ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-12 11:22:07    
ກະດູກ​ຫັກ​ບໍ່​ແນ່​ນອນ​ວ່າ​ຈະ​ຕ້ອງ​ບຳ​ລຸງ​ການ​ຊຽມ

cri
ຫຼາຍ​ຄົນ​ເມື່ອ​ກະດູກ​ຫັກ​ແລ້ວ,ກໍ່​ຄິດ​ວ່າ​ຈະ​ຕ້ອງ​ບຳລຸງ​ການ​ຊຽມ. ຜູ່​ຊ່ຽວຊານ​ແພດສາດ​ກ່າວ​ວ່າ,ນອກຈາກ​ຜູ້​ເຖົ້າ​ທີ່​​ເປັນ​ພະຍາດກະດູກ​ຜ່ອຍ​​ແລ້ວ,ຜູ່​ທີ່​ກະດູກ​ຫັກ​ທົ່ວ​ໄປ,​ແມ່ນ​ບໍ່​ຈຳ​ເປັນ​ບຳລຸງ​ການ​ຊຽມ​ເປັນ​ພິ​ເສດ​ດອກ,ທຳ​ມະ​ດາ​ແລ້ວ,ການ​ຊຽມທີ່​ມີ​ຢູ່​ໃນ​ອາຫານ​ປົກກະຕິ​ກໍ່​ພໍ​ທີ່​ຈະ​ບຳລຸງ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ແລ້ວ. ນີ້​ຍ້ອນ​ວ່າ,ກະດູກ​ຫັກ​ສ່ວນ​ຫຼາຍ​ແມ່ນ​ເກີດ​ຂື້ນ​ຍ້ອນ​ຖືກ​ບາດ​ເຈັບຫຼື​ພະຍາດ​ອື່ນໆ,ບໍ່​ແມ່ນ​ຍ້ອນ​ຮ່າງກາຍ​ຂາດ​ການ​ຊຽມ.  ກົງກັນຂ້າມ,​ເມື່ອ​ກະດູ​ຫັກ​ແລ້ວ,ບ່ອນ​ທີ່​ຫັກ​ຍັງ​ຈະ​ລະບາຍ​ການ​ຊຽມອອກ​ມາ​ຢ່າງ​ຫຼວງ​ຫຼາຍ.ພ້ອມ​ກັນ​ນັ້ນ ຍ້ອນ​ວ່າ​ຜູ່​ບາດ​ເຈັບ​ຕ້ອງ​ນອນ​ເທິງ​ຕຽງ​ເປັນ​ເວລາ​ຍາວ​ນານ,ມັກ​ຈະ​ເຮັດ​ໃຫ້ການ​ຊຽມ​ໃນ​ໝົດ​ຄີງ​ຫຼື​ໃນ​ສ່ວນ​ໃດ​ສ່ວນ​ໜື່ງ​ເສື່ອ​ມ​ເສຍ,ການຊຽມ​ເຫຼົ່ານີ້ຈະ​ຖືກ​ຮັບ​ເອົາ​ເຂົ້າ​ໃນ​ເລືອດ​,​ເຮັດ​ໃຫ້ການ​ຊຽມ​ໃນ​ເລືອດ​ສູງ​ຂື້ນ,ການ​ຂັບຖ່າຍຂອງ​ໝາກ​ໄຂ່ຫຼັງ​ຫາບ​ແບກ​ໜັກ​ຂື້ນ.  ຖ້າ​ກີ​ນການ​ຊຽມ​ເຂົ້າ​ໄປ​ອີກ​ຢ່າງ​ຫຼວງ​ຫຼາຍ,ຈະ​ພາ​ໃຫ້​ນໍ້າ​ປັດ​ສະວະມີ​ການ​ຊຽມຫຼາຍ,​ເຊິ່ງຈະ​​ເປັນ​ມູນ​ເຫດ​ສຳຄັນ​ທີ່​ພາ​ໃຫ້​ໝາກ​ໄຂ່ຫຼັງ​ເປັນ​ໜິ້ວ.

