ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-12 08:51:31    
ຈີນ​ຄົ້ນຄວ້າ​ຊິບ​ຄວາມ​ປອດ​ໄພ​ຂອງ​ຄອມ​ພິວ​ເຕີ​ຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວCRI: ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ກຸ່ມ​ເລ​ໂນ​ໂວ ບໍ​ລິ​ສັດ​ຜະລິດ​ຄອມ​ພິວ​ເຕີ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ໄດ້​ຄົ້ນຄວ້າ​ແຜ່​ນຊິ​ບຄວາມ​ປອດ​ໄພ​ແຜ່ນ​ທຳ​ອິດ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ຜູ້​ຊ່ຽວຊານ​ຄອມ​ພິ​ວ​ເຕີ​ກ່າວ​ວ່າ,​ພາຍຫຼັງ​ຄອມ​ພິວ​ເຕີ​ທີ່​ຕິດຕັ້ງ​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ຖືກ​ໄວ​ລັສ​ບຸກ​ໂຈມ​ຕີ​ແລ້ວ,​ສາມາດ​ຟື້ນ​ຟູ​ສະພາບ​ເດີມ​ຢ່າງ​ວ່ອງ​ໄວ,​ແລ້ວ​ຈະ​ບໍ່​ມີ​ປະກົດ​ການ​ທີ່​ຖືກ​ບຸກ​ໂຈມ​ຕີ​ແລ້ວ​ກໍ​ຕາຍ​ຫຼື​ເສຍ​ຫາຍ​ຂໍ້​ມູນໃນ​ເມື່ອ​ກ່ອນ​.

​ເວົ້າສຳລັບຄົນ​​ໃນ​ປັດຈຸບັນ​ແລ້ວ,​ເກືອບ​ເວົ້າ​ໄດ້​ວ່າ​ຄອມ​ພິວ​ເຕີ​ແມ່ນ​ໝູ່​ຄູ່​ທີ່​ຂາດ​ບໍ່​ໄດ້,ບໍ່​ວ່າ​ເຮັດ​ວຽກ,​ຮ່ຳຮຽນຫຼື​ລື້ນ​ເລີງ,ລ້ວນ​ແຕ່​ຫ່າງ​​ເຫີນ​ຈາກ​ຄອມ​ພິວ​ເຕີ​ບໍ່​ໄດ້. ​ແຕ່​ວ່າ,​ໃນ​ຂະນະ​ທີ່​ຄອມ​ພິວ​ເຕີ​ຮັບ​ໃຊ້​ຄົນ​ທັງຫຼາຍ​ຢ່າງ​ສະດວກ​ແລະ​ວ່ອງ​ໄວ​ນັ້ນ,ກໍ​ໄດ້​ອຸກ​ໃຈ​ບາງ​ອັນ.

ຫຼາຍຄົນ​ເຄີຍ​ພົບສະພາບຄອມ​ພິວ​ເຕີ​ຖືກ​ບຸກ​ໂຈມ​ຕີ​ແລ້ວ​ໃຊ້​ການ​ບໍ່​ໄດ້. ນີ້​ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ,​ຊອຟ​ແວ​ຂ້າ​ໄວ​ລັສ​ແລະ​ຟີ​ເລ​ໂວ​ມີ​ຈຸດ​ອ່ອນ​ຮ່ວມຄື,​ໃນ​ເວລາ​ຖືກ​ໄວ​ລັສບຸກ​ໂຈມ​ຕີນັ້ນ,ມີ​ແຕ່​ຕໍ່ຕ້ານ​ຢູ່​ໃນ​ທ່າ​ຮັບ. ຕົວຢ່າງ​ຄື​ຊອຟ​ແວ​ຂ້າ​ໄວ​ລັສ,ບໍລິສັດ​ຜະ​ລິດ​ຊອຟ​ແວ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ຫຼັງຈາກ​ປະກົດ​ເຫັນ​ໄວ​ລັສ​ຊະນິດໃໝ່,​ແລ້ວ​ຈັດຕັ້ງ​ຜູ້​ຊ່ຽວຊານ​ຕ້ານ​ໄວ​ລັສບຸກ​ເບີກ​ເຄື່ອງຂ້າ​ໄວ​ລັສ​ທີ່​ມີ​ລັກສະນະ​ແນ​ໃສ່. ຕໍ່​ໄວ​ລັສ​ທີ່​ປະກົດ​ອອກ​ໃໝ່​ຈຳນວນ​ໜຶ່ງ,ບາງທີ​ກໍ​ສຸດ​ວິ​ໃສ.

