ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 11:13:16    
ທ່ານ​ຫວັງ​ກວາງ​ຢ້າກ່າວ​ວ່າ ກຸ່ມ 4 ປະ​ເທດ​ຄວນ​ຖອນ​ຄືນ​ຍັດ​ຕິ​ທີ່​ບໍ່​ຖືກ​ໃຈ​ຄົນ​

cri Author: lm

ຕາມ​ຂ່າວCRI: ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະ​ຊາ​ຊາດ​ທີ່​ນິວຢອກ​ໃນວັນ​ທີ 4 ສິງຫາ, ທ່ານ​ຫວັງ​ກວາງ​ຢ້າ ​ຜູ່​ແທນ​ຈີນ​ປະຈຳ​ສະ​ຫະປະຊາ​ຊາດ​ກ່າວ​​ເນັ້ນວ່າ, ​ໃຕ້​ສະພາບ​ທີ່​ສະຫະພາບ​ອາ​ຟຼິກກາ​ໄດ້​ປະຕິ​ເສດ​ໃຫ້ການ​ສະ​ໜັບ​ສະ​ໜູນ, ທາງ​ອອກ​ທີ່​ດີ​ທີ່​ສຸດ​ຂອງກຸ່ມ 4 ປະ​ເທດ​ແມ່ນ​ຖອນຍັດຕິ​ຄືນ​.

ທ່ານ​ຫວັງ​ກວາງ​ຢ້າກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້, ບັນດາ​ປະ​ເທດ​ສະມາຊິກ​ຄວນ​ພະ​ຍາ​ຍາມ​ຫຼຸດ​ຄວາມ​ເຫັນ​ຂັດ​ກັນ, ສະ​ແຫວ​ງຫາ​ແຜນການ​ລະຫວ່າງ​ກາງທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ສະມາຊິກ​ສ່ວນຫຼາຍ. ຝ່າຍ​ຈີນ​ເຫັນ​ວ່າ, ​ແຜນການທີ່​ຖື​ການ​ເພີ່ມ​ປະ​ເທດ​​ມົນ​ຕີບໍ່​ຖາວອນ​ທີ່​ມີ​ອາຍຸ​ການ​ເກີນ​ສອງ​ປີ​ເປັນ​ພື້ນຖານ​ນັ້ນ ກໍ​ແມ່ນ​ທາງ​ອອກ​ເສັ້ນໜຶ່ງ.

ນອກ​ນີ້, ​ໃນ​ມື້​ດຽວ​ກັນ ທ່ານ​ຈອນ ​ໂບນ​ຕັນ ຜູ່​ແທນ​ອາ​ເມ​ລິ​ກາ​ປະຈຳ​ສະ​ຫະ​ປະ​ຊາ​ຊາດ​ຜູ່​​ໃໝ່​ໄດ້​ພົບ​ປະ​ທ່ານ​ຫວັງ​ກວາງ​ຢ້າ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຕ່າງ​ທຳ​ຄວາມ​ພະຍາຍາມ​ຈົນສຸດ​ຂີດ ສະກັດ​ກັ້ນບໍ່​ໃຫ້ 4 ປະ​ເທດ​ຂຶນລົງ​ຄະ​ແນນສຽງ​ກ່ຽວ​ກັບ​ຍັດຕິ​ເພີ່ມ​ປະ​ເທດ​ມົນ​ຕີ​ຖາວອນ​ຂອງພວກ​ເຂົາ​ເຈົ້າ.