍ​ເປັນ​ງານ​ແຂ່ງຂັນ​ລົດຖີບ​ແລ່ນ​ຕາມ​ທາງຫຼວງສາກົນ​ທີ່​ລະດັບ​ສູງ​ສຸດ​ແລະ​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ໃນ​ອາຊີ, ກໍ​ແມ່ນ​ການ​ແຂ່ງຂັນ​ລົດຖີບ​ແລ່ນ​ຕາມ​ທາງຫຼວງສາກົນ​ທີ່​ຈັດ​ຂຶ້ນ​ຢູ່​ບ່ອນ​ທີ່​ສູງ​ກວ່າລະ​ດັບ​ນ້ຳ​ທະ​ເລຫຼາຍທີ່​ສຸດ​ໃນ​ໂລກ. ທີ​ມລົດຖີບ 20 ທີ​ມທີ່​ມາ​ຈາກ​ 5 ທະວີບ​ໃນ​ໂລກ​ ນັກ​ກິລາ 100 ກວ່າ​ຄົນ​ໄດ້​ເຂົ້າຮ່ວມ​ງານ​ແຂ່ງຂັນ.
        ******            ******        ******
ວັນ​ທີ 24 ກໍລະກົດ​ນີ້, ​ໃນ​ການ​ແຂ່ງຂັນ​ສາຍ A ຂອງ​ງານ​ແຂ່ງຂັນ​ບານ​ສົ່ງ​​ເພດ​ຍິງ U-20 ປີຊິງ​ຊະນະ​​ເລີດ​ໂລກ, ທີ​ມຈີນ​ແຂ່ງຂັນ​ກັບ​ທີ​ມ​ໂດ​ມີ​ນີ​ແກນ​ຢ່າງ​ດຸ​ເດືອດ, ​ໃນ​ທີ່​ສຸດ ທີ​ມຈີນ​ໄດ້​ຮັບ​ໄຊຊະນະ​ແບບ​ຫວຸດ​ຫວິດດ້ວຍ​ຄະ​ແນນ 3:2, ​​ແລະໄດ້​ຮັບ​ໄຊຊະນະ​ສອງ​ເກ​ມຢ່າງ​ຕໍ່​ເນື່ອງ​ກັນ. ງານ​ແຂ່ງຂັນ​ໄດ້​ຈັດ​ຂຶ້ນຢູ່​ອັງກາ​ລາ ນະຄອນຫຼວງຕວກກີ, ​ໃນ​ເກ​ມທຳ​ອິດ, ທີ​ມຈີນ​ໄດ້​ເອົາ​ຊະນະ​ທີ​ມ​ເອຢິບ​ດ້ວຍ​ຄະ​ແນນ 3:0. ລວມມີ 12 ທີ​ມ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນບານ​ສົ່ງ​ເພດ​ຍິງ U-20 ປີ​ຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້​. 
       ******        ******        ******
​ໃນ​ການ​ແຂ່ງຂັນ​ຮອບ​ທີ​ສອງ​ໃນ​ສາຍ B ຂອງ​ງານ​ແຂ່ງຂັນ​ບານ​ສົ່ງ​ເພດ​ຍິງ U-18 ປີ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທີ 9 ທີ່​ຈັດ​ຂຶ້ນຢູ່​ມາ​ກາວ​ໃນ​ວັນ​ທີ 24 ກໍລະກົດ​ນີ້, ທີ​ມຈີນ​ໄດ້​ເອົາ​ຊະນະ​ທີ​ມອູ​ແກຼນ ທີ​ມ​ເກັ່ງ​ເອີ​ລົບ​ຕາ​ເວັນ​ອອກ​ແບບ​ຫວຸດ​ຫວິດ​ດ້ວຍ​ຄະ​ແນນ 3:2. ​ໃນ​ການ​ແຂ່ງຂັນ​ອີກ​ເກ​ມ​ໜຶ່ງ​ໃນ​ສາຍ B, ທີ​ມສ.​ເກົາຫຼີ​ໄດ້​ເອົາ​ຊະນະ​ທີ​ມ​ໂອດຼິສດ້ວຍ​ຄະ​ແນນ 3:0, ​ແຂ່ງຂັນ​ສອງ​ເກ​ມຊະນະ​ສອງ​ເກ​ມ, ​ເປັນ​ທີ​ໜຶ່ງ​ໃນ​ສາຍ B. ທີ​ມຈີນ​ເປັນ​ທີ​ສອງ.
