ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-04 10:22:41    
ຈີນ​ເພີ່ມ​ທະ​ວີ​ການ​​ຝຶກ​ອົບ​ຮົມ​ຄູ​ສອນ​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ(ສຽງ)

cri

ໃນ​ຫຼາຍ​ປີ​ມາ​ນີ້,​ເພື່ອ​ຍົກ​ສູງ​ລະດັບ​ການ​ສຶກສາ​ໂດຍ​ສະ​ເພາະ​ແມ່ນ​ລະດັບ​ການ​ສຶກສາ​ຂັ້ນ​ພື້ນຖານ,ພາກສ່ວນ​ສຶກສາ​ທິການ​ຈີນ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ຝຶກ​ອົບຮົມ​ຄູ​ສອນ,ບາ5​ປີ​ໃດ​ຈັດການ​ຝຶກ​ອົບຮົ​ມ​​​ເທື່ອ​ໜຶ່ງໃຫ້​ຄູ​ສອນ​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ທົ່ວ​ປະ​ເທດ​ຈີນ,​ເພື່ອ​ຍົກ​ຄຸນ​ທາດ​ຂອງ​ຄູ​ສອນ​ໃຫ້​ສູງ​ຂຶ້ນ.​

ສັງຄົມ ​ໃນ​ຊູ່​ມື້​ນີ້ມີ​ການ​ປ່ຽນ​ແປງ​ໄວ​ຫຼາຍ,ຂໍ້​ມູນ​ຂ່າວສານ​ໃໝ່,ຄວາມ​ຮູ້​ໃໝ່​ໄດ້​ປະກົດ​ອອກມາ​ຢ່າງ​ບໍ່​ຢຸດ​ຢັ້ງ,ນີ້​ໄດ້​ວາງ​ຄວາມ​ຮຽກ​ຮ້ອງ​ນັບ​ມື້​ນັບ​ສູງ​ຕໍ່ຄູ​ສອນ​ທີ່​ຖືກ​ເອີ້ນເປັນ​ວິ​ສະ​ວະ​ກອນ​ແຫ່ງ​ດວງ​ວິນ​ຍານ​ຂອງ​ມະນຸດ​.ພວກ​ເຂົາ​ເຈົ້າ​ອາ​ໄສ​ແຕ່​ຄວາມ​ຮູ້​ທີ່​ຮຽນ​ໄດ້​ກ່ອນ​ເປັນ​ຄູ​ສອນ​ນັ້ນ,​ແມ່ນ​ບໍ່ອາດ​ຈະພໍ​ໃຊ້​​ໄດ້ຕະຫຼອດ​ຊີວິດ​ແລ້ວ.ສະ​ນັ້ນ,​ໃນ​ປັດຈຸບັນ,ຫຼາຍ​ປະ​ເທດ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ຝຶກ​ອົບຮົມ​ຄູ​ສອນ.ຍ້ອນ​ວ່າ,ກາ​ນສຶກສາ​ຂັ້ນ​ໂຮງ​ຮຽນ​ປະຖົມ​ແລະ​ມັດທະຍົມ​ແມ່ນ​ພື້ນຖານ​ຂອງ​ ​ການ​ສຶກສາທັງ​ໝົດ,ສະ​ນັ້ນ,ການ​ຝຶກ​ອົບຮົມ​ຄູ​ສອນ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ໄດ້​ກາຍ​ເປັນ​ຈຸດ​ໜັກ​ສຳຄັນ​ໃນ​ວຽກ​ງານຝຶກ​ອົບຮົມ.

ໃນ​ເວລາ​ສະ​ເໜີ​ສະພາບ​ການ​ຝຶກ​ອົບຮົມ​ຄູ​ສອນ​ຂອງ​ຈີນ,ທ່ານຖາງ​ຈິ່ງ​ເວີຍ ​ເຈົ້າ​ໜ້າ​ທີ່​ກະຊວງ​ສຶກສາ​ທິການ​ຈີນກ່າວ​ວ່າ:

"​ໃນ​ຫຼາຍ​ປີ​ມາ​ນີ້,ພວກ​ຂ້າພະ​ເຈົ້າ​ນັບ​ມື້​ນັບ​ຮູ້ສຶກ​ວ່າ,​ເພື່ອ​ຍົກ​ລະດັບ​ການ​ສຶກສາ​ແລະ​ຄຸນ​ນະພາ​ບການ​ສຶກສາ​​ໃຫ້​ສູງ​ຂຶ້ນ,ຂໍ​ກະ​ແຈ​ຍັງ​ຄົງ​ຕ້ອງ​ອາ​​ໄສ​ຄູ​ສອນ.ສະ​ນັ້ນ,ການ​ເພີ່ມ​ທະວີ​ການ​ສຶກສາ​ຕໍ່​ໃຫ້​ແກ່​ຄູ​ສອນ​ແມ່ນ​ວຽກ​ງານ​ລາຍ​ໜຶ່ງ​ທີ່​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ໃນຂະ​ບວນການ​ພັດທະນາ​ການ​ສຶກສາ."