ບາງ​ຄົນ​ນຶກ​ວ່າ,ການ​ບຳລຸງການ​ຊຽມຫຼາຍ​ເທົ່າ​​ໃດ​ແຮ່ງ​ດີ,ຄວາມ​ຈິງ​ແລ້ວ,ຄົນ​ເຈັບ​ທີ່​ກະດູກ​ຫັກ​ນັ້ນ​ກີ​ນຕາມ​ໜັງສື​ແນະນຳ​ກໍ່​ພໍ​ແລ້ວ. ຖ້າ​ກີ​ນການ​ຊຽມຫຼາຍ​ເກີນ​ໄປ,ອາດ​ຈະ​ພາ​ໃຫ້​ວິຕາມິນ​ເດ​ຫຼາຍ​ເກີນ​ໄປບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້ກະດູກ​ແຂງ​ຕົວ​ຍ້ອນ​ເກືອ​ການ​ຊຽມ​ໄວ​ເຂົ້າ​ເທົ່າ​ນັ້ນ,ຍັງ​ອາດ​ຈະ​ພາ​ໃຫ້​ເປັນ​ພະຍາດ​ເລືອດ​ການ​ຊຽມສູງ,​ແລ້ວ​ພາ​ໃຫ້​ເປັນ​ພະຍາດ​ຖືກ​ພິດ​ຫຼາຍ​ຢ່າງ​ເຊັ່ນ​ກ້າມ​ເນື້ອ​ປະສາດ​ສົນລະວົນ​ເປັນ​ຕົ້ນ​.

 ນອກ​ນີ້, ການ​ຊຽມຫຼາຍ​ເກີນ​ໄປ​ຍັງ​ອາດ​ຈະ​ພາ​ໃຫ້​ທອ້ງຜູກ​ແລະ​ຄວາມດັນ​ເລືອດ​ຕໍ່າ​ເປັນ​ຕົ້ນ.  ຜູ່​ຊ່ຽວຊານ​ແພດສາດ​ເວົ້າ​ວ່າ,ທີ່​ຈິງ​ແລ້ວ,ການ​ພະຍາບານ​ກະດູກ​ຫັກ​ລວມມີຫຼາຍ​ດ້ານດັ່ງ​ລຸ່ມ​ນີ້​ຄື:

ໜຶ່ງ/ເມື່ອກະດູກ​ຫັກ​ແລ້ວ​ຕ້ອງ​ເລືອກ​ເອົາ​ວິທີ​ປິ່ນປົວ​ທີ່​ຖືກຕ້ອງ.

ສອງ/ ແມ່ນ​ປັດ​ໃຈ​ທີ່​ກະທົບກະ​ເທືອ​ນກະດູກ​ຈອດ​ກັນ​ດີ​ນັ້ນ​ມີຫ​ຫຼາຍ​ດ້ານ,​ເຊັ່ນ​ອາຍຸ,ສະພາບ​ທາດ​ບຳລຸງ,​ການສະ​ໜອງ​ເລືອດ​ໃຫ້​ບ່ອນ​ກະດູກ​ຫັກ,​ສະພາບ​ຄົງ​ຕົວ​ກະດູກ​ທີ່​ຫັກ,ມີ​ພະຍາດ​ອື່ນ​ເກີດ​ຂື້ນ​ພ້ອມ​ກັນ​ຫຼືບໍ່.​ຖ້າ​ບໍ່​ມີ​ປັດ​ໃຈ​ທີ່​ກະທົບກະ​ເທືອນ​ເຖິງ​ກະດູກ​ຈອດ​ກັນ​ແລ້ວ,​ເອົາ​ໃຈ​ໃສ່​ໃຫ້​ມີທາດ​ບຳລຸງ​ຮອບດ້ານ​ແລະ​ສະໝໍ່າ​ສະ​ເໝີ​ກໍ່​ພໍ​ແລ້ວ

