ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 10:10:42    
ຈຳ​ແນ​ກ​ແກ້ວ​ມໍ​ລະ​ກົດ​ດ້ວຍ​ວິ​ທະ​ຍາ​ສາດ​ຢູ່​ຈີນ

cri

ຢົກ​ແມ່ນ​ເພັດ​ພອຍທີ່​ຊາວ​ຈີນ​ນິຍົມ​ຊົມ​ຊອບ​ທີ່​ສຸດ,​ ​ຖືກ​ຖື​ເປັນ​ຂອງ​ສີ​ລິ​ມົງຄຸນມາແຕ່​ບູຮານ​ນະ​ການ​,ສາມາດ​ໄລ່​ຜີ​ສະ​ເດາະ​ເຄາະ​ຮ້າ​ຍ.​ສ່ວນ​ແກ້ວ​ມໍ​ລະ​ກົດຍັງ​ແມ່ນຂອງ​ຊະນິດ​ຫນຶ່ງ​ທີ່​ມີ​ຫນ້ອຍ​ທີ່​ສຸດ​ແລະ​ລາຄາ​ແພງ​ທີ່​ສຸດ​ໃນຢົກ,  ​ປະຈຸ​ບັນ,​ເຄື່ອງ​ເອ້ ​ເຄື່ອງ​ສິ​ລະ​ປະຫັດຖະກຳ​ຊະນິດ​ຕ່າງໆ​ທີ່​ເຮັດ​ດ້ວຍ​​ແກ້ວ​ມະລະກົດໄດ້​ຮັບຄວາມ​ນິຍົມ ຊົມ​ຊອບຈາກ​ນັກ​ສະ​ສົມ​ເຄື່ອງ​ສິລະ​ປະ​ແລະ​ຜູ່​ບໍລິ​ໂພ​ກ​ຈຳນວນ​ຫຼວງ​ຫຼາຍຂອງ​ຈີນ ​,​ແຕ່​ຍ້ອນ​​ແກ້ວ​ມໍ​ລະ​ກົດ​ມີ​ຂອງ​ປອມ​ຫຼາຍ,ອົງການ​ຈຳ​ແນ​ກ​ແກ້ວ​ມະລະກົດ​ຈຶ່ງໄດ້​ເພີ່ມ​ຂຶ້ນ​ຢູ່​ຈີນຢ່າງ​ບໍ່​ຢຸດຢັ້ງ​​ໃນ​ຫຼາຍ​ປີ​ມາ​ນີ້,ອຳນວຍ​ການ​ບໍລິການ​ດ້ານ​ຈຳ​ແນ​ກ​​ແບບ​ວິຊາ​ສະ​ເພາະ​ໃຫ້​ແກ່​ປະຊາຊົນ

 ແກ້ວ​ມະລະກົດແມ່ນ​​ແຮ່​ທາດ​ຊະນິດ​ຫນຶ່ງ,ມີ​ສີຂຽວ ສີ​ເຫຼືອງອ່ອນ​ຈາງ ສີຂາວ​ ສີ​ອິດ​ແລະ​ສີ​ແດງ​ເປັນ​ຕົ້ນ.​ແກ້ວ​ມະລະກົດທີ່ຂຽວ​ເຕັມຕົວ​ຍ້ອນ​ມີ​ຫນ້ອຍ​ທີ່​ສຸດ,ສະ​ນັ້ນ ລາຄາ​ຈຶ່ງ​ແພງ​ທີ່​ສຸດ.ປະຈຸ​ບັນ,​ໃນ​ຕະ ຫຼາດປະມູນ​ຂາຍ​ຂອງສາກົນ  ປອກ​ແຂ​ນທີ່​ເຮັດ​ດ້ວຍ​​ແກ້ວ​ມະລະກົດຂຽວ​​ເຕັມອັນ​ຫນຶ່ງ,ລາຄາ​ຈະ​ສູງ​ເຖິງ​ຫຼາຍ​ລ້ານ​ຢວນ. ດ້ວຍ​ເຫດ​ນີ້,ພໍ່ຄ້າ​ຫນ້​າ​ເລືອດ​ບາງ​ຄົນ​ຈຶ່ງ​ມັກ​ປອມ​ແປງ​ແກ້ວ​ມະລະກົດ​ສີຂຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ.