ປັດຈຸ​ບັນ,ຈີນ​ໄດ້​ສ້າງ​ລະບອບ​ການ​ສຶກສາ​ຕໍ່​ ​ຄູ​ສອນ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ໃນ​ ​ເບື້ອງຕົ້ນ​ແລ້ວ.​ໃນ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຊັ່ນ​ກົດໝາຍ​ວ່າ​ດ້ວຍຄູ​ອາຈານ​ເປັນ​ຕົ້ນ,​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ,ການ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ແມ່ນ​ສິດ​ແລະ​ພັນທະ​ຂອງ​ຄູ​ອາ​ຈານ,​ຮຽກ​ຮ້ອງ​ໃຫ້​ຄູ​ສອນ​ໂຮງ​ຮຽນ​ປະຖົມ​ແລະ​ມັດທະຍົມ​ທັງ​ໝົດ​ບາ5​ປີ​ໃດຕ້ອງ​ດຳ​ເນີນ​ການ​ສຶກ​ສາ​ຮອບ​ໜຶ່ງ​ເຊິ່ງ​ບໍ່​ຕ່ຳກ​ວ່າ240​ຊົ່ວ​ໂມງ​ຮຽນ.​ເນື້ອ​ໃນ​ການ​ຝຶກ​ອົບຮົມ​ຕົ້ນຕໍ​ມີ​ສາມ​ດ້ານ,​ຄື​ໜຶ່ງ,​ສົ່ງ​ເສີມ​ຄູ​ສອນ​ຮັກ​ຫອມ​ພາ​ລະ​ກິດ​ການ​ສຶກ​ສາ,​ເຮັດ​ວຽກ​ງານ​ຄູ​ສອນ​ໃຫ້​ດີ,​ສອງ​ແມ່ນ​ການ​ຝຶກ​ອົບ​ຮົມ​ດ້ານ​ວິ​ຊາ​ສະ​ເພາະ,​ເພື່ອ​ຍົກ​ລະ​ດັບ​ວິ​ຊາ​ສະ​ເພາະ​ຂອງ​ຄູ​ສອນ​ໃຫ້​ສູງ​ຂຶ້ນ.​ສາມ​ແມ່ນ​ການ​ບຳ​ລຸງ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ສິດ​ສອນ,​ຊ່ອຍ​ຄູ​ສອນ​ປັບປຸງ​ວິທີ​ການ​ສິດ​ສອນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ປັດຈຸບັນ,ຈີນ​ມີ​ຄູ​ສອນ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ລວມ10ລ້ານ​ກວ່າ​ຄົນ,​ວຽກ​ງານ​ຝຶກ​ອົບ​ຮົມ​ຄູ​ສອນ​ເຫຼົ່າ​ນີ້​ຕົ້ນຕໍ​ແມ່ນ​ນຳພາ​ໂດຍ​ມະຫາວິທະຍາ​ໄລ​ສ້າງ​ຄູ6​ແຫ່ງ​ທີ່​ແຈກ​ຢາຍ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ,​​ແລະ​ຮັບຜິດ​ຊອບ​ໂດຍ​ອົງການ​ຝຶກ​ອົບ​ຮົມຄູ​ສອນ​ຂັ້ນ​ແຂວງ​ແລະ​ຂັ້ນ​ເມືອງທີ່​ໄດ້​ຈໍ່​ຕົວ​ເປັນ​ຕາ​ໜ່າງ,ສ່ວນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຝຶກ​ອົບຮົມ​ແມ່ນ​ອົງການ​ປົກ​ຄອງ​ທຸກ​ຂັ້ນ​​ຮັບ​ພາ​ລະ.​ໃນ​ການ​ຝຶກ​ອົບຮົມ​ຄູ​ສອນ,ຈີນ​ໄດ້​ຖື​ການ​ຝຶກ​ອົບຮົມ​ຄູ​ສອນ​ຢູ່​ຊົນ​ນະ​ບົດ​ທີ່​ລະດັບ​ຄຸນ​ວຸດ​ທິ​ຫຼ້າ​ຫຼັງ​ໂດຍ​ທຽບ​ຖານ​ນັ້ນ​ເປັນ​ຈຸດ​ໜັກ.​ໃນ​ດ້ານ​ຮູບ​ການ​ຝຶກ​ອົບ​ຮົມ,​ມີ​ການ​ອົບ​ຮົມ​​ແບບ​ໜ້າ​ຕໍ່​ໜ້າ​ທີ່​ເປັນຮູບການ​ດັ້ງ​ເດີມ,​ແລະ​ກໍ​ມີອົບຮົມ​​ໂດຍ​ຜ່ານ​ຈາກ​ວິ​ທະ​ຍຸ​ກະ​ຈາຍ​ສຽງ,​ທາງ​ໂທ​ລະ​ພາບ​ແລະ​ອິນ​ເຕີ​ເນັດ​ເປັນ​ຕົ້ນ.

