|
 |
(GMT+08:00)
2005-08-05 10:24:25
|
ການເຄື່ອນໄຫວຂອງຈີນທີ່ເປັນປະເທດແຂກຜູ້ມີກຽດຕົ້ນຕໍໃນງານເຊີແນວໄດ້ເປີດສາກຢ່າງເປັນທາງການ
cri
ຕາມຂ່າວCRI,ການເຄື່ອນໄຫວຂອງຈີນທີ່ເປັນປະເທດແຂກຕົ້ນຕໍໃນງານເຊີແນວສວິສປີ2005ໄດ້ເປີດສາກຢ່າງເປັນທາງການໃນວັນທີ4ສິງຫາ.
ເພື່ອລະລຶກຈີນສວິສສ້າງສາຍສຳພັນທາງການທູດຄົບຮອບ55ປີແລະສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ60ປີ,ໂດຍຕອບສະໜອງຄຳເຊີນຂອງອົງການປົກຄອງລັດເຊີແນວສວິສ,ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນຈະຈັດການເຄື່ອນໄຫວຂອງຈີນທີ່ເປັນແຂກຜູ້ມີກຽດໃນງານເຊີແນວປີ2004ແຕ່ວັນທີ4ຫາວັນທີ14ສິງຫາ.
ຕາມໄດ້ຊາບ,ຈີນໄດ້ແຕ່ງຄະນະຜູ້ແທນຂະໜາດໃຫຍ່ທີ່ມີ200ກວ່າຄົນເພື່ອຈັດການເຄື່ອນໄຫວເທື່ອນີ້,ຈະຈັດການສະແດງສິລະປະແລະສິລະປະຫັດຖະກຳ.ນອກນີ້,ຍັງຈະຈັດການເຄື່ອນໄຫວອື່ນໆເຊັ່ນສັບປະດາຮູບເງົາຈີນເປັນຕົ້ນ.
ງານວາງສະແດງຮູບພາບມໍລະດົກໂລກຂອງຈີນ ເຊິ່ງເປັນໜຶ່ງໃນການເຄື່ອນໄຫວຕ່າງໆໄດ້ເປີດສາກໃນວັນທີ4ສິງຫາ.
|
|
|