ຕາມຂ່າວCRI: ຕອນຄ່ຳວັນທີ 10 ສິງຫາ, ທ່ານກາຊາຟ ປະທານາທິບໍດີອິສລາແອນໄດ້ກ່າວຄຳປາໄສທາງໂທລະພາບ, ຮຽກຮ້ອງໃຫ້ຊາວຕັ້ງຖິ່ນຖານຢູ່ແຖບກາຊາແລະພາກເໜືອຝັ່ງແມ່ນ້ຳຈໍແດນຈົ່ງປະຕິບັດຕາມຂໍ້ຕົກລົງຂອງລັດຖະບານແລະລັດຖະສະພາ, ຖອນອອກຈາກຈຸດຕັ້ງຖິ່ນຖານຕາມເວລາກຳນົດ.

ຜູ້ຄັດຄ້ານແຜນການຖອນອອກແຕ່ຝ່າຍດຽວຂອງອິສລະແອນຊຸມນຸມກັນຢູ່ເຊລູຊະເລັມ
ມື້ດຽວກັນ, ທ່ານໂອເມີດ ຮອງນາຍົກລັດຖະມົນຕີອິສລາແອນໄດ້ກ່າວຄຳປາໄສເນັ້ນໜັກວ່າ, ພາຍຫຼັງຖອນອອກແລ້ວ ອິສຣາແອນຍິນດີເຈລະຈາກັບປາເລັສຕິນໃນຂອບ"ເສັ້ນທາງສັນຕິພາບພາກຕາເວັນອອກກາງ". ທ່ານຍັງເວົ້າວ່າ, ປາເລັສຕິນມີສິດສ້າງຕັ້ງປະເທດຂອງຕົນ.

ຜູ້ຄັດຄ້ານແຜນການຖອນອອກແຕ່ຝ່າຍດຽວຂອງອິສລະແອນຊຸມນຸມກັນຢູ່ເຊລູຊະເລັມ
|