|
 |
(GMT+08:00)
2005-08-06 18:10:35
|
ອົງການຢູເນັສໂກຈະຕັ້ງ"ລາງວັນຂົງຈື້"ສາກົນ
cri
ຕາມຂ່າວcri: ນັກຂ່າວໄດ້ຊາບຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງຊານຕົ່ງຈີນວ່າ,ຫວ່າງມໍ່ໆນີ້,ອົງການຢຸເນັສໂກສະຫະປະຊາຊາດໄດ້ຮັບເອົາການຮ້ອງຂໍກ່ຽວກັບການອະນຸມັດສ້າງຕັ້ງ"ລາງວັນຂົງຈຶ້"ສາກົນທີ່ແຂວງຊານຕົ່ງສະເໜີອອກມານັ້ນຢ່າງເປັນທາງການ,ເພື່ອໃຫ້ລາງວັນແກ່ປະທານາທິບໍດີ ລັດຖະມົນຕີແລະຜູ້ຊ່ຽວຊານທີ່ໄດ້ປະກອບສ່ວນອັນພົ້ນເດັ່ນໃນດ້ານການສຶກສາ ວັດທະນະທຳແລະປັດຊະຍາໃນໂລກ.
ຕາມຮູ້ວ່າ,"ລາງວັນຂົງຈຶ້"ສາກົນຈະປະກາດຢ່າງເປັນທາງການໃນເດືອນກັນຍາປີນີ້,ລາງວັນລາຍນີ້ຈະແມ່ນລາງວັນລາຍທຳອິດຂອງອົງການຢູເນັສໂກທີ່ຕັ້ງຊື່ດ້ວຍຊື່ຂອງຄົນຈີນ,ເບີກລາງວັນປີລະເທື່ອ.
ຂົງຈື້ເປັນຜູ້ລິເລີ່ມສ້າງສຳນັກຂົງຈຶ້ນທັງເປັນນັກແນວຄຶດ ນັກການສຶກສາທີ່ຍິ່ງໃຫຍ່,ແນວຄຶດອັນເລິກເຊິ່ງຂອງເພິ່ນໄດ້ມີຜົນສະທ້ອນຕໍ່ວັນທະນະທຳຈີນສອງພັນກວ່າປີ.
|
|
|