ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-14 17:42:18    
ປາ​ເລັສຕິນ​ເລີ່​ມຈັດ​ວາງ​ກອງ​ທະ​ຫານ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ບ່ອນ​ມໍ່​ເຂດ​ອິສ​ຣາ​ແອນ​ຖອນ​ໜີ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 13 ສິງຫາ, ອົງການ​ຮັກສາ​ຄວາມ​ປອດ​ໄພ​ຂອງປາ​ເລັສຕິນ​​ໄດ້​ເລີ່ມ​ຈັດ​ວາງ​ກອງ​ທະຫານ​​ຢູ່​ບ່ອນ​ມໍ່​ເຂດພາກ​ໃຕ້​ກາຊາ​​ທີ່​ອິສຣາ​ແອນ​ຈະຖອນ​ໜີ.

ຕາມ​ໄດ້​ຊາບ, ຕອນ​ເຊົ້າມື້​ດຽວ​ກັນ ຜູ່​ຮັກສາ​ຄວາມ​ປອດ​ໄພ​ງວດ​ທຳ​ອິດ 300 ຄົນ​ໄດ້​ເຂົ້າ​ປະ​ຈຳ​ຢູ່​ເຂດ​ຮານ​ຢູນິສ​ແລະ​ເຂດ​ລາ​ຟາ​​ອ້ອມ​ຂ້າງ​ຈຸດ​ຕັ້ງຖິ່ນ​ຖານ​ຂອງຊາວ​ຢິວ. ຜູ່​ຮັກ​ສາ​ຄວາມ​ປອດ​ໄພອີກ 2000 ຄົນກໍ່​ຈະ​ເຂົ້າປະຈຳ​ເຂດ​ດັ່ງກ່າວ​ພາຍ​ໃນ 2 ມື້​ຂ້າງ​ໜ້າ, ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເປົ້າ​ໝາຍ​ອິສຣາ​ແອນ​ຖືກຫຼອນ​ໂຈມ​ຕີ, ຮັບປະກັນ​ໃຫ້ການ​ຖອນ​ທະຫານ​ຂອງ​ຝ່າຍອິສຣາ​ແອນ​ທີ່​ຈະ​ເລີ່ມ​ຕົ້ນ​ໃນ​ວັນ​ທີ 15 ສິງຫາ​​ດຳ​ເນີນ​ຢ່າງ​ສະດວກ.

ຕາມ​ແຜນການ, ​ເລີ່​ມ​ແຕ່​ວັນ​ທີ 15 ສິງຫາ​ເປັນຕົ້ນ​ໄປ, ອິສຣາ​ແອນ​ຈະ​ແບ່ງ​ເປັນ​ໄລຍະ​ຖອນ​ອອກ​ຈາກ​ຈຸດ​ຕັ້ງຖິ່ນ​ຖານ​ຂອງຊາວ​ຢິວ 21 ​ແຫ່ງ​ຢູ່​ແຖບ​ກາຊາ ​ແລະ​ອີກ 4 ​ແຫ່ງ​ຢູ່​ພາກ​ເໜືອ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.