ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-12 21:45:46    
ຈີນ​ປະ​ກາດ​ຄຳ​ຮັບ​ສາ​ລະ​ພາບ​ທາງ​ລາຍ​ລັກ​ອັກ​ສອນ​ສະ​ບັບ​ເດີມ​ຂອງ​ອາດ​ຊະ​ຍາ​ກອນ​ສົງ​ຄາມ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ຢ່າງ​ເປັນ​ລະ​ບົບ​ເປັນ​ເທື່ອ​ທຳ​ອິດ

cri
ຕາມ​ຂ່າວCRI,ວັນ​ທີ12​ສິງຫາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ຫໍ​ສຳ​ເນົາ​ສູນ​ກາງ​ຈີນ​ວ່າ,ຫວ່າງ​ມໍ່ໆ​ນີ້,ຢູ່​ທີ່​ປັກ​ກິ່ງ,ຈີນ​ໄດ້​ພິມຈຳໜ່າຍປຶ້ມ​ໜັງສື​ຊຸດ​ໜຶ່ງ​ທີ່​ພາດ​ຫົວ​ເລື່ອງ​ວ່າຄຳ ​ຮັບ​ສາ​ລະ​ພາບ​ທາງ​ລາຍ​ລັກ​ອັກ​ສອນ​ຂອງ​ອາດຊະ​ຍາກ​ອນສົງຄາມ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ.ນີ້​ແມ່ນ​ຈີນ​ປະ​ກາດ​ຄຳ​ຮັບ​ສາ​ລະ​ພາບ​ທາງ​ລາຍ​ລັກ​ອັກ​ສອນ​ສະ​ບັບ​ເດີມ​ຂອງ​ອາ​ດຊະ​ຍາ​ກອນ​ສົງ​ຄາມ​ຍີ່​ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ຢ່າງ​ເປັນ​ລະບົບເທື່ອ​ທຳ​ອິດ.

ຕາມແນະນຳ​ວ່າ,ປຶ້ມ​ໜັງສື​ດັ່ງກ່າວ​ໄດ້​ພິມ​​ຄຳຮັບ​ສາລະພາບ​ທາງ​ລາຍ​ລັກ​ອັກ​ສອນ​ສະ​ບັບ​ເດີມ​ຂອງ​ອາດຊະຍາ​ກອນ​ສົງຄາມ​ຍີ່​ປຸ່ນຜູ້​ຮຸກ​ຮານ​ຈີນ45ຄົນ​ໃນ​ເວລາ​ຮັບ​ການ​ໄຕ່​ສວນ​ຕັດ​ສິນ​ຢູ່​ຈີນ,​ເຊິ່ງບໍ່​ໄດ້​ຕັດ​ເນື້ອ​ໃນ​ແຕ່​ຢ່າງ​ໃດ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເລື່ອງ​ຈິງ​ກ່ຽວ​ກັບ​ສົງ​ຄາມ​ທີ່​ກອງ​ທະ​ຫານ​ຍີ່​ປຸ່ນຮຸກຮານ​ຈີນກໍ່​ຂຶ້ນ.ທັງນີ້​ເປັນ​ການ​​ໂຕ້​ຕອບຢ່າງ​ແຂງ​ແຮງ​ຕໍ່​ການ​ກະ​ທຳ​ຕ່າງໆ​​ ຂອງ​ອິດ​ທິ​ກຳ​ລັງ​ປີກ​ຂວາ​ຂອງ​ຍີ່​ປຸ່ນ​​ໃນ​ປັດຈຸບັນ​ທີ່ຕັ້ງ​ແກ້ງ​ດັດ​ແກ້​ແບບ​ຮຽນ​ປະ​ຫວັດ​ສາດ,​ປິດ​ອຳ​ປະ​ຫວັດ​ການ​ຮຸກ​ຮານ​ແລະ​ອື່ນ​ໆ.