ວິທີ​ປອມ​​ແປງ​ແກ້ວ​ມະລະກົດມີ​ສອງ​ຊະນິດຄື​ປອມວັດຖຸ​ດິບ​ແລະ​ປອມສີ .ການ​ປອມ​ວັດຖຸ​ດິບ​ແມ່ນ​​ເອົາວັດຖຸ​ດິບ​ອື່ນໆ​ມາ​ປອມ​ແປງ​ເປັນ​ແກ້ວ​ມໍ​ລະ​ກົດ,ວັດຖຸ​ປະ​ເພດ​ນີ້​ເຖິງ​ວ່າ​​ແມ່ນສີຂຽວ​ກໍ​ຕາມ,​ແຕ່ມີຄວາມແຂງ​ຕ່ຳ,​ແລະ​ມີຕຳ​ຫນິ.​ໃນ​ເວລາ​ຈຳ​ແນ​ກ,​ເອົາ​ມີດ​ນ້ອຍມາ​ຄວັດ​ຫນ້າ​ເຄື່ອງ​ເອ້,ຖ້າ​ມີ ຮອຍກໍ່​ແປ​ວ່າ​ເປັນ​ແກ້ວ​ມະລະກົດ​,ຫຼື​ເອົາ​ແກ້ວ​ຂະຫຍາຍມາ​ສ່ອງ​ເບິ່ງ,ຖ້າ​ເອ້​ມີ​ຕຳ​ຫນິຫຼື​ມີຝອ​ດອາ ກາດກໍ​ແມ່ນ​ຂອງ​ປອມ.ການ​​ປອມ​ສີ​​ແມ່ນ​ຄົຫມາຍ​ເຖິງ​ການ​ປັບປຸງ​ແກ້ວມໍລະກົດທີ່​ມີ​ຄຸນ​ນະພາ​ບອ່າວ ຕ່ຳ​ກວ່າ,​ເຮັດ​ໃຫ້ມັນ​ມີ​ສີຂຽວ​ເຫມືອນ​ແກ້ວ​ມະລະກົດ​ຊັ້ນ​ດີ,​ແກ້ວ​ມໍ​ລະ​ກົດຊະນິດ​ນີ້​ຈຳ​ແນ​ກຍາກ​ທີ່​ສຸດ.

ທ່ານ​ນາງ​ລິ​ວຢຽນຂອງພາກ​ຈຳຫນ່າຍ​ບໍລິສັດ​​ເພັດ​ນິນ​ຈິນດາ​ເຮີງ​ຊິນ​ຈີນ​ຈຳກັດ​ແນະນຳ​ວ່າ,ທຳ​ມະ​ດາ​ແລ້ວ​ ຂະ​ແຫນງ​ການ​ເພັດ​ນິນ​ຈິນດາຈະ​ແບ່ງ​ແກ້ວ​ມໍ​ລະ​ກົດ​ເປັນ​ສາມ​ຊັ້ນ​ຄື​ຊັ້ນ​ເອ ຊັ້ນ​ບີ ຊັ້ນ​ຊີ
​ຊັ້ນ​ເອ​ແມ່ນ​ເຄື່ອງ​​ເອ້​ທີ່​​ເຮັດດ້ວຍຫີນ​ແກ້ວ​ມະລະກົດ​ທຳ​ມະ​ຊາດ​,ຊັ້ນ​ບີ​ແມ່ນ​​ເອົາ​ແກ້ວ​ມໍ​ລະ​ກົດທີ່​ຄຸນ​ນະພາ​ບອ່າວ​ຕ່ຳ​​​ແຊ່​​ໃນ​ນ້ຳ​ກົດ​ ມາ​ຍົກ​ຄວາມ​ໂປ່​ງ​ໃສ​ຂອງ​​ແກ້ວ​ມໍ​ລະ​ກົດ​ໃຫ້​ສູງ​ຂຶ້ນ,​ເມື່ອ​ເຮັດ​ແນວ​ນີ້ ລາ​ຄາ​ຂອງ​ມັນ​ກໍ່​ຈະ ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.


