ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-04 22:36:03    
ເຂດ​ກວາ​ງຊີ​ຈີນ​ປະຕິບັດ​ໂຄງການຊ່ອຍ​ເຫຼືອກະສິກຳ​​ອາ​ຊຽນ

cri Author: da


ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ຄຽງ​ຄູ່​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ເລີ່​ມກໍ່ສ້າງ,​ເຂດກວາງຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງຂອງ​ຈີນ​ກໍ​ເລີ່​ມປະຕິບັດ​ໂຄງການ​ຊ່ອຍ​ເຫຼືອ​ຫຼື​ຮ່ວມ​ມື​ໃນ​ດ້ານ​ກະສິ​ກຳກັບ​ບັນດາ​ປະ​ເທດ​ອາ​ຊຽນ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງປະ​ເທດ​ອາ​ຊຽນ.ໃນ​ລາຍການ​ເຂົ້າສູ່​ອາ​ຊຽນພາກ​ນີ້,​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ເຂດ​ກວາ​ງຊີ​ຈີນ​ປະຕິບັດ​ໂຄງ​ການ​ຊ່ອຍກະ​ສິກຳ​ຂອງ​ອາ​ຊຽນ.

ລາວ​ແມ່ນ​ປະ​ເທດ​ກະສິກຳ,ມີ​ດິນ​ກວ້າງ​​ແຕ່​ມີຄົນໜ້ອຍ,ດິນ​ດຳນ້ຳຊຸ່ມ,ຝົນຕົກ​ເລື້ອຍໆ,ການ​ຜະລິດຜົນ​ຂອງ​ກະສິກຳ​ຍັງ​​ແມ່ນຄອບຄົວ​ຊາວນາດຳ​ເນີນ​ການທຸລະ​ກິດຕາມ​ປະ​ເພນີ,ພາຫະນະ​ການ​ຜະລິດ​ບໍ່​ທັນ​ສະ​ໄໝ,​ລະດັບຊີວິດ​ຂອງ​ຊາວນາ​ຍັງບໍ່​ສູງ.ຄວາມທຸກ​ຍາກ​​ແລະຂາດ​​ເຕັກນິກ​ແມ່ນ​ບັນຫາ​ຕົ້ນຕໍ​ທີ່​ກຳຈັດ​ການ​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ​ຂອງ​ລາວ,​ແຕ່​ພ້ອມ​ກັນນັ້ນກໍ​​ອຳນວຍ​ໂອກາດ​ອັນ​ກວ້າງ​ໃຫຍ່​ໃຫ້​ກະສິກຳ​​ແຜ່ຜາຍສູ່​ລາວ,​​ແລະໃຫ້​ເປີດ​ກວ້າງການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​​ກັບ​ລາວ.

​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​​ແລ​ກປ່ຽນ​ທາງ​ກະສິກຳ​ລະຫວ່າງ​ເຂດ​ກວາງຊີ​ກັບ​ລາວ,ປີ 2004,ພາຍຫຼັງພະ​ແນ​ກກະສິກຳ​ເຂດ​ກວາງຊີ​ກັບກົມປູກຝັງ​ກະຊວງ​ກະສິກຳ​ປ່າ​ໄມ້​ລາວ​ໄດ້​ທັດສະນະ​ສຶກສາ​ເຊິ່ງ​ກັນ​ແລະ​ກັນ​ຫຼາຍ​ເທື່ອ​ແລ້ວ,ພະ​ແນ​ກກະສິກຳເຂດ​ກວາງຊີ​​ໄດ້ສະ​ເໜີ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງບ່ອນທົດ​ລອງ​ປູກ​ຜັກ​ແລະໝາກ​ໄມ້​ພັນ​ໃໝ່​ຂອງຈີນ​ຢູ່​ລາວ,​ແລະ​ເຊັນ​ສັນຍາ​ການ​ຮ່ວມ​ມື​ຢູ່​ເມືອງ​ນານ​ນິງ,ຕົກລົງ​ວ່າ ​ລາວສະໜອງທີ່​ດິນ 30 ​ເຮັກຕາ​ໃຫ້​ຝ່າຍ​ຈີນ​ໂດຍ​ຟີ,​ເພື່ອ​ສ້າງບ່ອນທົດ​ລອງ​ປູກ​​ຜັກ​ແລະ​ໝາກ​ໄມ້​ພັນ​ໃໝ່ຂອງ​ຈີນ​ຢູ່​ເມືອງ​ປາກ​ຊ່ອງແຂວງ​ຈຳປາ​ສັກ ພາກ​ໃຕ້​ຂອງ​ລາວ,ຈະ​ລົງທຶນ​ 2 ລ້ານ 5 ​ແສນ​ຢວນ.ພາຍຫຼັງ​ສ້າງຕັ້ງບ່ອນລົດ​ທອງສຳ​ເລັດ​ແລ້ວ,ມັນຈະ​ເປັນ​ປ່ອງຢ້ຽມ​ຂອງ​ກະສິກຳ​ທັນ​ສະ​ໄໝ​ຂອງ​ຈີນ,ຈະ​ມີ​ບົດບາດ​ວາງສະ​ແດງ​ຜັກ​ແລະ​ໝາກ​ໄມ້​ພັນ​ໃໝ່ ສ່ອງ​ແສງ​ເຕັກນິກ​ໃໝ່​ແລະ​ໝາ​ກຜົນ​ໃໝ່​ຂອງ​ຈີນ,ການຈຳໜ່າຍ​ຜະລິດ​ຕະພັນ ອົບຮົມ​ຊາວນາ​ແລະ​​ເຮັດ​ທຸລະ​ກິດທ່ອງ​ທ່ຽວ​ເປັນຕົ້ນ.ພ້ອມ​ກັນນັ້ນ,ຖື​ແຫ່ງນີ້​ເປັນ​ໃຈກາງ,​ແຜ່​ຂະຫຍາຍ​ໄປ​ຮອດ​ຫວຽດນາມ ກຳປູ​ເຈຍ​ແລະ​ໄທ​,​ເພື່ອ​ຊັກ​ຈູງ​ການ​ສົ່ງ​​ແຮງ​ງານ​​ກະສິກຳ​ ​ເຄື່ອງ​ປູ​ກຂອງ​ຝັງ​ແນວພັນ​ໃໝ່ ​ເຕັກນິກ​ໃໝ່​ແລະ​ໝາ​ກຜົນ​ໃໝ່​ຂອງ​ຈີນ​ໄປ​​ໃຫ້ບັນດາ​ປະ​ເທດ​ເຫຼົ່າ​ນີ້.ຕາມ​ຮູ້​ວ່າ,​ຈີນ​ທຸລະ​ກິດ 20 ປີ​ແລ້ວ ແກໍ​ໂອນ​ໃຫ້​ລາວ​.

