ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 20:23:46    
ຄວາມ​ເຫັນ​ຂັດ​ກັນ​ລະ​ຫວ່າງ​ສ​ປ​ປ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​​ໃນ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ບໍ່​ໄດ້​ຫຼຸດ​ໜ້ອຍ​ລົງ

cri Author: li


ຕາມ​ຂ່າວ CRI: ວັນ​ທີ 5 ສິງຫາ ການ​ເຈລະຈາ 6 ຝ່າຍ​ຮອບ​ສີ່​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໄດ້​ປຶກສາ​ຫາລື​ຮ່າງ​ເອກະສານ​ຮ່ວມ​ທີ່​ຝ່າຍ​ຈີນ​ວາງ​ອອກ.


ນັກ​ຂ່າວ​ໄດ້​ຊາບ​ວ່າ,ຕອນ​ເຊົ້າວັນ​ທີ 5 ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ສປປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ໄດ້​ເຈລະຈາ​ກັນ​ເປັນ​ເວລາ​ປະມານ 1 ຊົ່ວ​ໂມງ. ບົນ​ພື້ນຖານ​ດັ່ງກ່າວ,​ຫົວໜ້າ​ຄະນະ​ຜູ້​ແທນ​ຂອງ​ສ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ,ສ.​ເກົາຫຼີ​ກັບ​ສປປ​ເກົາຫຼີ,ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ຈີນ​ກັບ​ຍີ່​ປຸ່ນ​ແຍກ​ອອກ​ຈັດການ​ພົບ​ປະກັນ,​ເພື່ອ​ເຊັນ​ເອກະສານ​ຮ່ວມ. ທ່ານ​ຊຸງ​ມິນ​ຊຸນ ຫົວໜ້າ​ຄະນະ​ຜູ້​ແທນ​ສ.​ເກົາຫຼີ​ເຜີຍ​ໃຫ້​ຮູ້​ວ່າ,ສປປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ໄດ້​ຫາລື​ບັນຫາ​ລະອຽດ​ເຊັ່ນ​ນຳ​ໃຊ້​ພະລັງ​ງານນິວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນຕິພາບ​ແລະ​ຂອບ​ເຂດ​ປະ​ລະ​ນິວ​ເຄຼຍ​ເປັນຕົ້ນ,​ແຕ່​ຄວາມ​ເຫັນ​ຂັດ​ກັນ​ລະຫວ່າງ​ສອງ​ຝ່າຍ​ບໍ່​ໄດ້​ຫຼຸດໜ້ອຍ​ລົງ.


ຕອນ​ເຊົ້າວັນ​ທີ 5 ສິງຫາ ທ່ານ​ຮິ​ວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ເວົ້າວ່າ,​ໃນ​ບັນຫາ​ປະລະ​ນິວ​ເຄຼຍ,ອາ​ເມລິ​ກາ​ກັບສປປ​ເກົາຫຼີຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ,ອາ​ເມ​ລິ​ກາ​ຍຶດໝັ້ນ​ບໍ່​ໃຫ້ສປປ​ເກົາຫຼີ​ມີສິ່ງ​ກໍ່ສ້າງ​ນິວ​ເຄຼຍ​​ໃຊ້​ທາງ​ພົນລະ​ເຮືອນ. ​ແຕ່​​ໃນວັນ​ທີ 4 ສິງຫາ ທ່ານ​ກິມ​ເກ​ກວນ ຫົວໜ້າ​ຄະນະ​ຜູ້​ແທນ​ສປປ​ເກົາຫຼີ​ກ່າວ​ວ່າ,ການ​ໃຊ້​ພະລັງ​ງານນິວ​ເຄຼຍ​ເຂົ້າ​ໃນ​ທາງ​ສັນຕິພາບ​ແມ່ນ​ສິດ​​ທີ່​ຄວນມີ​ຂອງ​ສປປ​ເກົາຫຼີ.