ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 17:43:45    
ໃນ​ລະ​ດູ​ຮ້ອນ​ຄວນ​ບຳ​ລຸງ​ຕັບ

cri
ຢູ່​ລາວ​ເມື່ອ​ເຂົ້າສູ່ລະດູ​ຮ້ອນ​ແລ້ວ,​ເວລາ​ແດດ​ສ່ອງຈະ​ຍາວ​ແລະ​ລັງສີ​ອຸນຕຼາວີ​​ໂອ​ເລ​ກໍ​ຈະ​ແຮງ​ຂື້ນ ​ເວລາ​ນີ້ ອາກາດ​ຮ້ອນ​ຫຼາຍ,ອາກາດ​ແບບ​ນີ້​ບໍ່ພຽງ​ແຕ່ຈະ​ພາ​ໃຫ້​ເປັນ​ພະ​ຍາດຕ່າງໆ​ເຊັ່ນ​ເມົາ​ແດດ​ແລະ​ລຳ​ໄສ້​ອັກ​​ເສບ​ເປັນຕົ້ນ,ກໍ​ມັກ​ພາ​ໃຫ້​ຕັບ​ຖືກ​ທຳລາຍ,​ເກີດ​ເປັນ​ພະຍາດ​ກ່ຽວ​ກັບ​ຕັບ​ເຊັ່ນ:ພ​ະຍາດ​ໝາກເຫຼືອງ​ແລະ​ສະມັດ​ຖະພາບ​ຂອງຕັບ​ບໍ່​ດີ​ເປັນຕົ້ນ.

ມູນ​ເຫດ​ສຳຄັນທີ່​ຕັບ​ມັກ​ຖືກ​ທຳລາຍ​ໃນ​ລະດູ​ຮ້ອນ​ແມ່ນ​ຍ້ອນ​ວ່າການ​ຫາບ​ແບກ​ຂອງຕັບ​ໜັກ​ໂພດ.​ໃນ​ໄລຍະ​ນີ້,​ອາກາດ​ຮ້ອນ​ຈັດ.  ຢູ່​​ໃນ​ອາກາດ​ທີ່​ຮ້ອນ​ປານ​ເຕົາ​ອົບ​ເປັນ​ເວລາ​ຍາວ​ນານ,​ຍ້ອນເຫື່ອ​ອອກ​ຫຼາຍ,ນ້ຳ​ຟ້າໃນ​ຮ່າງກາຍ​ກໍຈະ​ເສຍຫາຍ​ຫຼາຍ,​ແລະ​ສີ້ນ​ເປືອງ​ພະລັງງານ​ຊີວິດ​ຢ່າງ​ຫຼວງ​ຫຼາຍ. ຕັບ​ແມ່ນ​ທາດ​ຊີວິດ​ໃນ​ຮ່າງກາຍ​ຂອງຄົນ​ເຮົາ,ການ​ຂັບ​ຖ່າຍ​ຕ່າງໆ​​ແລະ​ສະມັດ​ຖະພາບ​ແກ້​ພິດ,ຕ້ານທານ​ພະຍາດ​ໃນ​ຮ່າງກາຍ​ຄົນ​ເຮົາ​ລ້ວນ​ແຕ່​ອາ​ໃສ​ຕັບ.

ອາ​ກາດ​ຮ້ອນຍ່ອມ​ຈະ​ກະທົບ​ກະ​ເທືອນ​ເຖິງ​ເລືອດ​ໜູນ​ວຽນ​ໃນຕັບ,​ໃນ​ທີ່​ສຸດ,ຈະ​ເປັນ​ໂທດ​ຕໍ່ຕັບ. ບວກ​ກັບ​ຄົນ​ດຽວນີ້ມັກ​ຢູ່ເດິກ,​ໂດຍສະ​ເພາະ​​ແມ່ນຊາວ​ໜຸ່ມ​ມັກ​ນອນ​ເດິກ​,ຈຶ່ງ​ອຶດ​ຫຼັບອຶດ​ນອນ​ເລື້ອຍໆ. ​ເມື່ອ​ເປັນ​ແນວ​ນີ້​ກໍ​ຈະ​ພາ​ໃຫ້​ເລືອດ​ໃນຕັບ​ບໍ່ພຽວພໍ,ກະທົບກະ​ເທືອນ​ເຖິງ​ການບຳລຸງ​ລ້ຽງ​ຈຸລັງ​ຕັບ,ພູມ​ຕ້ານທານ​ຈຶ່ງ​ອອ່ນລົງ. ຈຸ​ລັງ​ຕັບ​ທີ່​ຖືກ​ທຳລາຍ​ແຕ່​ເດີມ​ແລ້ວ​ນັ້ນ​ແມ່ນ​ສ້ອມ​ແປງ​ໃຫ້​ດີ​ຄືນ​ຍາກຫຼາຍ,​ແລະ​ຍັງ​ຈະ​ຊຸດ​ຮ້າຍ​ລົງອີກ. ອີກ​ດ້ານ​ໜື່ງການກີ​ນອາຫານ​ບໍ່​ສະອາດ,ກໍ​ມັກ​ຈະ​ພາ​ໃຫ້​ເປັນ​ພະຍາດ.