ກໍ​ແມ່ນ​ຍ້ອນ​ແນວ​ນັ້ນ,​ໃນຫຼາຍປີ​ມາ​ນີ້,ຄຽງ​ຄູ່​ກັບ​ໄວ​ລັສຄອມ​ພິວ​ເຕີ​ແຜ່​ຂະຫຍາຍ​ຢ່າງ​ກວ້າງ​ຂວາງ,ບັນຫາ​ຄວາມ​ປອດ​ໄພ​ຂອງ​ຄອມ​ພິວ​ເຕີ​ນັບ​ມື້​ນັບຖື​ກ​ເອົາ​ໃຈ​ໃສ່​ໃນ​ທົ່ວ​ໂລກ,ການ​ບຸກ​ເບີກ​​ແຜ່ນຊິ​ບຄວາມ​ປອດ​ໄພ​ທີ່​ສາມາດ​ຕ້ານທານ​ໄວ​ລັສຕ່າງໆ​ຢ່າງ​ບັງ​ເກີດ​ຜົນ​ນັ້ນ​ໄດ້​ຖືກ​ລັດຖະບານ​​ແລະ​ວິ​ສາ​ຫະກິດ​ນັບ​ມື້ນັບ​ຫຼາຍ​ເອົາ​ໃຈ​ໃສ່​ນຳ. ທ່ານ​ເຫວີຍ​ເວີ້ຍ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ກຸ່ມ​ເລ​ໂນ​ໂວ ວິ​ສາ​ຫະກິດ​ຜະລິດ​ຄອມ​ພິວ​ເຕີ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ເວົ້າວ່າ,​ການ​ຕິດຕັ້ງ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ແມ່ນ​ວິທີ​ກົກ​ຮາກ​ໃນ​ການ​ທັບ​ມ້າງ​ຄວາມ​ສ່ຽງຂອງ​ຄອມ​ພິວ​ເຕີ. ທ່ານ​ເວົ້າວ່າ,
"ຄອມ​ພິວ​ເຕີ​ທີ່​ໄດ້​ຕິດຕັ້ງ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ສາມາດ​ກວດ​ພົບ​ການ​ດັດ​ແກ້​ໃດໆຂອງ​ຜູ້​ບຸກ​ໂຈມ​ຕີ​ທີ່​ມີຕໍ່​ຄອມ​ພິວ​ເຕີ,​ແລ້ວ​ໃຊ້​ຊອຟ​ແວ​ສ້ອມ​​ແປງ​ໃນ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ເຮັດ​ໃຫ້​ຄອມ​ພິວ​ເຕີ​ຟື້ນ​ຟູ​ຮອດ​ສະພາບ​ປົກກະຕິ."

ກຸ່ມ​ເລ​ໂນ​ໂວ​ແມ່ນ​ເລີ່​ມຄົ້ນຄວ້າ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ໃນ​ປີ 2003,​ມີ​ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ຮ້ອຍ​ກວ່າ​ຄົນ​​ເຂົ້າຮ່ວມ​ວຽກ​ງານ​ລາຍ​ນີ້,ຫວ່າງ​ມໍ່ໆ​ນີ້ ການ​ຄົ້ນຄວ້າ​ລາຍ​ນີ້​ໄດ້​ສຳ​ເລັດ​ຜົນ,​ຈັ່ງ​ຊີ້ຈີນ​ກໍ​ໄດ້ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ກຳ​ເຕັກນິກ​ລາຍ​ນີ້​ເຊິ່ງ​ຖັດຈາກ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ.

