|
![](/images/spacer.gif) |
(GMT+08:00)
2005-08-12 21:30:48
|
ອົງການການບິນອະວະກາດແຫ່ງຊາດອາເມລິກາກ່າວວ່າບໍ່ອາດຈະຍິ່ງສົ່ງຍົນອະວະກາດອີກໃນເດືອນກັນຍາ
cri
ຕາມຂ່າວສານຊິນຮວາ,ວັນທີ11ສິງຫາ,ເຈົ້າໜ້າທີ່ອົງການການບິນອະວະກາດແຫ່ງຊາດອາເມລິກາກ່າວວ່າ,ຍັງຕ້ອງການເວລາເພື່ອແກ້ໄຂບັນຫາທີ່ປະສົບໃນການຍິງສົ່ງຍົນອະວະກາດດິສໂຄເວີຣີ,ຄືຟອງນ້ຳກັນຮ້ອນໃນຖັງວັດຖຸເຊື້ອໄຟທີ່ແຂວນຢູ່ນອກໄດ້ຫຼົ່ນລົງ.ສະນັ້ນ,ຄັນຢາກຍິງສົ່ງຍົນອະວະກາດແອັດແລນຕິສໃນເດືອນກັນຍາຕາມແຜນເດີມນັ້ນເປັນເລື່ອງທີ່ບໍ່ອາດເປັນໄປໄດ້.
ທ່ານບີວເກີສເທັນມາຍເຢີ ຜູ້ຄຸ້ມຄອງໂຄງການຍານອະວະກາດສາກົນຂອງອົງການການບິນອະວະກາດແຫ່ງຊາດອາເມລິກາທີ່ຮັບຜິດຊອບການສຳຫຼວດບັນຫາກ່ຽວກັບຟອງນ້ຳຂອງຍົນອະວະກາດດິສໂຄເວີລີຫຼົ່ນລົງນັ້ນກ່າວວ່າ,ອົງການການບິນອະວະກາດແຫ່ງຊາດອາເມລິກາໄດ້ຈັດຕັ້ງກອງວິສາວະກອນຫຼາຍກອງ,ລົງເລິກວິເຄາະພາບວິດີໂອໃນເວລາຍິງສົ່ງຍົນອະວະກາດດິສໂຄເວີຣີ,ແລະກວດກາຍົນອະວະກາດທີ່ໄດ້ກັບຄືນຈາກອະວະກາດ.
|
|
|