ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-09 17:44:48    
ຈີນ​ຈະ​ສະ​ແດງ​ໃຫ້​ເຫັນ​ປະ​ຫວັດ​ສາດ​ທີ່​ທະ​ຫານ​ຍີ່​ປຸ່ນ​ຮຸກ​ຮານ​ປະ​ເທດ​ຈີນ​ແລະ​ດຳ​​ເນີນ​ການ​ສັງ​ຫານ​ໂຫດ​ທີ່​ນານ​ກິ່ງ​ໂດຍ​ຜ່ານ​ການ​ວາງ​ສະ​ແດງ​ເລຶ່ອງ​ຈິງ​ປະ​ຫວັດ​ສາດ​ຈຳ​ນວນ​ຫຼວງ​ຫຼາຍ

cri
ຕາມ​ຂ່າວcri:​ໃນ​​ໂອກາດ​ວັນ​ລະລຶກ​ສົງຄາມຕໍ່​ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ​​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ​60ປີ​ໃກ້​ຈະ​ມາ​ເຖິງນັ້ນ ວັນທີ10 ສິງຫາ ງານ​ວາງສະ​ແດງ​ເລື່ອງ​ຈິງ​ປະ​ຫວັດ​ສາດ​ກ່ຽວ​ກັບ​ທະ​ຫານ​ຍີ່ປຸ່ນ​ດຳ​ເນີນ​ການ​ສັງ​ຫານ​ໂຫດ​ຢູ່​ທີ່​ນະຄອນ​ນານ​ກິ່ງ​ຊຶ່ງ​ເອົາ​ເລື່ອງ​ຈິງ​ປະ​ຫວັດ​ສາດ​ຈຳ​ນວນ​ຫຼວງ​ຫຼາຍ​ເປັນຫຼັກ​ນັ້ນຈະ​ຈັດ​ຂຶ້ນຢູ່​ຫໍ​ພິ​ພິ​ທະ​ພັນ​​ແຫ່ງ​ຊາດ​ຈີນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ

ວັນ​ທີ13 ​ທັນວາ ປີ1937 ທະຫານ​ຍີ່ປຸ່ນ​ຜູ່​ຮຸກຮານ​ຈີນໄດ້​ຍຶດ​ເອົານະຄອນ​ນານ​ກິ່ງ​ທີ່​ເປັນ​ນະ​ຄອນ​ຫຼວງ​ຂອງ​ຈີນ​ໃນ​ເວລາ​ນັ້ນ ​ແລ້ວ​ດຳ​ເນີນ​ການ​ສັງ​ຫານ​ໂຫດ​ຕໍ່​ສາ​ມັນ​ຊົນ​ແລະ​ທະ​ຫານ​ທີ່​ໄດ້​ວາງອາວຸດ​ພາຍ​ໃນ​ນະຄອ​ນນານ​ກິ່ງ ມີ​ຄົນ​ຈີນ​ປະ​ມານ​3​ແສນ​ຄົນ​ປະ​ສົບ​ເຄາະ​ຮ້າຍ.

ຕາມໄດ້ຊາບ ງານ​ວາງສະ​ແດງ​ຄັ້ງ​ນີ້​ຈະ​ຖື​ການ​ຈົດ​ບັນທຶກ​ໄພພິບັດ​ຢ່າງ​ແທ້​ຈິງ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຢ່າງ​ເດັດດ່ຽວ​ເປັນ​ວັດຖຸປະສົງ ວາງ​ສະ​ແດງ​ຮູບ​ພາບ ຂໍ້​ມູນ​ຂ່າວ​ສານ​ແລະ​ວັດ​ຖຸ​ບູ​ຮານ​ຈຳ​ນວນ​ຫຼວງ​ຫຼາຍ​ກ່ຽວ​ກັບ​​ການ​ສັງ​ຫານ​ໂຫດ​ຢູ່​ນະ​ຄອນ​ນານ​ກິ່ງ.

ວັນ​ທີ10 ຮົງ​ກົງ​ຈະ​ຈັດ​ງານ​ວາງ​ສະ​ແດງ​ຂະໜາດ​ໃຫຍ່​ພາຍ​ໃຕ້​ຫົວ​ຂໍ້"ໄຊຊະນະ​ອັນຍິ່ງ​ໃຫຍ່​ແຫ່​ງພາລະ​ກິດ​ສັນຕິ​ພາບ​ຄວາມ​ເປັນ​ທຳ----ລະລຶກ​ສົງຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ຂອງ​ຈີນ​ແລະ​ສົງ​ຄາມ​ຕ້ານ​ຟັດ​ຊີ​ຂອງ​ໂລກ​​ໄດ້​ຮັບ​​ໄຊຊະນະຄົບຮອບ60ປີ" .