ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Tuesday    Apr 22th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-03 18:09:38    
ຈີນ​ອາ​ຊຽນ​ເຊັນ​ບົດ​ບັນທຶກ​ຊ່ອຍ​​ຈຳເຫັນ​ໃຈ​ກັນກ່ຽວກັບ​ການ​ຮ່ວມ​ມື​ດ້ານວັດທະນະທຳ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 3 ສິງຫາ,ທ່ານ​ຊຸນ​ເຈຍ​ເຈີ້​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນກັບທ່ານ​ອົງ​ເຄັງ​ຢົງ ​ເລຂາທິການ​ກຸ່ມ​ອາ​ຊຽນທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ວັດທະນະທຳ​ອາ​ຊຽນ-ຈີນ ຍີ່​ປຸ່ນ ສ.​ເກົາຫຼີ​ຄັ້ງທີ 2 ທີ່​ຈັດ​ຂຶ້ນ​ຢູ່​ບາງ​ກອກ ນະຄອນຫຼວງ​ຂອງ​ໄທ​ໄດ້​ພ້ອມ​ກັນ​ເຊັນບົດ​ບັນທຶກ​ຊ່ອຍ​​ຈຳເຫັນ​ໃຈ​ກັນກ່ຽວກັບ​ການ​ຮ່ວມ​ມື​ດ້ານວັດທະນະທຳລະຫວ່າງ​ລັດຖະບານ​ສປຈີນ​ກັບ​ລັດຖະບານ​ປະ​ເທດ​ສະມາຊິກ​ອາ​ຊຽນ.

​ໃນ​ພິທີ​ລົງ​ນາມ​ໃນ​ສັນຍາ ທ່ານ​ຊຸນ​ເຈຍ​ເຈີ້​ງ​ເວົ້າວ່າ,ອາ​ຊຽນຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ວັດທະນະທຳ​​​ໃນ​ຖານ​ເປັນ​ອົງ​ປະກອບ​ສົມບູນຈະ​ຊຸກຍູ້​ໃຫ້​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ໃຈ​ກັນ.

ທ່ານ​ອົງ​ເຄັງ​ຢົງ​ເວົ້າວ່າ,ອາ​ຊຽນຈະຕັ້ງໜ້າ​ດຳ​ເນີນ​ການ​ແລກປ່ຽນ​ແລະຮ່ວມ​ມື​ທາງ​ວັດທະນະທຳ​ກັບ​ຈີນ​ຕາມ​ຂົງ​ເຂດທີ່​ກ່ຽວ​ພັນ​ໃນ​ບົດ​ບັນທຶກ​ຊ່ອຍຈຳແລະການ​ຄາດ​ຄຶດ​ຂອງ​ໂຄງການ.

ບົດ​ບັນທຶກ​ຊ່ອຍ​​ຈຳ​ສະບັບ​ນີ້​ແມ່ນ​ເອກະສານ​ຮ່ວມ​ມືວັດທະນະທຳສະບັບ​ທຳ​ອິດ​ທີ່ຈີນ​ເຊັນ​ກັບອົງການ​ຮ່ວມ​ມື​ພາກ​ພື້ນ​ໃນ​ໂລກ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040