ພາຍຫຼັງ​ເຊັນ​ສັນຍາ​ສະບັບ​ນີ້​ແລ້ວ,ກະຊວງ​ກະສິກຳ​ປ່າ​ໄມ້​ຂອງ​ລາວ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ລາວເອົາ​ໃຈ​ໃສ່​ທີ່​ສຸດ​ແລະ​ໄດ້​ອອກ​ແຮງ​ສະໜັບສະ​ໜູນໂຄງການ​ນີ້,​​ນອກຈາກ​ລັດ​ອະນຸຍາດ​ໂຄງການ​ນີ້​ແລ້ວ,ລາວ​ຍັງ​ເພີ່ມ​ຕື່ມເນື້ອ​ທີ່​​​ໃນ​ສັນຍາ​ຈາກ 30 ​ເຮັກຕາກວ້າງ​ເຖິງ 60 ​ເຮັກຕາ.ປະຈຸ​ບັນ,ບໍລິສັດຈິນຊຽວຮວາ​ຢາກ​ວາງ​ຊີ​ພັດທະນາ​ເຕັກ​ນິກວິທະຍາສາດ​ກະສິກຳ​ຈຳກັດທີ່​ຮັບຜິດຊອບ​ໂຄງການ​ນີ້​ໄດ້ຕັ້ງສຳນັກງານ​​ຢູ່​ເມືອງ​ປາກຊ່ອງ,​ແຕ່ງ​ພະນັກງານ​ປະຈຳ​ຢູ່​ຫັ້ນ,ດຳ​ເນີນ​ວຽກ​ງານ​ໄລຍະຕົ້ນ.
ນອກຈາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ທາງກະ​ສິກຳກັບ​ລາວ​ແລ້ວ,​ເຂດ​ກວາງຊີ​ຍັງ​​ນຳ​ເອົາ​ເຕັກນິກ​ທາງອາຍ​ເມ​ຕານ​ໃຫ້​ກຳປູ​ເຈຍ.(ດົນ​ຕີ​ຂັ້ນ)

​ໃນ​ຫຼາຍ​ປີ​ກ່ອນ,ກຳ​​ປູ​ເຈຍ​ໄດ້​ທົດ​ລອງ​ໃຊ້​ອາຍ​ເມ​ຕານ​ຢູ່​ຊົນນະບົດ ພາຍ​ໃຕ້ການ​ຊ່ອຍ​ເຫຼືອ​ຂອງ​ອົງການທັນ​ຍາ​ຫານ​ແລະ​ກະ​ເສດສະຫະ​ປະຊາ​ຊາດ,​ແຕ່​ວ່າ​ເຮັດ​ກະທັດ​ຮັດໂພດ,ອຸປະກອນກໍ​ເກົ່າ​ແກ່​,ສະ​ອາຍ​ເມ​ຕານ​ຫຼາຍ​ແຫ່ງ​​​ໃຊ້​ບໍ່​ໄດ້ອີກ​ແລ້ວ.