ສາມ/ແມ່ນ​ກະດູກ​ຫັກ​ໃນ​ບ່ອນ​ຕ່າງ​ກັນ​ເວລາ​ມັນ​ຈອດ​ດີຄືນ​ແມ່ນ​ບໍ່​ຄື​ກັນ,ຄວນ​ເອົາ​ໃຈ​ໃສ່​ອີງ​ຕາມ​ສະພາບ​ຄົງ​ຕົວ​ມາ​ກຳນົດ​ນ້ຳໜັກ​ທີ່​ຫາບ​ແບກ​ແລະ​ເວລາ​ຫັດກາຍ,​ສິ່ງ​ທີ່​ຄວນ​ກ່າວ​ເນັ້ນ​ນັ້ນ​​ແມ່ນ,ຄົນ​ເຈັບ​ທີ່​ກະດູກ​ຫັກ​ຄວນ​ກວດ​ສະພາບ​ກະດູກ​ຕິດ​ຈອດ​ກັນ​ຕາ​ມ​ເວ​ລາ​ທີ່​ນາຍ​ໝໍ​ສັ່ງ​ໄວ້,​ເພື່ອປະກົດ​ເຫັນ​ບັນຫາ​ຢ່າງ​ທັນ​ການ​ແລະ​ຊຳລະ​ແກ້​ໄຂ​ໂດຍ​ໄວ.

ແຕ່​ຖ້າ​ມີ​ສະພາບ​ສອງ​ຢ່າງ​ດັ່ງ​ລຸ່ມ​ນີ້,ຄວນ​ແລະ​ຕ້ອງ​ບຳລຸງ​ການ​ຊຽມຢ່າງ​ເໝາະ​ສົມ.

ໜຶ່ງ/ແມ່ນ​ຜູ່​ເປັນ​ພະຍາດ​ກະດູກ​ຜ່ອຍ​ລັກ​ສະນະ​ໄວ​ສະ​ລາ.ຍອດ​ປະລິມານ​ກະດູກ​ຂອງ​ຜູ່​ໃຫຍ່​ຈະ​ຫຼຸດ​ໜ້ອຍ​ລົງ​ປີ​ລະ 1%,ວັດຖຸ​ທາດ​ແຮ່​ອື່ນໆ​ແລະ​ວັດຖຸ​ພື້ນຖານ​ຂອງ​ກະດູກ​ກໍ່​ຫຼຸດ​ໜ້ອຍ​ລົງ​ພ້ອມ​ກັນ,​ແລ້ວ​ພາ​ໃຫ້​ກະດູກ​ຜ່ອຍ,ຄວາມ​ແຂງ​ຂ​ອງກະດູກ​ກໍ່​ເຊື່ອມ​ລົງ.  ບາງ​ຄົນ​ລົ້ມ​ບ່ອນ​ຮາບພຽງ​ຫຼື​ພຽງ​ແຕ່​ເຄັດ​ບາດ​ດຽວ​​ເທົ່າ​ນັ້ນ,ກໍ່​ອາດ​ຈະ​ພາ​ໃຫ້​ກະດູກ​ຫັກ.  ກະດູກ​ຫັກ​ປະ​ເພດ​ນີ້,​ນອກຈາກ​ປົວ​ທຳ​ມະ​ດາ​ແລ້ວ,ຍັງ​ຕ້ອງ​ບຳລຸງ​ການ​ຊຽມ​ເພື່ອ​ປົວ​ພະຍາດ​ກະດູກ​ຜ່ອຍ.

ສອງ/ແມ່ນ​ຄົນ​ເຈັບ​ທີ່​ເຄີຍ​ຜ່າຕັດ​ກະ​ເພາະ​ສ່ວນ​ໃຫຍ່,ຄົນ​ເຈັບປະ​ເພດ​ນີ້,ຖ້າກະດູກ​ຫັກ​ບໍ່​ບຳລຸງ​ການ​ຊຽງ​ແລ້ວ,ກະດູກ​ອາດ​ຈະ​ປົ່ງ​ຊ້າ​ແລະ​ບໍ່​ໝັ້ນຄົງ.

 ທ່ານ​ເສີນ​ຊ່າງ​ກາງ ຫົວໜ້າ​ພະ​ແນ​ກ​ໂພ​ສະນາ​ການ​ຂອງ​ໂຮງ​ໝໍ​ຈົ່ງ​ຊ່າ​ນ​ເລກ​ສອງ​ກວາງ​ໂຈວຈີນ​ແນະນຳ​ວ່າ,ການ​ບຳລຸງ​ກດານ​ຊຽມມີ​ຫຼາຍດ້ານ​ດັ່ງ​ລຸ່ມ​ນີ້​ຄື:

ໜຶ່ງ/ ແມ່ນ​ອາຫານ​ປະ​ເພດ​ນົມ.ກີ​ນນົມງົວ​ມື້​ລະ 250 ມິ​ລິ​ລິດ​ກໍ່​ຈະ​ໄດ້​ຮັບ​ການ​ຊຽມ 250 ມີ​ລີກຼາມ. ນ້ຳນົມ​ແລະ​ອາຫານ​ທີ່​ເຮັດ​ດ້ວຍ​ນ້ຳນົມ​ມີ​ການ​ຊຽມຫຼາຍ​ແລະ​ຮ່າງກາຍ​ຮັບ​ເອົາ​ງ່າຍ,​ແມ່ນ​ອາຫານ​ບຳລຸງ​ການ​ຊຽມດີ​ທີ່​ສຸດ.