       ******        ******       ******
ວັນ​ທີ 24 ກໍລະກົດ​ນີ້ ງານ​ແຂ່ງຂັນ​ລົດຖີບ​ແລ່ນອ້ອມ​ຝຣັ່ງຄັ້ງທີ 92 ໄດ້​ສິ້ນ​ສຸດ​ລົງຢູ່​ປາຣີ. ຜົນງານ​ລວມຂອງທ່ານ​ລານ​ສ໌ ອາມ​ສ໌ຕຼອງ ນັກ​ກິລາ​ລົດຖີບ​ທີ່​ຊື່​ດັງ​ຂອງ​ອາ​ເມ​ລິ​ກາ​ເປັນ​ທີ​ໜຶ່ງ, ນີ້​ແມ່ນ​ທ່ານ​ຊິງ​ໄດ້​ແຊມ​ປຽນ​ຂອງ​ງານ​ແຂ່ງຂັນ​ລົດຖີບ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ລາຍ​ນີ້ 7 ​​ເທື່ອ​ລຽນຕິດ​​ເຊິ່ງ​​ເລີ່​ມ​ແຕ່​ປີ 1999 ​ເປັນ​ຕົ້ນມາ. ທ່ານ​ອາມ​ສ໌ຕຼອງປີ​ນີ້​ອາຍຸ 33 ປີ, ​ຊິງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ລົດຖີບ​ແລ່ນ​ຕາມ​ທາງຫຼວງ​ໂລກ​ປີ 1998 ​ແຊມ​ປຽນ​ງານ​ແຂ່ງຂັນ​ລົດຖີບນັບ​ເວລາ​ໂລກ ​ແລະ​ແຊມ​ປຽນ​ງານ​ແຂ່ງ​ຂັນ​ລົດຖີບ​ແລ່ນ​ອ້ອມ​ລຸກ​ຊຳ​ບວກຕາມໆ​ກັນ.
      ******           ******         ******
ວັນ​ທີ 22 ກໍລະກົດ​ນີ້, ​ໃນ​ງານ​ແຂ່ງຂັນ​ແລ່ນ​ແລະ​ລານ​ຊິງ​ລາງວັນ​ອັງກິດທີ່​ຈັດ​ຂຶ້ນຢູ່​ລອນ​ດອນ, ນາງ​ແຢ​ແລນາ ອິຊິນ​ບາ​ແຢວາ ນັກ​ກິລາ​ເຕັ້ນສັກ​ໄມ້​ທໍ່ຣັດ​ເຊຍ​ທີ່​ມີ​ຊື່​ສຽງ ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ເຕັ້ນຂ້າມ​ຮາວ​ຂວາງ​ສູງ 5  ​ແມັດ, ກາຍ​ເປັນ​ນັກ​ກິລາ​ເຕັ້ນສັກ​ໄມ້​ທໍ່​ເພດ​ຍິງ​ຜູ່​ທຳ​ອິດ​ໃນ​ປະຫວັດສາດ​ທີ່​ເຕັ້ນຂ້າມ 5 ​ແມັດ. ຕັ້ງ​ແຕ່​ທຳ​ລາຍ​ສະຖິຕິ​ໂລກ​ເປັນຄັ້ງທຳ​ອິດ​ເມື່ອ 2 ປີກ່ອນ​ຈົນຮອດ​ປະຈຸ​ບັນ, ນາງ​ໄດ້​ທຳລາຍ​ສະຖິຕິ​ທີ່​ຕົນ​ສ້າງ​ຂຶ້ນ​ 17 ​ເທື່ອ​ລຽນ​ຕິດ.