ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-07 18:27:02    
ຈີນ​ພິມ​ຈຳໜ່າຍ​ປຶ້ມ​ປະຫວັດສາດ​ເຜົ່າ​ມົງ​ໂກນ​ສະບັບ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ​: ວັນ​ທີ 6 ສິງຫາ,ພິທີ​ຈຳໜ່າຍ​ປຶ້ມ​ປະຫວັດສາດ​ເຜົ່າ​ມົງ​ໂກນ​ສະບັບ​ໃໝ່​ຂອງ​ຈີນ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຮູ​ເຮີ​ຮອດ ​ເທດ​ສະບາ​ນ​ເຂດ​ມົງ​ໂກ​ໃນ​ປົກຄອງ​ຕົນ​ເອງຂອງ​ຈີນ.

ຕາມ​ແນະນຳ​ວ່າ,ປຶ້ມ​ປະຫວັດສາດ​ເຜົ່າ​ມົງ​ໂກນ​ທີ່​ພິມ​ຈຳໜ່າຍ​ເທື່ອ​ນີ້​ແມ່ນ​ປຶ້ມ​ປະຫວັດ​ສາດ​ເຜົ່າ​ມົງ​ໂກນ​ສະບັບ​ທີ 4 ທີ່​ຈີນ​ພິມ​ຈຳໜ່າຍ,​ແລະ​ກໍ່​ແມ່ນ​ປຶ້ມ​ປະຫວັດສາດ​ທີ່​ຄົບ​ຖ້ວນ​ກວ່າ​ໝູ່​ນັບ​ມາ​ຮອດ​ປະຈຸ​ບັນ​ທີ່​ຄົ້ນ​ຄ້ວາ​ແຫ່ຼງກຳ​ເນີ​ດ​ແລະ​ການ​ຂະຫຍາຍຕົວ​ຂອງ​ເຜົ່າ​ມົງ​ໂກນ.

ຕາມ​ຮູ້​ວ່າ,ປຶ້ມ​ປະຫວັດສາດ​ເຜົ່າ​ມົງ​ໂກນ​ສະບັບນີ້​ລວມມີ 10 ​ເຫັ້ຼມ,​ໃນ​ນັ້ນສະບັບ​ພາສາຮັ້ນ​ມີ 4 ​ເຫັ້ຼມ,ພາສາ​ມົງ​ໂກນ​ມີ 6 ​ເຫັ້ຼມ.ປຶ້ມ​ປະຫວັດສາດ​ສະບັບ​ນີ້​ໄດ້​ຕາບ​ຈູ​ນ ຊອ່ງຫວ່າງ​ໃນ​ການ​ບັນທຶກ​ປະຫວັດສາດ​ເຜົ່າ​ມົງ​ໂກນ​ຢ່າງ​ຫລວງຫລາຍ,​ໄດ້​ສະໜອງ​ເອກະສານ​ປະຫວັດສາດ​ອັນ​ລະອຽດ​ໃຫ້​ແກ່​ຄົນ​ທັງຫລາຍ​ຊອກ​ຮູ້ປະ​ຫວັດ​ສາດ​ເຜົ່າ​ມົງ​ໂກນ​ຢ່າງ​ເປັນ​ລະບົບ.