ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-13 18:02:37    
ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃຫ້​ສຳ​ພາດ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ​ເຂົ້າ​ຮ່ວມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 12 ສິງຫາ ທ່ານ​ຂົງຊວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ສຳພາດ​ກ່ຽວ​ກັບ​ບັນຫາທີ່​ວ່າ​ໄຕ້​ຫວັນ​ເຂົ້າຮ່ວມ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ຊີ້​ອອກ​ວ່າ, ​ ​ທາດ​ແທ້​ຂອງການ​ກະທຳ​ດັ່ງກ່າວ​ຂອງເຈົ້າໜ້າ​ທີ່​ໄຕ້​ຫວັນ​ແມ່ນ​ສືບ​ຕໍ່​ເປີດ​ປ່າວທິດ​ສະ​ດີ "ສອງ​ປະ​ເທດ​ຈີນ" ​ແລະ "ຈີນ​ໜຶ່ງ​ໄຕ້​ຫວັນ​ໜຶ່ງ" ​​"ໄຕ້​ຫວັນ​ເປັນ​ເອກະລາດ​" ຢູ່ໃນ​ໂລກ, ​ແລະ​ຕັ້ງ​ແກ້ງ​ກໍ່​ສະຖານະ​ການ​ອັນ​ເຄັ່ງຕຶງ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ.

ທ່ານ​ຂົງຊວນ​ກ່າວ​ວ່າ, ​ແຕ່​ປີ 1993 ​ເປັນຕົ້ນມາ, ຄະນະ​ກຳມະການ​ວຽກ​ງານ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ໄດ້​ປະຕິ​ເສດ​​ຈັດ​ເອົາ​ຍັດຕິ​ອັນ​ທີ່​ວ່າ​ໄຕ້​ຫວັນ​ເຂົ້າຮ່ວມ​ອົງການ​ສະຫະ​ປະຊາ​ຊາດ​ເຂົ້າ​ໃນ​ວາລະ​ປະຊຸມຂອງສະມັດຊາ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ເປັນ​ເວລາ 12 ປີ​ລຽນຕິດ. ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ເຕັມ​ສ່ວນ​ວ່າ ປະຊາ​ຄົມ​ໂລກ​ໄດ້​ມີຄວາມ​ຮັບ​ຮູ້​ຄື​ກັນ​ໂດ​ຍທົ່ວ​ໄປ​ໃນ​ບັນຫາ​ດັ່ງກ່າວ​ ນັ້ນກໍ່​ຄື ​ໃນ​ໂລກ​ນີ້​ມີ​ແຕ່​ປະ​ເທດ​ຈີນ​ດຽວ, ​ໄຕ້​ຫວັນ​ໃນ​ຖານະ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຈີນ, ບໍ່​ມີ​ຄຸນ​ວຸດ​ທິ​ເຂົ້າ​ຮ່ວມ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ປະກອບ​ດ້ວຍ​ປະ​ເທດ​ອະທິປະ​ໄຕ ​ໂດຍ​ບໍ່​ວ່າ​ໃນ​ນາມ​ໃດໆ​ແລະ​ຮູບ​ການ​ໃດໆ.

​ໃຕ້​ການ​ຍຸຍົງ​ຂອງ​ເຈົ້າໜ້າ​ທີ່​ໄຕ້​ຫວັນ, ວັນ​ທີ 12 ສິງຫາ ປະ​ເທດ​ສ່ວນ​ໜ້ອຍ​ທີ່​ສຸດ ຄື ຈາດ​ເປັນຕົ້ນ​ໄດ້​ຝາກ​ຈົດໝາຍ​ໄປ​ຍັງ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການສະ​ຫະ​ປະຊາ​ຊາດ, ຮຽກຮ້ອງ​ໃຫ້​ຈັດ​ເອົາ​ຍັດຕິ​ອັນ​ທີ່​ວ່າບັນຫາ "ສິດ​ຕົວ​ແທນ​ຂອງ​ໄຕ້​ຫວັນ​ຢູ່​ໃນ​ອົງການສະຫະ​ປະຊາ​ຊາດ" ​ແລະ​ "ຍັດຕິປົກ​ປັກ​ຮັກສາ​ສັນຕິພາບຢູ່​ທະ​ເລ​ໄຕ້​ຫວັນ" ​ເຂົ້າ​ໃນ​ວາລະ​ເພີ່ມ​ເຕີມ​ໃນ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດສະໄໝທີ 60.