ເມື​ອງມີ້​ຢຸນ​ແມ່ນ​ເມືອງ​ກະສິກຳ​ແຫ່ງ​ໜຶ່ງ​ທີ່​ຢູ່​ຊານ​ເມືອງ​ ​ປັກ​ກິ່ງ,​ເມື​ອງນີ້​ມີ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົ​ມ90ຫຼັງ,ມີ​ຄູ​ອາຈານ​ລວມ4ພັນ​ກວ່າ​ຄົນ.ຍ້ອນ​ວ່າ​ເມືອງ​ດັ່ງກ່າວ​ຕັ້ງ​ຢູ່​ເຂດ​ພູດ​ອຍ,ຄົມມະນາຄົມ​ບໍ່​ສະດວກ,ລະດັບ​ການ​ສຶກສາ​ຢູ່​ແຫ່ງ​ນັ້ນ​ບໍ່​ສູງ​ປານ​ໃດ.​ເພື່ອ​ແປ່ຽນ​ແປງ​ສະພາບ​ດັ່ງກ່າວ,​ໃນ​ຫຼາຍ​ປີ​ມາ​ນີ້,ພາກ​ສ່ວນ​ສຶກສາ​ທິການ​ທ້ອງ​ຖິ່ນ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ວຽກ​ງານ​ຝຶກ​ອົບຮົມ​ຄູ​ສອນ.ທ່ານ​ມາ​ເວິນ​ຈາວ ຜູ້​ຮັບ​ຜິດ​ຊອບ​ຂອງ​ສູ​ນຝຶກ​ອົບຮົມ​ຄູ​ສອນ​ເມືອງ​ມີ້​ຢຸນກ່າວ​ວ່າ:

"ຄັນ​ຢາກ​ຍົກ​ລະດັບ​ການ​ສຶກສາ​ພາກ​ບັງຄັບ​ຂອງ​ຊົນນະ​ບົດ​ໃຫ້​ສູງ​ຂຶ້ນ,ຂໍ​ກະ​ແຈ​ແມ່ນ​ຢູ່​ນຳ​ການ​ກໍ່ສ້າງ​ຖັນ​ແຖວ​ຄູ​ສອນ​ແລະຍົກສູງ​ລະດັບ​ຂອງ​ຖັນ​ແຖວ​ຄູ​ສອນ,ສະ​ນັ້ນ,​ຄະ​ນະ​ກຳ​ມະ​ການ​ສຶກ​ສາ​ທິການ​ນະຄອນ​ປັກ​ກິ່ງແລະ​ຄະນະ​ກຳມະການ​ສຶກສາ​ທິການເມືອງ​ມີ້​ຢຸນພວກ​ເຮົາ​ໄດ້​ອອກ​ແຮງ​ສຸດ​ຂີດ ​ໃນ​ການ​ຝຶກ​ອົບຮົມ​ຄູ​ສອນ."