​ເຕັກນິກ​ອາຍ​ເມ​ຕານຂອງ​ກະສິກຳເຂດ​ກວາງຊີ​ມີ​ຊື່​ສຽງ​ລື​ນາມ​ຢູ່​ບັນດາ​ປະ​ເທດອາ​ຊຽນ.​ເພື່ອ​ຊ່ອຍ​ເຫຼືອກຳປູ​ເຈຍ​ຍົກລະດັບ​ເຕັກນິກ​ນຳ​ໃຊ້​ອາຍ​ເມ​ຕານ​,​ໃນ​ເດືອນ​ກໍລະກົດປີ 2004,ພະ​ແນ​ກກະສິກຳ​ເຂດ​ກວາງ​ຊີ​ຈີນ​ໄດ້​ຮັບ​ເໝົາ​ຮັບຜິດຊອບ​​"ໂຄງການ​ທົດ​ລອງ​ໃຊ້​ອາຍ​ເມ​ຕານ​ຢູ່​ຊົນນະ​ບົດ​ກຳ​ປູ​ເຈຍ".

​ແຕ່​ນັ້ນ​ມາ,ການ​ນຳ​ພະ​ແນ​ກກະສິກຳ​ເຂດ​ກວາງຊີ​​ໄດ້​ນຳພາ​ວິຊາ​ການ​ຄົ້ນຄວ້າ​ອາຍ​ເມ​ຕານ​ແລະ​ວິຊາ​ການວັດ​ແທກ​ສິ່ງ​ແວດ​ລ້ອມ​,​ໄປ​ເກັບກຳ​ຂໍ້​ມູນ​​ທີ່​ກ່ຽວຂ້ອງ​,ເລືອກ​ບ່ອນ​ສ້າງສະ​ອາຍ​ເມ​ຕານຢູ່​ໃນ 3 ​ເຂດ​ແຂວງ​ຂອງ​ກຳປູ​ເຈຍ​ແລະ​ສຳ​ຫຼວດຕະຫຼາດ​ອຸປະກອນ​ກໍ່ສ້າງ​ໃນ​ທ້ອງ​ຖິ່ນ​ນັ້ນ.

​ໃນ​ທ້າຍ​ເດືອນ​ພະຈິກ​ປີ 2004,​ເຂດ​ກວາງຊີ​ໄດ້​ແຕ່​ງຜູ່ຄຸ້ມ​ຄອງ​ຜູ່​ດີ​ເລີດ​ທີ່​ເຄີຍ​ເຮັດ​ໂຄງການ​​ກະສິກຳ​ຕ່າງປະ​ເທດ​ ​ມີ​ຄວາມ​ສາມາດ​ໃນ​ການປະສານ​ງານ​ຄຸ້ມ​ຄອງ​ແລະ​ໄປມາຫາສູ່​ກັນ​ດ້ວຍ​ພາສາ​ຕ່າງປະ​ເທດ​ໄດ້ ພ້ອມ​ກັບ​​ວິຊາ​ການ​ຫຼັກ​ແຫຼ່ງ 5 ຄົນ ຂອງ​ກິດຈະການ​ອາຍ​ເມ​ຕານ ​ໄປ​ເຮັດ​ວຽກ​ປະຕິບັດ​ໂຄງການ​ຢູ່ກຳ​ປູ​ເຈຍ 60 ມື້,​ໃນ​ທີ່​ສຸດ​ໄດ້​ສ້າງສະ​ອາຍ​ເມ​ຕານ​ລວມ 30 ​ແຫ່ງຢູ່​ຊົນ​ນະ​ບົດ​ກຳປູ​ເຈຍ​.ນອກ​ນີ້,​​ວິຊາການເຂດ​ກວາງຊີຍັງ​ຊ່ອຍອົບຮົມພະນັກງານ​ເຕັກນິກກຳປູ​ເຈຍ ວາງ​ແຜນການ​ພັດທະນາ​ອາຍ​ເມ​ຕານ.(ດົນ​ຕີ​ຂັ້ນ)

​ອິນ​ໂດ​ເນ​ເຊຍ​ແມ່ນປະ​ເທດ​ໃຫຍ່​ດ້ານກະສິກຳ​ຢູ່ອາຊີ​ອາຄະ​ເນ,ຕ້ອງການ​ພັດທະນາ​ການ​ສຶກສາ​ເຕັກນິກ​ກະສິກຳ​ໂດຍ​ດ່ວນ,​​ແລະ​ຕົກລົງ​ຕັ້ງ​ໂຮງຮຽນ​​ເຕັກນິກ​ກະສິກຳ​ໂດຍ​ໃຊ້​ທຶນຊ່ອຍ​ເຫຼືອ​ຂອງ​ລັດຖະບານ​ຈີນ,ຝ່າຍ​ທີ່ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ສະ​ເໜີ​ເຂດ​ກວາງຊີ​ໃຫ້​ອິນ​ໂດ​ເນ​ເຊຍ.

