ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-09 20:46:11    
ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​ສອງ​ໄດ້​ກະ​ກຽມ​ຮຽບ​ຮ້ອຍ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ເລຂາຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ​-ອາຊ​ຽນຄັ້ງ​ທີ​ສອງ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາຊ​ຽນຄັ້ງ​ທີ​ສອງທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ຂອງ​ຈີນໃນ​ວັນ​ທີ19​ຕຸລາ​ໄດ້​ກະກຽມ​ຮຽບຮ້ອຍ​ແລ້ວ,​ເມື່ອ​ຮອດ​ເວລາ​ນັ້ນ,ນອກຈາກ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ອາຊ​ຽນ​ແລະ​ປະ​ເທດ​ອື່ນໆ​ແລ້ວ,ຍັງ​ມີ​ຜູ້​ແທນ​ຂອງ​ສະມາຄົມ​ກາ​ນຄ້າ​ແລະ​ນັກທຸລະກິດທີ່​ມີ​ຊື່ສ​ຽງຂອງ10​ປະ​ເທດ​ອາຊ​ຽນລວມ200ກວ່າ​ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ຕາມ​ໄດ້​ຮູ້​ວ່າ,​ແຜນການ​ເຊື້ອ​ເຊີນ,​ແຜນການ​ອອກ​ແບບ​ສະຖານ​ທີ່​ປະຊຸມ​​ເປັນ​ຕົ້ນ​ຂອງ​ກອງ​ປະຊຸມ​ສຸດ​ຍອດການ​ຄ້າ​ແລະ​ການ​ລົງທຶນຈີນ-ອາຊ​ຽນຄັ້ງ​ທີ​ສອງ​ໄດ້​ກຳນົດ​ໃນ​​ເບື້ອງ​ຕົ້ນ​ແລ້ວ.​ໃນ​ນັ້ນ,​ໄດ້​ເຊື້ອ​ເຊີນ​ຜູ້​ແທນ​ສຳຄັນ​ຂອງ​ສະມາຄົມ​ການ​ຄ້າ​ຂອງ10​ປະ​ເທດ​ອາຊ​ຽນລວມ180ຄົນ,ຜູ້​ແທນ​ນັກ​ທຸລະກິດ​ຂອງ​ບັນດາ​ປະ​ເທດ​ອາຊ​ຽນ60ຄົນ,ພ້ອມ​ກັນ​ນັ້ນ,ຄະ​ນະ​ຜູ້​ແທນລັດຖະບານ10​ປະ​ເທດ​ອາຊຽນ,ຜູ້​ແທນ​ຂອງ​ທະນາຄານ​ພັດທະນາ​ອາຊີ​ແລະ​ເອກ​ອັກຄະ​ລັດຖະທູດ​ອາຊຽນປະຈຳ​ຈີນ​​​ເປັນ​ຕົ້ນ​ລວມ100ກວ່າ​ຄົນ​ກໍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.