 ອາຫານ​ໃນ​ຍາ​ມຮ້ອນ​ມັກ​ບູດ,ມັກ​ເນົ່າ,​ເກີດ​ມີ​ເຊື້ອ​ໂຣກ​ແລະ​ແມ່ພະຍາດ​ຢ່າງ​ຫຼວງຫຼາຍ.​ ອາຫານ​ທີ່​ບໍ່​ສະອາດ​ບໍ່​ພຽງ​ແຕ່​ກະຕຸກ​ລຳ​ໄສ້,ພາ​ໃຫ້​ທັງ​ຊຸ​ທັງ​ຮາກ,​ແລະ​ຍັງ​ຈະ​ເພີ້​ມການ​​ຫາບ​ແບກ​​ຂອງຕັບ​ທີ່ຕ້ອງ​ຂ້າ​ເຊື້ອ​ເຫົ່ຼານີ້. ຖ້າ​ສະມັດ​ຖະພາບ​ຂອງຕັບ​ບໍ່ດີ,ຈະ​ພາ​ໃຫ້​ເປັນ​ພະຍາດ​ຕັບ​ຕ່າງໆ​ເຊັ່ນ:ຕັບ​ອັກ​ເສບ​ປະ​ເພດ​ກ.​ແລະ​ປະ​ເພດງ.ລ້ວນ​ແຕ່​ແມ່ນ​ຕິດ​ແປດ​ທາງ​ທໍ່​ຍ່ອຍ​ອາຫານ.​ ຄັນ​ຊັ້ນ ຄວນ​ຮັກສາ​ຕັບ​ໃຫ້​​ແຂງ​ແຮງ​ແນວ​ໃດ?​ນີ້​ກໍ​ຕ້ອງ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ທີ່​ຈຳ​ເປັນຕາ​ມມູນ​ເຫດ​ພາວະ​ວິ​​ໄສ.

ໜຶ່ງ,​ຢ່າ​ຕາກ​ແດດ​ຫຼາຍ,​ໃຫ້​ນອນ​ອີ່ມ​ແລະ​ຮັກສາ​ໃຫ້​ອາລົມ​ທຸ່ນ​ທ່ຽງ.​ຍາມ​ກາງ​ເວັນ,​ໃນ​ເວລາ​ອອກ​ບ້ານ​ຄວນ​ໃສ່​ໝວກ,ຫຼື​ຖື​ຄັນຮົ່ມ​ແລະ​ໃສ່​ແວ່ນ​ຕາກັນ​ແດດ;​ ຖ້າ​ເປັນ​ໄປ​ໄດ້,ຄວນ​ນອນ​ເວັນ​ເຄິ່ງຊົ່ວ​ໂມງ​ຫຼື​ຊົ່ວ​ໂມງ​ໜຶ່ງ,ຕອນ​ຄໍ່າ,​ພະຍາຍາມ​ຢ່າ​ຢູ່​ເດິກຫຼາຍ,​ຮັບປະກັນ​ໃຫ້ນອນ​ເຕັມ 8 ຊົ່ວ​ໂມງ,ຮັກສາ​ໃຫ້​ອາລົມ​ທຸ່ນ​ທ່ຽງ,​ບໍ່​ໃຈຮ້ອນ.

