ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-09 17:22:24    
ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ ອາ​ເມ​ລິ​ກາ​ອາດ​ຈະ​ສົ່ງ​ທະ​ຫານ​ໄປ​ເພີ່ມ​ຢູ່​ອີ​ຣັກ​ໄລ​ຍະ​ສັ້ນ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ສິງຫາ ຢູ່​ທຳນຽບຫ້າ​ແຈ, ທ່ານຣີຕາ ​ໂຄສົກ​ຂອງ​ທ່ານ​ລາມສ໌​ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ, ​ເພື່ອ​ເພີ່ມ​ທ​ະວີ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ໃນ​ໄລຍະ​ດຳ​ເນີນ​ການ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ແລະ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ອາ​ເມ​ລິ​ກາ​ອາດ​ຈະ​ສົ່ງ​​ທະຫານ​​ໄປ​​ເພີ່ມ​ຢູ່ອີຣັກ​​ໄລຍະສັ້ນ​ໃນ​ລະດູ​ໃບ​ໄມ້ຫຼົ່ນ.

ທ່ານຣີຕາ​ບໍ່​ໄດ້​ເຜີຍ​ໃຫ້​ຮູ້ຈະ​ສົ່ງ​ທະຫານຈຳນວນ​ເທົ່າ​ໃດ​ໄປ​ເພີ່ມ​ຢູ່​ອີຣັກ. ທ່ານ​ຍັງ​ກ່າວ​ວ່າ, ​ໃນ​ໄລຍະ​ດຳ​ເນີນ​ການ​ເອົາ​ປະຊາ​ມະຕິ​ແລະ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ, ອາ​ເມ​ລິ​ກາ​ກໍ​ອາດ​ຈະ​ແກ່ຍາວ​ອາຍຸປະຈຳການ​ຂອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກທີ່ໝົດ​ອາຍຸ​ການ, ​ເພື່ອ​ບັນລຸ​ຜົນ​ການ​ເສີມ​ທະຫານ.