|
 |
(GMT+08:00)
2005-08-12 15:54:09
|
ເຂດໃນຈີນຊຸກຍູ້ການຫັນຢາພື້ນເມືອງຈີນເປັນທັນສະໄໝຂອງຢູ່ໄດ້ຮັບຜົນລັກ ສະນະຂັ້ນຕອນ
cri
ຂ່າວສານຊີນຮວາລາຍງານວ່າ: ວັນທີ 11 ສິງຫາ ຢູ່ຮົງກົງ ທ່ານນາງເຊີຈິ້ງ ລັດຖະມູນຕີຊ່ວຍວ່າການກະຊວງສາທາລະນະສຸກຈີນ ຫົວໜ້າກົມຄຸ້ມຄອງຢາພື້ນເມືອງຈີນ ເວົ້າວ່າ ຂະບວນການເຂດໃນຈີນຊຸກຍູ້ການຫັນຢາພື້ນເມືອງຈີນເປັນທັນສະໄໝຢ່າງຮອບດ້ານໄດ້ຮັບຜົນລັກສະນະຂັ້ນຕອນ
ໃນເວລາກ່າວປາຖະກະຖາຫົວຂໍ້ກົກຢູ່ກອງປະຊຸມທີ່ກ່ຽວຂ້ອງ ທ່ານນາງເຊີຈິ້ງເວົ້າວ່າ ໃນສິບປີມານີ້ ຈີນໄດ້ວາງນະໂຍບາຍແລະມາດຕະການທີ່ກ່ຽວຂ້ອງ ຢ່າງເປັນລະລົບ ຊຸກຍູ້ຂະບວນການຫັນຢາພື້ນເມືອງຈີນເປັນທັນສະໄໝຢ່າງຮອບ ດ້ານ ປະຈຸບັນ ການສ້າງແທ່ນປະດິດສ້າງຢາພື້ນເມືອງຈີນໃໝ່ຂອງເຂດໃນຈີນໄດ້ເພີ່ມທະວີ ຄວາມສາມາດຄົ້ນຄວ້າພັດທະນາໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ ລັດໄດ້ລົງທຶນສ້າງສູນທົດລອງຢາພື້ນເມືອງຈີນຈຳນວນໜຶ່ງ ຍັງໄດ້ອະນຸມັດໃຫ້ 14 ແຂວງເປັນແຫຼ່ງອຸດສາຫະກຳວິທະຍາສາດເຕັກນິກຫັນຢາພື້ນເມືອງຈີນເປັນທັນ ສະໄໝຂອງລັດ
|
|
|