ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-13 18:10:13    
ຊາວ​ປາ​ເລັສຕິນຫຼາຍ​ໝື່ນ​ຄົນ​ຊຸມ​ນຸມ​ກັນ​ສະ​ຫຼອງ​ອິສ​ຣາ​ແອນ​ຖອນ​ອອກ​ຈາກ​ກາ​ຊາ

cri Author: lm

ຕາມຂ່າວສານ​ຊິນ​ຮວາ: ວັນ​ທີ 12 ສິງຫາ ຊາວ​ປາ​ເລັສຕິນຫຼາຍໝື່ນ​ຄົນ​ໄດ້​​ໂຮມ​ຊຸມ​ນຸມ​ກັນ​ຢູ່​ກາຊາ, ສະຫຼອງອິສຣາ​ແອນ​ຈະ​ຖອນ​ອອກ​ຈາກ​ແຖບ​ກາຊາ​ໃນ​ໄວໆ​ນີ້.

ນີ້​ແມ່ນ​ງານ​ໂຮມ​ຊຸມນຸມ​ຂະໜາດ​ໃຫຍ່ຂອງ​ປາ​ເລັສຕິນຄັ້ງທຳ​ອິດທີ່ຈັດຕັ້ງ​ໂດຍ​ລັດ​ຖະ​ບານ​ເພື່ອ​ສະ​ຫຼອງອິສຣາ​ແອນ​ຖອນໜີ. ​ໃນ​ງານ​ຊຸມນຸມສະຫຼອງ, ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ກ່າວ​ຄຳ​ປາ​ໄສ​, ​ໂດຍ​ກ່າວ​ເນັ້ນວ່າ ປາ​ເລັສຕິນ​ຈະ​ສະ​ຖາ​ປະ​ນາ​ປະ​ເທດ​ປາ​ເລັສຕິນທີ່​ເປັນ​ເອກະລາດ​ແລະ​ຖື​ຢາຣູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ໃນ​ທີ່​ສຸດ.

ນີ້​ແມ່ນ​ອິສຣາ​ແອນ​ຖອນ​ອອກ​ຈາກຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວ​ເທີ​ງດິນ​ແດນ​ປາ​ເລັສ​ຕິນ​ທີ່​​ເຂົາ​ຍຶດຄອງ​ເປັນຄັ້ງທຳ​ອິດ​ໃນ 40 ປີ​ມາ​ນີ້.