​ໃນ​ເວລາ​ເອົາ​ຂ່າວ,ນັກ​ຂ່າວ​ໄດ້​ຊາບ​ວ່າ,​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ທີ່​ກຸ່ມ​ເລ​ໂນ​ໂວ​ຄົ້ນຄວ້າ​ຜະລິດ​ນັ້ນ​ໃຫຍ່​ສ່ຳ​ໝາກ​ຖົ່ວ​ເຫຼືອງ,ມັ​ນ​ຕ້ອງ​ປະສານ​ສົມ​ທົບ​ກັບ​ແຜ່ນ​ຊິ​ບອື່ນໆ​ໃນ​ຄອມ​ພິວ​ເຕີ​ຈຶ່ງ​ມີ​ບົດບາດ​ໄດ້. ປັດຈຸບັນ,​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ຈະ​ຕິດຕັ້ງ​ໃນ​​ເວລາ​ຜະລິດ​ຄອມ​ພິວ​ເຕີ,​ຄອມ​ພິວ​ເຕີ​ທີ່​ໄດ້​ອອກ​ໂຮງງານ​ແລ້ວ​ນັ້ນ​ຈະ​ຕິດຕັ້ງ​ບໍ່​ໄດ້. ຍ້ອນ​ວ່າ​ລາຄາ​ຂອງ​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ບໍ່​ແພງ​ປານ​ໃດ,​ສະນັ້ນ ​ຜູ້​ບໍລິ​ໂພ​ກຊື້​ຄອມ​ພິວ​ເຕີ​ທີ່​ຕິດຕັ້ງ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​​ແລ້ວນັ້ນ,​ບໍ່​ຮູ້ສຶກ​ລາຄາ​ຂອງ​ມັນ​ແຕກ​ຕ່າງ​ກັບຄອມ​ພິວ​ເຕີ​ທີ່​ບໍ່ໄດ້​ຕິດຕັ້ງ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ແນວ​ນີ້​.

ທ່ານ​ເຊ້ຍ​ເວີ່​ຍ ຜູ້​ຮັບຜິດຊອບ​ໜ່ວຍ​ໂຄງການ​ຄົ້ນຄວ້າ​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ກຸ່ມ​ເລ​ໂນ​ໂວ​ຊີ້​ອອກ​ວ່າ,ປັດຈຸບັນ,​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ທີ່​ກຸ່ມ​ດັ່ງກ່າວ​ຄົ້ນຄວ້າ​ຜະລິດ​ນັ້ນ​ໄດ້​ຖືກ​ນຳ​ໃຊ້​ແລ້ວ.

"ປັດຈຸບັນ,​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ຂອງ​ກຸ່ມ​ເລ​ໂນ​ໂວ​ສາມາດ​ຕິດຕັ້ງ​ໃນຄອມ​ພິວ​ເຕີ​ຕັ້ງ​ໂຕະ​ແລະ​ຄອມ​ພິວ​ເຕີ​ມື​ຖື,​ໃນ​ອະນາຄົດ​,​ສາມາ​ດ​ໃຊ້​ໃນ​ເຄື່ອງ​ເສີ​ເວີ. ປັດຈຸບັນ ຄອມ​ພິວ​ເຕີ​ທີ່​​ໄດ້​ຕິດຕັ້ງ​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ຂອງ​ກຸ່ມ​ພວກ​ຂ້າພະ​ເຈົ້າ​ໄດ້​ຜະລິດ​ອອກ​ມາ​ແລ້ວ,​ໃນ​ທ້າຍ​ປີ​ນີ້ ພວກ​ຂ້າພະ​ເຈົ້າຈະ​ຜະລິດ​ຄອມ​ພິວ​ເຕີ​ມື​ຖື​ທີ່​ຕິດຕັ້ງ​ແຜ່ນ​ຊິບຄວາມ​ປອດ​ໄພ."