ຜູ່​ຊ່ຽວຊານ​ແນະນຳ​ວ່າ,ຖ້າ​ວິທີປັບປຸງ​ແກ້ວ​ມໍ​ລະ​ກົດຊ​ຊັ້ນ​ເອ ຊັ້ນ​ບີ​ບໍ່​ສູງ​ປານ​ໃດ, ການຈຳ​ແນກມັນ​ກໍບໍ່​ແມ່ນ​ເລື່ອງ​ຍາກ,ພຽງ​ແຕ່​ມີ​​ແກ້ວ​ຂະຫຍາຍ​ 10 ​ເທົ່າອັນ​ຫນຶ່ງ​ກໍ​ພໍ​ແລ້ວ.ນີ້​ແມ່ນ​ຍ້ອນ​ວ່າ​ແກ້ວ​ມໍ​ລະ​ກົດປະກອບ​ດ້ວຍ​ແຮ່​ທາດນ້ອຍຢ່າງ​ຫຼວງ​ຫຼາຍ,​​ແຮ່​ທາດ​ເຫຼົ່າ​ນີ້​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ເຊັ່ນ:​ເປັນ​ເມັດ ​ເປັນ​ເສັ້ນໃຍ  ​ເປັນ​​ເລົາ​ບາ​ວ ​ເປັນ​ເລົາ​ສັ້ນ,ການ​ສັງ​ເກດ​ເບິ່ງອົງ​ປະກອບ​ຊະນິດ​ນີ້​ແມ່ນ​ຫຼັກ​ອ້າງ​ອີງ​ສຳຄັນ​ທີ່​ຜູ່​ຊ່ຽວຊານຈຳ​ແນ​ກ​ແກ້ວ​ມໍ​ລະ​ກົດ​ດ້ວຍ​ຕາ​ເປົ່າທີ່​ປັບປຸງ​ແລ້ວ​ດ້ວຍ​ແກ້ວ​ຂະຫຍາຍ​ຈະ​ສາມາດ​​ເຫັນ​ຢ່າງ​ຈະ​ແຈ້ງວ່າອົງ​ປະກອບ​ຂອງ​ມັນ​ໄດ້​ຖືກ​ທຳລາຍ​​ແລ້ວ,ຢູ່​ລະຫວ່າງແຮ່​ທາດ​ເມັດນ້ອຍໆ​ຍັງ​​ໄດ້​ໃສ່​ຢາງ​ໄມ້​ແລະ​ເຄື່ອງ​ຍ້ອມ


ແຕ່​ວ່າ​ຄຽງ​ຄູ່​ຕະຫຼາດ​​ແກ້ວ​ມໍ​ລະ​ກົດ​ໄດ້​ຄ້ກຄັດ​ຂຶ້ນ,ວິທີປອມ​ແປງ​ກໍ​ນັບມື້​ນັບ​ສູງ​ຂຶ້ນ,ບາງ​ຄົນ​ຈົນ​ກະທັ້ງຍ້ອມ​ສີ​ດ້ວຍ​ເຄື່ອງ​​ລາ​ແຊ.​​ເມື່ອ​ເປັນ​ແນວ​ນີ້,ພຽງ​ແຕ່ອາ​ໄສ​ຕາ​ເປົ່າ​ແລະ​ບົດຮຽນ​ຢາກ​ຈຳ​ແນ​ກຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ແກ້ວ​ມໍ​ລະ​ກົດແມ່ນ​ຍາກ​ທີ່​ສຸດ,ຢາກຈຳ​ແນ​ກຢ່າງຄັກ​ແນ່​​ແທ້​ໆ​ຍັງ​ຕ້ອງ ອາ​ໄສ​ເຄື່ອງ​ວິທະຍາສາດ​ເຕັກນິກ.


 ທ່ານ​ຈັ່ງ​ອິງ​ຢຸນ  ນັກ​ຄົ້ນຄວ້າ​ຫໍພິພິທະ​ພັນ​ທໍລະນີ​ຈີນ​ໄດ້ມີ​ບົດຮຽນ​ຈຳ​ແນ​ກ​ແກ້ວ​ມໍ​ລະ​ກົດມາ​ເປັນ​ເວລາ 20 ກວ່າ​ປີ​ແລ້ວ,​ເພິ່ນ​​ໄດ້​ແນະນຳ​ເຄື່ອງ​ຈຳ​ແນ​ກ​ແກ້ວ​ມໍ​ລະ​ກົດທີ່​ງ່າຍ​ດາຍທີ່​ສຸດ​ຊະນິດ​ຫນຶ່ງ​ຕໍ່​ນັກ​ຂ່າວ.ທ່ານ​ກ່າວ​ວ່າ:


ກ້ອງ​ສ່ອງ​ສີແມ່ນ​ເຄື່ອງຈຳ​ແນ​ກ​ແກ້ວ​ມໍ​ລະ​ກົດ​ຊະນິດ​ຫນຶ່ງ,​ເມື່ອ​ເອົາ​ກ້ອງ​ວາງໄວ້​ຢູ່ຫນ້າ​ແກ້ວ​ມໍ​ລະ​ກົດ,​​​ແລ້ວສ່ອງ​​ເບິ່ງ​ຈາກ​ກ້ອງ​ດັ່ງກ່າວ​ຈະ​​ເຫັນ​ວ່າ,​ແກ້ວ​ມໍ​ລະ​ກົດທີ່​ຍ້ອມ​ສີ​​ໄດ້ປ່ຽນ​ເປັນ​ສີ​ຫມາກກະ​ເບົາ,ສ່ວນ​ແກ້ວ​ມໍ​ລະ​ກົດ ທີ່​ບໍ່​ໄດ້​ຍ້ອມ​ສີ​ຍັງ​ແມ່ນ​ສີຂຽວ​ຢູ່,ນີ້​ພຽງ​ແຕ່​ແມ່ນ​ເຄື່ອງ​ແທກ​ຊະນິດ​ຫນຶ່ງ​ເທົ່າ​ນັ້ນ​,​ເຄື່ອງ​ແທກທີ່​ຈຳ​ແນ​ກ​ແກ້ວ​ມໍ​ລະ​ກົດ​ມີ​ຢ່າງ​ຫຼວງຫຼາຍ


ຄຽງ​ຄູ່​ກັບຂະ​ແຫນງ​ກາ​ນຢົກ​ໄດ້ພັດທະນາ​ຢ່າງ​ຟົດ​ຟື້ນ,​ໃນ​ຫຼາຍ​ປີ​ມາ​ນີ້,ອົງການ​ຈຳ​ແນ​ກຢົກຂອງ​ຈີນກໍໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໃນທົ່ວ​ປະ​ເທດ​ໄດ້​ມີ​ອົງການ​ຈຳ​ແນ​ກຢົກທີ່​ລັດ​ຮັບຮອງ 60 ກວ່າ​ຫຼັງ​. ອົງການ​ເຫຼົ່ານີ້ມີຫ້ອງ​ທົດ​ລອງ​ແລະ​ເຄື່ອງແທກ​ແບບ​ວິຊາ​ສະ​ເພາະສາມາດອອກ​ໃບ​ຢັ້ງຢືນ​ທີ່​​ຊົງ​ອິດ​ທິພົນ.ພ້ອມ​ກັນ​ນັ້ນ,​ເພື່ອ​ເຜີຍ​​​ແຜ່​ຄວາມ​ຮູ້​ດ້ານ​ຈຳ​ແນ​ກຢົກ​​ໃຫ້ແກ່​ຜູ່​ບໍລິ​ໂພ​ກ​​,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຍັງ​ຈັດການ​ບັນ​ລະ​ຍາຍ​ເຜີຍ​ແຜ່​ຄວາມ​ຮູ້​ວິທະຍາສາດຕ່າງໆ​ກ່ຽວ​ກັບ​ຢົກຕາມ​ເວລາ​ກຳນົດ,​ແລະ​ອຳນວຍ​ການ​ບໍລິການ​ຈຳ​ແນ​ກ​ແລະ​​ໃຫ້ຄຳປຶກສາໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະຊາຊົນ​,ຜູ່​ຊ່ຽວຊານ​ເຕືອນ​ໃຫ້​ຮູ້ວ່າ,​ໃນ​ເວລາ​ຊື້​ເຄື່ອງ​ເອ້​ຢົກ​ເຊັ່ນ​​ແກ້ວ​ມໍ​ລະ​ກົດເປັນ​ຕົ້ນ,ບໍ່​ຄວນ​ອາ​ໄສ​​ແຕ່ບົດຮຽນ​ແລະ​ສາຍ​ຕາ,​ຫາກ​ຕ້ອງ​ພະຍາຍາມ​ ​ສະ​ແຫວ​ງຫາ​ການ​ຊ່ອຍ​ເຫຼືອ​ຈາກອົງການ​ຈຳ​ແນ​ກຢົກທີ່​ມີ​ວິຊາ​ສະ​ເພາະ,​ເພື່ອ​ຫຼຸດ​ຄວາມ​ສ່ຽງ​ໃຫ້​ຫນ້ອຍ​ລົງ.