ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-13 17:35:18    
ລັດຖະບານ​ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຍິງ​ປືນ​ລອບ​ຄາ​ຕະ​ກຳ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສີ​ລັງ​ກາ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 13 ສິງຫາ ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ລັດຖະບານ​ຈີນ​ຮູ້ສຶກ​ຕື່ນ​ຕົກ​ໃຈ​ແລະ​ເສົ້າ​ສະຫຼົດ​ໃຈ​ທີ່​ທ່ານ ຄາ​ເດຍກາມາ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ສີ​ລັງກາ​ປະສົບ​ເຄາະ​ຮ້າຍ,​ແລະ​ກ່າວ​ປະນາມ​ການ​ກະທຳ​ກໍ່​ການ​ຮ້າຍ​ດັ່ງກ່າວ​ຢ່າງ​ຮຸນ​ແຮງ.

​ໃນ​ເວລາ​ວິຈານ​ເຫດການ​ດັ່ງກ່າວ,ທ່ານ​ຂົງຊວນ​ຊີ້​ອອກ​ວ່າ,ຈີນ​ສະ​ແດງ​ຄວາມ​​ໄວ້ອາ​ໄລ​ຢ່າງ​​ເສົ້າສະຫຼົດ​ໃຈ​ແລະ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​ຖາງ​ເຈຍ​ຊວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກໍ​ໄດ້​ຝາກ​ໂທລະ​ເລກ​ໄວ້ອາ​​ໄລ​​ໄປ​ຍັງ​ທ່ານ ລາ​ຈາ​ປັກ​ເຊ ນາຍົກ​ລັດຖະ​ມົນຕີ​ສີລັງກາ​. ທ່ານ​ກ່າວ​ວ່າ,ຈີນ​ຈະ​ເຮັດ​ຄື​​ແຕ່​ເກົ່າ​ເມືອຫຼັງ​ສະໜັບ​ສະໜູນ​ລັດຖະບານ​ສີ​ລັງກາ​ທີ່​​ໄດ້ທຳ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ຄວາມ​ປອງ​ດອງ​ຊາດ,ຟື້ນ​ຟູ​ພັດທະນາ​ເສດຖະກິດ​ແລະ​ຮັກສາ​ຜືນ​ແຜ່ນດິນ​ແລະ​ອະທິປະ​ໄຕ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.