ສອງ,ຢ່າ​ກີ​ນ​ເຫຼົ້າ.​ໃນ​ຍາມ​ຮ້ອນ​,ຄົນສວ່ນຫຼາຍ​ມັກກີ​ນ​ເບຍ,ຄິດ​ວ່າກີ​ນ​ເບຍ​ແກ້​ຮ້ອນ​​ໄດ້.​ແຕ່​​ແພດສາດ​ຈີນ​ເຫັນ​ວ່າ,​ເຫຼົ້າ​ແມ່ນ​ເຄື່ອງດື່ມທີ່​ຮ້ອນ​ຄື​ໄຟ,ທຳລາຍ​ຕັບ. ບໍ່​ວ່າຈະ​ເອົາ​ເບຍ​ໄປ​ແຊ່​ເຢັນ​ແນວ​ໃດ,ຍາມ​ຮ້ອນ​ກີ​ນ​ເຫົ້ຼາ​ເບຍ​ກໍ​ປານ​ວ່າ​ສາດ​ນ້ຳມັນ​ໃສ່​ກອງ​ໄຟ,ຄົນ​ເຈັບ​ບໍ່​ໜ້ອຍ​ກໍ​ແມ່ນ​ຍ້ອນ​ກີ​ນ​ເຫົ້ຼາຫຼາຍ​ເກີນ​ໄປ​ແລ້ວ​ພາ​ໃຫ້​ເປັນ​ພະຍາດ​ຕັບ​ອັກ​ເສບ​ປະ​ເພດ​ອານ​ໂກນ,ຕັບ​ມີ​ໄຂມັນ​ຫຼາຍ​ຈົນກະທັ້ງ​ຕັບ​ແຂງ.

 ສາມ, ບໍ່​ຄວນ​ຢູ່​ຫ້ອງ​ແອດົນ​ເກີນ​ໄປ.​ໃນ​ຫ້ອງ​ແອ​ລົມ​ເຢັນ​ບໍ່​ແມ່ນ​ລົມ​ທຳ​ມະ​ຊາດ,ອາກາດ​ເປີ​ເປື້ອ​ນ,ມັກ​ຈະ​ເກີດ​ເຊື້ອ​ພະຍາດ,​ທຳລາຍຕັບ​ສະ​ນັ້ນ ​ເມື່ອ​ຢູ່​ໃນ​ຫ້ອງ​ແອ​ໄລຍະ​ໜຶ່ງ​ແລ້ວ​,ກໍ​ຕ້ອງ​ໄປ​ຍ່າງ​ຫຼີ້ນທາງນອກ​ເຮືອນ​ຈັກຄາວໜຶ່ງ,​ແຕ່​ຢ່າ​ໃຫ້​ຮ້ອນ​ຈົນ​ເຫື່ອ​ໄຫຼ​ໄຄ​ຍ້ອຍ.

ສີ່, ຮັບປະກັນ​ອາຫານ​ການກີ​ນ. ຕ້ອງ​ຮັບປະກັນ​ກີ​ນອາຫານ​ສະອາດ,ບ່ວງ​ຊ້ອມ​ຖ້ວຍ​ຊາມ​ກໍ​ຕ້ອງ​ສະອາດ,ຄວນ​ກີ​ນອາຫານ​ສົດ​ທີ່​ຍ່ອຍ​ງ່າຍ,​ແລະ​ເລື​ອກກີ​ນອານ​ອາຫານ​ທີ່​ແກ້​ຮ້ອນ​ໃນ,ຕົວຢ່າງ​ຄື:ກີ​ນນ້ຳ​ເຕົາຮູ້,​ຍຳ​ຜັກຕ່າງໆ,ຟັກ​ຜັກ​ທຽມ​ໃສ່​ໜ້ອຍ​ໜຶ່ງ​ສາມາດ​ປ້ອງ​ກັນລົງ​ທ້ອງ,​ແກງ​ໜາ​ກ​ໂຕ່ນ,ຂົ້ວ​ໝາກ​ມະລະ,ກີນໝາກ​ໄມ້​ທີ່​ມີນ້ຳ​ຫຼາຍ​ເຊັ່ນ:ໝາກ​ໂມ,​ໝາກກ້ຽງ​ແລະ​ອື່ນໆ​ແລະ​ໃຫ້ກີນ​ພັກ​ໃບ​ຂຽວ​ສະນິດ​ຕ່າງໆ​ໃຫ້​ຫຼາຍ.