ທ່ານ​ມາ​ເວິນ​ຈາວ​ສະ​ເໜີ​ໃຫ້​ຮູ້​ວ່າ,ຕາມ​ຕາລາ​ງຊົ່ວ​ໂມງ​ຮຽນ​ສະບັບ​ໃໝ່,ພາຍຫຼັງ​ຍາມ​ພັກ​ລະດູ​ຮ້ອນ​ປີ​ນີ້​ສິ້ນ​ສຸດ​ລົງ​ແລ້ວ,​​​ຢູ່​ເມືອງ​ມີ້​ຢຸນ,ໂຮງຮຽນ​ປະຖົມ​​ ​ເລີ່​ມ​ແຕ່ປໍໜຶ່ງ​​ຂຶ້ນໄປ​ກໍ​ຈະ​ຈັດ​ຊົ່ວ​ໂມງຮຽນ​ພາສາ​ອັງກິດ,ສະ​ນັ້ນ,ບັນຫາ​ຂາດ​ເຂີນ​ຄູ​ສອນ​ພາສາ​ອັງກິດ​ຍິ່ງພົ້ນ​ເດັ່ນ​ກວ່າ​ເກົ່າ.​ເພື່ອ​ແກ້​ໄຂ​ບັນຫາ​ນີ້,​​ເມືອງ​ມີ້ຢຸນ​ໃນ​ຂະນະ​ທີ່​ເພີ່ມ​ທະວີ​ການ​ຝຶກ​ອົບ​ຮົມ​ຄູ​ສອນ​ພາສາ​ອັງ​ກິດ,​ໃຫ້​ຄູ​ສອນ​ສ່ວນ​ໜຶ່ງ​ທີ່​ສອນ​ວິຊາ​ອື່ນ​ປ່ຽນ​ມາ​ສອນ​ພາສາ​ອັງກິດ.ປັດຈຸບັນ,ຄູ​ສອນ​ພາສາ​ອັງກິດ100​ກວ່າ​ຄົນ​ຂອງ​ເມືອງ​ມີ້​ຢຸນພວມ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ດ້ວຍ​ຮູບ​ການ​ຕ່າງ​ກັນ,ຜ່ານ​ຈາ​ການ​ຝຶກ​ອົບຮົມ​ເຫຼົ່າ​ນີ້,ລະດັບ​ປາກເວົ້າ​ແລະ​ລະດັບ​ຟັງ​ພາສາ​ອັງກິດ​ຂອງ​ຄູ​ສອນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ໄວວາ.

ທ່ານຫານ​ຊຸນ​ເຮີ​ເປັນ​ຄູສອນ​ສອນ​ພາສາ​ອັງກິດ​ຢູ່​ໂຮງຮຽນ​ມັດທະຍົມ​ມູ້​ເຈ່ຍ​ອີ​ເມືອງ​ມີ້​ຢຸນ​ມາ​ເປັນ​ເວລາ20​ປີ​ແລ້ວ,​ເຖິງ​ວ່າ​ທ່ານ​ທີ່​ຮອດ​ອາຍຸ​ໄວ​ກາງຄົນ​ມີ​ບົດຮຽນ​ການ​ສິດສອນ​ອັນ​ອຸ​ດົມ​ສົມ​ບູນ​ກໍ​ຕາມ,​ແຕ່​ທ່ານ​ເວົ້າ​ວ່າ,ຍ້ອນ​ວ່າ​ຫຼັກ​ສູດ​ໃນ​ປັດຈຸບັນ​ໄດ້​ວາງ​ຄວາມ​ຮຽກຮ້ອງ​ນັບມື້​ນັບ​ສູງ​ຕໍ່​ຄູ​ສອນ, ມີ​ແຕ່​ຮ່ຳຮ​ຽນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ​ຈິ່ງ​ມີ​ຄວາມ​ສາ​ມາດ​ຫາບ​ແບກ​ໜ້າ​ທີ່​ວຽກ​ງານ​ການ​ສິດ​ສອນ​ໄດ້.​ສະ​ນັ້ນ,​ທ່ານ​ຫວັງ​ຢາກ​ສວຍ​ໂອກາດ​ຮັບ​ການ​ຝຶກ​ອົບ​ຮົມ​ຮຽນ​ຄວາມ​ຮູ້​ໃຫ້​ໄດ້​ຫຼາຍ,​ຍົກ​ລະ​ດັບ​ພາ​ສາ​ອັງ​ກິດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ,​ກຳ​ວິ​ທີ​ການ​ສິດ​ສອນ​ຫຼາຍ​ກວ່າ​ເກົ່າ​ແລະ​ກ້າວ​ໜ້າ​ກວ່າ​ເກົ່າ.

