ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-12 20:51:19    
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ຊາ​ການ​ສາ​ກົນ​ທີ່​ລະ​ລຶກ​ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ​60​ປີ​ຈັດ​ຂຶ້ນ​ຢູ່​​ໂຕ​ກຽວ

cri
ຕາມ​ຂ່າວcri:​ວັນ​ທີ່11 ​ສິງຫາ ຢູ່ໂຕກຽວ ນະຄອນຫລວງຍີ່ປຸ່ນ​ໄດ້ຈັດກອງ​ປະຊຸມ​ສຳມະ​ນາ​ວິຊາ​ການ​ສາ​ກົນ​ພາຍ​ໃຕ້​ຫົວ​ຂໍ້"ບໍ່​ລືມ​ປະ​ຫວັດສາດ ​ບຸກ​ເບີກອານາ​ຄົດ",​ເພື່ອ​ລະ​ລຶກສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ60ປີ​.

ທ່ານ​ວາງ​ຢີ້ ​ເອກ​ອັກ​ຄະ​ລັດ​ຖະທູດຈີນປະຈຳ​ຍີ່ປຸ່ນ​​ໄດ້​ຊີ້​ອອກ​ໃນ​ເວລາກ່າວ​ໃນ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ວ່າ,ສົງຄາມ​ໂລກຄັ້ງ​ທີ​ສອງ​ແມ່ນ​ການລອງ​ລິ​ດກັນລະຫວ່າງ​ຄວາມ​ເປັນ​ທຳ​ກັບ​ຄວາ​ມຊົ່ວ​ຮ້າຍ​,ປະຕິບັດ​ຕໍ່​ປະ​ຫວັດ​ສາດ​​ຕອນນັ້ນ​ຢ່າງ​ຖືກຕ້ອງ​ແມ່ນພື້ນຖານ​ແຫ່ງ​ການ​ທີ່​ຍີ່​ປຸ່ນ​ພັດ​ທະນາ​ໂດຍ​ສັນຕິຂອງ​ຍິ່ປຸ່ນ,​ແລະກໍ່​ແມ່ນພື້ນ​ຖານທີ່​ການ​ພົວພັນ​ຈີນຍິ່ປຸ່ນຮັກສາ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ​ແລະ​ຫມັ້ນ​ທ່ຽງ.

ທ່ານ​ມູລາ​ຢາ​ມາ ​ໂທ​ມີ​ອີ​ຈິ ອະດີດນາຍົກ​ລັດຖະມົນຕີຍີ່ປຸ່ນ​​ໄດ້​ຊີ້​ອອກໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​ທາງລາຍ​ລັກ​ອັກສອນ​ໃນ​ກ​ອງປະຊຸມ​ວ່າ,ຍິ່ປຸ່ນຄວນ​ສຳ​ຫລວດ​ຕົນ​ເອງ​​ແລະ​ຂໍ​​​ໂທດຕໍ່​ສົງ​ຄາມ​ຮຸກຮານ,​ແລະສະ​ແດງ​​ໃຫ້​ເຫັນຄຳ​ຫມັ້ນ​ສັນຍາ​ທີ່ກ່ຽວຂ້ອງ​​ດ້ວຍ​ການ​ກະທຳຕົວ​ຈິງ,​ແລ້ວ​ຈິ່ງ​ຈະໄດ້​ຮັບ​ຄວາມ​ຮັບ​ຮູ້ເຫັນ​ດີ​ຂອງ​ປ​ະ​ເທດ​ໃກ້​ຄຽງ​ຢູ່ອາຊີ.

ຜູ່​ຊ່ຽວຊານ​​ບັນຫາ​ປະຫວັດສາດ​ທີ່ມາ​ຈາກ​ຈີນ ຍີ່ປຸ່ນ ສ.​ເກົາຫລີ ​ເຢລະ​ມັນ​ແລະ​ອົສຕຼາລີ​​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ຄັ້ງນີ້​.