ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-03 15:05:28    
ນິທາຍ​ກ່ຽວ​ກັບ​ສຸພາ​ສິດ "ຄຸ້ນ​ໂຊ້ວ​ໂຢວ​ໂຕ້ວ"

cri Author: LM

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸ​ພາ​ສິດ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ຄຸ້ນ​ໂຊ້​ວ​ໂຢວ​ໂຕ້​ວ" ​ແປ​ວ່າ "ສັດ​ຖືກ​ຂັງ​ຍັງ​ດິ້ນຮົນ" ສູ່​ຟັງ. ຄຳ​ສຸພາສິດ​ນີ້​ໄດ້​ມີ​ໃຫ້​ເຫັນ​ໃນ​ໜັງສື "​ໂຈ​ຈ້ວນ" ​ເຊິ່ງ​ເປັນ​ໜັງ​ສື​ບັນທຶກ​ປະຫວັດສາດ​ທີ່​ຮຽບຮຽງ​ໃນ​ສະ​ໄໝ​ຊຸນ​ຊິວ​ຂອງ​ຈີນ, ​ໃຊ້​ມາ​ອຸປະມາ​ຜູ່​ຄົນ​ທີ່​ຕົກ​ຢູ່​​ໃນ​ສະ​ພາບ​ຈົນຕາ​ແຈ​​ແຕ່ຍັງ​ບໍ່​ຍອມ​ເສຍ​ໄຊ ຍັງ​ພະຍາຍາມ​ສູ້​ຊົນ​ຈົນ​​ເຖິງ​ນະທີສຸດ​ທ້າຍ.

​ໃນ​ສະ​ໄໝ​ຊຸນ​ຊິວ​ຂອງ​ຈີນ, ມີ​ເທື່ອ​ໜຶ່ງ ກອງ​ທະຫານ​ລັດ​ຈິ້ນ​ໄດ້​ຂ້າມ​ແມ່​ນ້ຳ​ເຫຼືອງ​ໄປຫຼອນ​ໂຈມ​ຕີ​ກອງ​ທະຫານ​ລັດ​ສູ, ​ໃນ​ທີ່​ສຸດ​ພັດ​ເສຍໄຊ​ຢ່າງ​ສາຫັດ. ສິນ​ລິນ​ຟູ ​ແມ່ທັບ​ກອງ​ທະ​ຫານ​ລັດ​ຈິ້ນ​ຮູ້ສຶກ​ວ່າ​ຕົນ​ເອງ​ຈະ​ໜີຈາກ​ໂທດ​ກຳ​ບໍ່​ໄດ້, ​ເລີຍ​ໄປ​ຂໍ​ຮັບ​ໂທດ​ນຳ​ເຈົ້າ​ຊີ​ວິດ​ຈິງ​ກົ່ງຂອງລັດ​ຈິ້ນຢ່າງ​ເປັນ​ເຈົ້າການ.