ປັດຈຸບັນ,ການ​ຝຶກ​ອົບຮົມ​ທີ່​ອາ​ຈານ​ຫານ​ຊຸນ​ເຮີ​ເຂົ້າ​ຮ່ວມ​ນັ້ນ​ແມ່ນ​ໃຊ້​ແບບຮຽນ​ອິນ​ເຕີ​ເນັດ​ສະບັບ​ເດີມ​ຂອງ​ອາ​ເມ​ລິ​ກາ,ຕົ້ນຕໍ​ແມ່ນ​ຮຽນ​ໂດຍ​ຜ່ານ​ຈາກ​ຕາໜ່າງ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ.​ແຕ່ລະ​ມື້,ທ່ານ​ໄດ້​ໃຊ້​​ເວລາ​ນອກ​​ໂມງ​ການ,ຮຽນ​ຢູ່ເຮືອນ,ນອກ​ນີ້,ບາ​ ​ອາທິດ​​ໜຶ່ງເ​ຂົ້າ​ເມືອງ​ເທື່ອ​ໜຶ່ງ,​ເພື່ອ​ເຂົ້າຮ່ວມໂມງ​ຮຽນ​ທີ່​ມີ​ອາຈານ​ຕ່າງປະ​ເທດ​ຊີ້​ນຳ​ແລະ​ສອນ​ໃຫ້.ທ່ານ​ຫານ​ຊຸນ​ເຮີ​ຊົມ​ເຊີຍທີ່​ສຸດ​ຕໍ່​ຮູບ​ການ​ຝຶກ​ອົບຮົມ​ທີ່​ໃໝ່​ອ່ຽມ​ແນວ​ນີ້,​ເຫັນ​ວ່າມັນເໝາະ​​ສົມ​ທີ່​ສຸດ​ສຳ​ລັບ​ຄູ​ສອນ​ຊົນ​ນະ​ບົດ​ທີ່​ທັງ​ເຮັດ​ວຽກ​ທັງ​ຮ່ຳ ຮຽນ.ທ່ານ​ກ່າວ​ວ່າ:

"ມັນ​ຕ່າງ​ກັບ​ການ​ຝຶກ​ອົບຮົມ​ອື່ນໆ,​ນຳ​ ​ໃຊ້​ຄອມ​ພິວ​ເຕີ​ມາ​ຮ່ຳ ຮຽນ​ອ່າວ​ສະດວກ,​ເຮັດ​ໃຫ້​ຕົນ​ເອງ​ສາມາດ​ຮັບ​ການ​ຝຶກ​ອົບຮົມ​ຢ່ເຮືອນ,ບາງ​ບັນຫາ​ທີ່​ບໍ່​ເຂົ້າ​ໃຈ,ບາ​ ​ອາທິດໜຶ່ງ​ມີ​ສາ​ສະ​ດາ​ຈານ​ສອນ​ແບບ​ໜ້າ​ຕໍ່ໜ້າ.ສະ​ນັ້ນ,ຈະ​ນຳ ​ເອົາ​ບັນຫາ​ໄປ​ຊົ່ວ​ໂມງ​ຮຽນ​ໄດ້,ອາຈານ​ຈະ​ຕອບບັນຫາ​​ໃຫ້."

ທ່ານ​ກ່າວ​ວ່າ,ຢູ່​ ​ເຮືອນ,ທ່ານ​ຕ້ອງ​ຮ່ຳ ຮຽນ​ສອງ,ສາມ​ຊົ່ວ​ໂມງຕໍ່​ມື້,​ເຖິງ​ວ່າ​ຮູ້ສຶກ​ເມື່ອຍ​ຫຼາຍ,​ແຕ່​ວ່າ​ເມື່ອ​ໄດ້​ເຫັນ​ວ່າ​ຜົນການ​ຮຽນພາສາ​ອັງກິດ​ຂອງ​ນັກຮຽນ​ໄດ້​ຍົກ​ສູງ​ຂຶ້ນ​​ເລື້ອຍໆ,​ ກໍ​ຮູ້​ສຶກ​ພາກ​ພູມ​ໃຈ​ຫຼາຍ.

ປັດຈຸບັນ,​ແຫ່ງ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ຄື​ກັນ​ກັບ​ເມືອງ​ມີ້​ຢຸນທີ່​ຊານ​ເມືອງ​ປັກ​ກິ່ງ,ພວມ​ດຳ ​ເນີນ​ວຽກ​ງານ​ຝຶກ​ອົບຮົມ​ຄູ​ສອນ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ.​