ຍ້ອນ​ວ່າ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ທີ່​ກຸ່ມ​ເລ​ໂນ​ໂວ​ຜະລິດ​ນັ້ນບໍ່​ພຽງ​ແຕ່​ໃຊ້​ໃນ​ຄອມ​ພິວ​ເຕີ​ທີ່ວິ​ສາ​ຫະກິດ​ຕົນ​ຜະລິດ​ນັ້ນ​ໄດ້,ຍັງ​ສາມາດ​ຕິດຕັ້ງ​ໃນ​ຄອມ​ພິວ​ເຕີ​ທີ່​ຜະລິດ​ໂດຍ​ໂຮງງານ​ອື່ນໆ. ດັ່ງນັ້ນ ປັດຈຸບັນ ​ໂຮງງານ​ຜະລິດ​ຄອມ​ພິວ​ເຕີ​ຫຼາຍຫຼັງ​ຂອງ​ຈີນ​ພວມ​ປືກສາ​ຫາລື​ກັບ​ກຸ່ມ​ເລ​ໂນ​ໂວ​ກ່ຽວ​ກັບ​ບັນຫາ​ຊື້​ແຜ່ນ​ຊິ​ບຄວາມ​ປອດ​ໄພ.

ບົນ​ພື້ນຖານ​ສະຫຼຸບ​ບົດຮຽນ​ຄົ້ນຄວ້າ​ຜະລິດ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ໃນ​ສອງ​ປີ​ມາ​ນີ້,ກຸ່ມ​ເລ​ໂນ​ໂວ​ພວມ​ຄົ້ນຄວ້າ​ຜະລິດ​ແຜ່ນ​ຊິບ​ຮຸ່ນ​ໃໝ່. ທ່ານ​ເຫວີຍ​ເວີ້ຍ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ກຸ່ມ​ດັ່ງກ່າວ​ເວົ້າວ່າ:

"ຍ້ອນ​ວ່າ​ໃນ 5 ປີ​ຂ້າງ​ໜ້າ​ນີ້,ຄອມ​ພິວ​ເຕີ​ທີ່​ມີ​ແຜ່ນ​ຊິ​ບຄວາມ​ປອດ​ໄພ​ຈະ​ຄ່ອຍໆ​ກາຍ​ເປັນ​ກະ​ແສ​ສຳຄັນ,​ແລະກາຍ​ເປັນ​ມາດຖານ​ຂອງ​ຄອມ​ພິວ​ເຕີ​ສ່ວນ​ຕົວ. ສະນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແລະ​ທ່ວງທ່າ​ພັດທະນາ​ເຕັກນິກ ​ແລ້ວ​ພັດທະນາ​ເຕັກນິກ​ທີ່​ກ່ຽວຂ້ອງ."

ທ່ານ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ຂະນະ​ທີ່​ຄົ້ນຄວ້າ​ແຜ່ນ​ຊິບ​ຄວາມ​ປອດ​ໄພ​ນັ້ນ ກຸ່ມ​ເລ​ໂນ​ໂວ​ຍັງ​ຈະ​ພັດທະນາ​ຊອຟ​ແວ​ປ້ອງ​ກັນ​ແລະ​ຊອຟ​ແວ​ຄຸ້ມ​ຄອງ​ເປັນຕົ້ນ,​ກຽມ​ສ້າງ​ລະບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຄົບ​ຊຸດ,​ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ຄອມ​ພິວ​ເຕີ​ຢ່າງ​ບັງ​ເກີດ​ຜົນ​ກວ່າ​ເກົ່າ.