​ເມື່ອ​ຈິງ​ກົ່ງ​ໄດ້​ຮັບຂ່າວ​ວ່າກອງ​ທະຫານ​ລັດ​ຈິ້ນ​ປະສົບ​ຄວາມ​ປະລາ​ໄຊ​ ກໍ​ຊົງ​ພະ​ພິ​ໂລດທີ່​ສຸດ, ພະ​ອົງ​ຊົງ​ຂຶງ​ພະ​ເນ​ດ, ຊີ້​ດ່າສິນ​ລິນ​ຟູ​ວ່າ: "​​ແມ່ທັບ​ຄືເຈົ້ານີ້​ຈັ່ງ​ແມ່ນ​ໂງ່​ແທ້! ​ໃນ​ປາງກ່ອນ ລັດ​ຈິ້ນ​​ເປີດ​ເສິກກັບ​ລັດ​ສູ, ລັດ​ຈິ້ນ​ໄດ້​ຮັບ​ໄຊຊະນະ​​ເລື້ອຍໆ, ​ແຕ່​ດຽວ​ນີ້​ ​ເຈົ້າພັດ​ເສຍ​ໄຊ, ​ເຈົ້າຍັງ​ມີໜ້າ​ມາ​ເຂົ້າ​ເຝົ້າພະ​ອົງ​ເຮົາຫວະ! ມື້​ນີ້​ພະ​ອົງ​ເຮົາຈະ​ໃຫ້​ເຈົ້າສົມຫວັງ, ​ເຈົ້າ​ໄປ​ຕາຍສາ!" ສິນ​ລິນ​ຟູ​ທີ່​ຄຸ​ເຂົ່າຢູ່ທັງ​ມີນ້ຳຕາ​ໄຫຼອາບ​ແກ້ມ ​ເວົ້າດ້ວຍ​ສຽງ​ສັ່ນ​ວ່າ: "ຂອບ​ພະ​ໄທນຳ​ພະ​ບາດ​ສົມ​ເດັດ​ທີ່​​ພະ​ລາຊະທານ​ໃຫ້​ຕາຍ". ​ເວົ້າ​ແລ້ວ​ກໍ​ຄ່ອຍໆ​ລຸກຢືນ​ຂຶ້ນ. ​ໃນ​ເວລາ​ນີ້, ຊື້​ຮຸ້ຍ ​ເສນາ​ບໍດີ​ລັດ​ຈິ້ນ​ໄດ້​ຮ້ອງ​ໃສ່​ວ່າ: "ຟ້າວ​ກ່ອນ!" ​ແລ້ວ​ແລ່ນ​ໄປ​ປະນົມ​ມື​ຕໍ່​ຈິງ​ກົ່ງ​ວ່າ: "ພະ​ບາດ​ສົມ​ເດັດ, ຂ້ານ້ອຍ​ເຫັນ​ວ່າຈະ​ລົງ​ໂທດ​ນາຍ​ພົນສິນ​ລິນ​ຟູ​ຄື​ແນວ​ນີ້​ບໍ່​ໄດ້. ​ແຕ່​ກ່ອນ ​ໃນ​ຄາວພະ​ບາດ​ສົມ​ເດັດ​ເວິນ​ກົ່ງ​ຍັງຊົງ​ມີ​ຊີວິດ​ຢູ່​ນັ້ນ, ລັດ​ຈິ້ນ​ກັບ​ລັດ​ສູ​​ໄດ້ສູ້​​ກັນ​ຢູ່​ດຸ​ເດືອດ​ຢູ່​ເສິງ​ຜູ, ​ໃນ​ທີ່​ສຸດ ກອງ​ທະຫານ​ລັດ​ຈິ້ນ​ໄດ້​ຮັບ​ໄຊຊະນະ​ຢ່າງ​ໃຫຍ່, ພຽງ​ແຕ່​ຂົນ​ເອົາສະບຽງ​ອາຫານທີ່ກອງ​ທະຫານ​ລັດ​ສູປະ​ໄວ້​ກໍ​​ໃຊ້​ເວລາ 3 ມື້. ພະ​ບາດ​ສົມ​ເດັດ, ນີ້​ຈັ່ງ​ແມ່ນ​ໄຊຊະນະ​ໃຫຍ່​ແທ້! ​ແຕ່​ພະ​ບາດ​ສົມ​ເດັດ​ເວິນ​ກົ່ງ​ພັດບໍ່​ໄດ້​ປື້​ມພະ​ໄທ​, ພະ​ບາດ​ສົມ​ເດັດ​ເວິນ​ກົ່ງ​ຊົງ​ກ່າວ​ວ່າ: ​ເຖິງ​ວ່າ​ມື້​ນີ້​ກອງ​ທະຫານ​ລັດ​ຈິ້ນ​ໄດ້​ເອົາ​ຊະນະ​ກອງ​ທະຫານ​ລັດ​ສູ​ຢ່າງ​ໃຫຍ່​ກໍ່ຕາມ, ​ແຕ່​ທະ​ແນມ​ແຕ່​ຈືອີ້ ມະຫາ​ອຸປະຫຼາດລັດ​ສູ​ຍັງ​ມີ​ຊີວິດ​ຢູ່, ຂ້າພະບາດ​ກໍຈະ​ຫາຍ​ຄວາມ​ເປັນ​ຫ່ວງ​ບໍ່​ໄດ້. ສັດ​ຖືກ​ຂັງ​ຢູ່​ກໍ່​ຍັງ​ດິ້ນຮົນ​ຢ່າງ​ໜຽວ​ແໜ້ນ, ຍິ່ງ​ບໍ່​ຕ້ອງ​ເວົ້າ​ເຖິງ​​ມະຫາ​ອຸປະຫຼາດຂອງ​ລັດ​ໃຫຍ່​ລັດ​ໜຶ່ງ! ພາຍຫຼັງມາ, ຈືອີ້​ ມະ​ຫາ​ອຸປະຫຼາດລັດ​ສູຖືກ​ປະຫານ​ຊີວິດ, ​ພະ​ບາດ​ສົມ​ເດັດເວິນກົ່ງ​ຈຶ່ງ​ຊົງ​ປື້​ມ​ພະ​ໄທ, ​ເຫັນ​ວ່າ​ບັດ​ນີ້ບໍ່​ມີ​ໃຜ​ມາ​ທຳຮ້າຍ​ລັດ​ຈິ້ນ​​ໄດ້ອີກ​ແລ້ວ. ດຽວ​ນີ້​ລັດ​ຈິ້ນ​ປະສົບ​ຄວາມ​ປະລາ​ໄຊ, ຖ້າ​ພະ​ບາດ​ສົມ​ເດັດ​ຂ້າ​ນາຍ​ພົນ​ສິນ​ລິນ​ຟູ​, ຈະບໍ່​ເຮັດ​ໃຫ້​ລັດ​ຈິ້ນ​​ເສຍ​ນາຍ​ພົນ​ຜູ່​ອົງອາດ​ກ້າຫານ​ໄປອີກຜູ່​ໜຶ່ງຫວະ, ​ແລະຈະ​ບໍ່​ເປັນ​ການ​ຊ່ອຍລັດ​ສູ​ຫວະ? ​ໃນ​ຄາວ​ນັ້ນ, ພະ​ບາດ​ສົມ​ເດັດ​ເວິນ​ກົ່ງ​ບໍ່​ປື້​ມພະ​ໄທ​ຍ້ອນ​ໄດ້​ຮັບ​ໄຊຊະນະ​ຊົ່ວຄາວ, ຂ້ານ້ອຍ​ເຫັນ​ວ່າ, ພະ​ບາດ​ສົມ​ເດັດ​ກໍ່​ບໍ່​ຄວນ​ຊົງພະ​ພິ​ໂລດຍ້ອນຄວາມ​ປະລາ​ໄຊ​ຊົ່ວຄາວ, ຄວນ​​ສະຫຼຸບບົດຮຽນທາງ​ບວກ​ແລະ​ທາງ​ລົບ​ຢ່າງ​ຕັ້ງໜ້າ, ​ເພື່ອ​ກຽມ​​ສູ້​ເອົາ​ໃໝ່, ​ນາຍ​ພົນສິນ​ລິນ​ຟູ​ເປັນ​ຄົນ​ຊື່ສັດ ຈົງ​ຮັກ​ພັກດີ​, ສູ້​ລົບ​ຢ່າງ​ອົງອາດ​ກ້າຫານ, ສົມ​ຊື່​ເປັນ​ຂື່​ເປັນ​ແປ​ຂອງ​ລັດ​ຈິ້ນ, ​ເທື່ອ​ນີ້ເຂົາ​ເສຍ​ໄຊ, ກໍ​ເໝືອນ​ດັ່ງ​ສຸລິຍະຄາດ​ແລະ​ຈັນທະຄາດ, ​ບໍ່​ຫ່ອນ​ຈະ​ລົດ​ວົງ​ລັດສະໝີ​ຂອງ​ພະອາທິດ​ແລະພະຈັນ​, ຂໍ​ໃຫ້​ພະ​ບາດ​ສົມ​ເດັດ​ຈົ່ງ​ຄຶດ​ຫງຳ​ແລ້ວ​ຈຶ່ງ​ທຳ​ການ​ຕົກລົງ."

​ເຈົ້າຊີວິດ​ຈິງ​ກົ່ງລັດ​ຈິ້ນ​ເຫັນ​ວ່າຄຳ​ເວົ້າຂອງ​ເສນາ​ບໍດີ​ຊື້​ຮຸ້ຍມີ​ເຫດ​ມີ​ຜົນ, ​ເລີຍ​​ນີລະ​ໂທດ​ການປະຫານ​ຊີວິດ​ໃຫ້​ແກ່​ສິນ​ລິນ​ຟູ.