ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 20th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-03 17:25:39    
ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ກະຊວງ​ວັດ​ທະ​ນະ​ທຳ​ອາ​ຊຽນ​ກັບ​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ຄັ້ງ​ທີ​ສອງ​ຈັດ​ຂຶ້ນ​ຢູ່​ບາງ​ກອກ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 3 ສິງຫາ ຢູ່​ບາງ​ກາກ​ໄດ້​ໄຂກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ວັດທະ​ນະທຳ​ອາຊຽນ​ກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຄັ້ງທີ​ສອງ​.

ຫົວ​ຂໍ້​ສຳຄັນ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ລວມມີ​ການວາງ​ນະ​ໂຍບາຍ​ແລະ​ຍຸດ​ທະ​ສາດ​ພັດທະ​ນາ​ວັດທະ​ນະທຳ​ຂອງ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ,​ສະ​ແຫວງ​ຫາ​ຊ່ອງ​ທາງ​ດຳ​ເນີນ​ການ​ຄ້າ​ສິນຄ້າ​ວັດທະ​ນະທຳ​ຢ່າງ​ເສລີ​ເປັນຕົ້ນ.​ ລັດຖະ​ມົນຕີ​ກະຊວງ​ວັດທະ​ນະທຳ​ຂອງ 10 ປະ​ເທດ​ອາ​ຊຽນ​ແລະ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ທີ່​ຈະ​​ໄຂ​ເປັນ​ເວລາ​ສອງ​ມື້​ເທື່ອ​ນີ້.

​ໃນ​ກອງ​ປະຊຸມ,ທ່ານ​ຊູ່​ນ​ເຈ່ຍ​ເຈີ້​ງ ລັດຖະມົນຕີ​ກະຊວງ​ວັດທະ​ນະທຳ​ຈີນ​ໄດ້​ກ່າວ​ຄຳ​ປາ​​ໄສ​ວ່າ,ກອງ​ປະຊຸມ​ເທື່ອ​ນີ້​ເປັນ​ສັນຍະລັກ​ສະ​ແດງ​ໃຫ້​ເຫັນ​ວ່າການ​ຮ່ວມ​ມື​ດ້ານ​ວັດທະ​ນະທຳ​ລະຫວ່າງ​ອາ​ຊຽນ​ກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ຢ່ວງ​ບາດກ້າວ​ໃໝ່​ທີ່​ສຳຄັນ​ທີ່​ສຸດ​ບົນ​ພື້ນຖານ​ອັນ​ດີງາມ​ໃນ​ການ​ແລກປ່ຽນ​ກັນ​ສອງ​ຕໍ່​ສອງ​ໃນ​ເມື່ອ​ກ່ອນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040