​ແຕ່​ເດືອນ​ມິຖຸນາ​ຮອດ​ເດືອນ​ກໍລະກົດ​ປີ 2004,ພະນັກງານ​​ຂອງ​ພະ​ແນ​ກກະສິກຳ​ເຂດ​ກວາງຊີ​ໄດ້​ໄປ​ທັດສະນະ​ສຶກສາໂຮງຮຽນLOKONຂອງ​ອິນ​ໂດ​ເນ​ເຊຍຕາມ​ຄຳ​ເຊີນ.

ພະນັກງາ​ນເຂດ​ກວາງຊີ​ໄດ້​ທັດສະນະ​ສຶກສາກະ​ສິກຳແລະ​ຊົນນະບົດ​ຂອງ​ອິນ​ໂດ​ເນ​ເຊຍ,​ໄດ້​ວາງ​ຄາດໝາຍ​ສ້າງສາແລະ​ເນື້ອ​ໃນ​ອັນ​ລະອຽດຂອງ​ໂຄງການບົນ​ພື້ນຖານ​ດັ່ງກ່າວ,ທັງຕົກລົງ​ວ່າ​ຈະ​ອົບຮົມ​ວິຊາ​ການ​ກະສິກຳ​ຂັ້ນສູງ​ສະ​ເພາະ.ອີງ​ຕາມ​​ໂຄງຄວາມ​ຄຶດຂອງ​ຈີນ,​ໂຮງຮຽນ​​ວິຊາ​ກະສິກຳ​ຈະຕັ້ງພະ​ແນ​ກສີ​ລະ​ປະ​ການ​ປູກຝັງ ພະ​ແນ​ກລ້ຽງສັດນ້ຳ​ແລະ​ລ້ຽງປະສຸສັດ​ ​ແລະ​ພະ​ແນ​ກ​ໂຄງການ​ຂໍ້​ມູນ​ເອ​ເລັກ​ໂຕຼນິກ​ເປັນຕົ້ນ.

ພະນັກງານ​ວິຊາ​ການພະ​ແນ​ກກະສິກຳ​ເຂດ​ກວາງຊີຍັງ​ສະ​ເໜີ​​ໃຫ້​​ເພີ່ມ​ການ​ລົງທຶນ,ຊື້​ອຸປະກອນ​ການ​ສິດສອນ​,​ເຊີນ​ຄູ​ສອນຂອງຈີນ,ນຳ​ເອົາ​ເຕັກນິກ​ກ້າວໜ້າ​ໄປ​ເຜີຍ​ແຜ່,​ເພື່ອ​ຈໍ່​ຕົວ​ເປັນ​ລະບົບ​ກະສິກຳ​ທັນ​ສະ​ໄໝ​ທີ່​ມີ​ຄຸນ​ທາດ​ຄົບ​ຖ້ວນ​ໃນ​ການ​ສຶກສາ ການຄົ້ນຄວ້າ​ວິທະຍາສາດ​ແລະ​ການ​ທົດ​ລອງ​ແຜ່​ຂະຫຍາຍ ຊຶ່ງ​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ,ສ້າງ​ໂຮງຮຽນLOKON​ເປັນ​ສະ​ຖາ​ບັນ​ເຕັກນິກ​ວິຊາກະສິກຳ​ທີ່​ມີ​ຊື່​ສຽງດົ່ງ​ດັງ​ຂອງ​ອິນ​ໂດ​ເນ​ເຊຍ.ຂໍ້​ສະ​ເໜີ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຮັບຮອງຂອງ​ຝ່າຍ​ອິນ​ໂດ​ເນ​ເຊຍ.ປະຈຸ​ບັນ ​ໂຄງການ​ນີ້​ໄດ້​ເລີ່​ມ​ເຮັດວຽກ​ໄລຍະ​ຕົ້ນ​ແລ້ວ.ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນ​ບົດ​ສະ​ເໜີທີ່​ພາດ​ຫົວ​ເລື່ອງ​ວ່າ:ເຂດ​ກວາ​ງຊີ​ຈີນ​ປະຕິບັດ​ໂຄງການຊ່ອຍກະສິກຳ​ຂອງ​ອາ​ຊຽນ.ລາຍການ​ເຂົ້າສູ່​ອາ​ຊຽນພາກ​ນີ້​ກໍ​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,ສະ​​​ເໜີ​ໂດຍ​ດາລາ​ວັນ,ຂອບ​ໃຈ​ທ່ານ​ຮັບ​ຟັງ.