ສອງ/ແມ່ນ​ກຸ້ງ​ນ້ອຍ. ສັດ​ນ້ຳ​ມີ​ການ​ຊຽມອຸດົມ​ສົມບູນ,​ໂດຍ​ສະ​ເພາະ​ແມ່ນ​ປະ​​ເພດ​ກຸ້ງ​ນ້ອຍ​ແລະ​ປາ​ນ້ອຍ​ທີ່​ກີນ​ໄດ້​ທັງ​ກ້າງ.

ສາມ/ແມ່ນ​ອາຫານ​ເຮັດ​ດ້ວຍ​ໝາກ​ຖົ່ວ​ເຫຼືອງ​ແລະ​ຜັກ​ໃບ​ຂຽວ.  ຕົວຢ່າງ​ຄືຜັກ​ກາດນາ​ແລະ​ຜັກ​ກະ​ລໍ່າ​ປີດ​ອກ​ເປັນຕ​ຕົ້ນ​ມີ​ການ​ຊຽມຫຼາຍ,​ແຕ່​ມີ​ກົດ​ອອກ​ຊາ​ລິກໜ້ອຍ,ຜັກ​ຕີນ​ເປັດ​ເຖິງ​ວ່າ​ມີ​ການ​ຊຽມຫຼາຍ,​ແຕ່​ກົດ​ອອກ​ຊາ​ລິກ​ຫຼາຍ,​ຮ່າງກາຍ​ຈຶ່ງ​ຮັບ​ເອົາ​ຍາກ​ແດ່.

ສີ່/ແມ່ນ​ແສງ​ແດດ. ລັງສີ​ອຸ່ນ​ຕຼາວີ​ໂອ​ເລ​ໃນ​ແສງ​ແດດ​ສາມາດ​ເຮັດ​ໃຫ້​ຜິວໜັງ​ກຳ​ເນີ​ດວິຕາມິນ​ເດ,ວິຕາມິນ​ເດ​ທຳ​ມະ​ຊາດ​ຊະນິດ​ນີ້​ບໍ່​ເກີນ​ປະ​ລິ​ມານ​ຈັກ​ເທື່ອ,​ແລະ​ຍັງ​ສາມາ​ດຊ່ວຍ​ໃຫ້​ຮ່າງກາຍ​ຮັບ​​ເອົາການ​ຊຽມ.

ຫ້າ/ແມ່ນ​ຫັດກາຍ. ຫັດກາຍ​ສາມາດ​ເຮັກ​ໃຫ້​ກະດູກ​ຖີ່​ຖ້ວນ​ແຂງ​ແຮງ,​ແລະ​ສຸກ​ຮູ້​ໃຫ້​ຮ່າງກາຍ​ຮັບ​ເອົາ​ການ​ຊຽມ​ໄດ້​ເປັນ​ຢ່າງ​ດີ.

ຫົກ/ແມ່ນ​ທາດ​ການ​ຊຽມ​ແລະ​ຢາ​ວິຕາມິນ​ເດ. ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ,ກີ​ນຢາ​ການ​ຊຽມ​ແລະ​ວິຕາມິນ​ເດ​ແດ່​ກໍ່​ໄດ້,​ເຊັ່ນ:​ກີນ​ເຂົ້າ​ບໍ່​ແຊບ,​ແມ່​ມານ,​ແມ່ລູກ​ອ່ອນ,ຜູ່​ສູງ​ອາຍຸ,​ເດັກນ້ອຍ​ທີ່​​ເຕີບ​ໃຫຍ່​ໄວ​ແລະ​ເດັກນ້ອຍ​ທີ່ຣິຂອງ​ກີນ.