ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-14 17:46:54    
ທ່ານ​ທາລາ​ບາ​ນີຫວັງ​ໃຫ້​ບັນ​ດາ​ຝ່າຍ​ອີ​ຣັກ​ສາ​ມາດ​ສຳ​ເລັດ​ວຽກ​ງານ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ຕາມ​ເວ​ລາ​ກຳ​ນົດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ສິງຫາ, ທ່ານ​ທາລາ​ບາ​ນີ ປະທານາທິບໍດີ​ອີ​ຣັກ​ກ່າວ​ວ່າ, ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ການ​ຮ່າງ​ລັດຖະທຳ​ມະນູນ​ອີຣັກສາມາດ​ສຳ​ເລັດ​ວຽກ​ງານ​ຮ່າງ​ລັດ​ຖະ​ທຳ​ມະນູນ​ທາງ​ການ​​ໃນ​ວັນ​ທີ 14 ສິງຫາ.

ທ່ານ​ທາລາ​ບາ​ນີກ່າວ​ວ່າ, ບັນດາ​ຝ່າຍ​ໄດ້​ແກ້​ໄຂ​ຫຼາຍບັນຫາແລ້ວ, ​ແຕ່​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບາງ​ບັນຫາ. ທ່ານ​ຫວັງ​ໃຫ້​ບັນດາ​ຝ່າຍ​ສາມາດ​ສຳ​ເລັດ​ວຽກ​ງານ​ຮ່າງ​ລັດ​ຖະ​ທຳ​ມະ​ນູນໃນ​ວັນ​ທີ 14 ສິງຫາ. ຕາມ​ໄດ້​ຊາບ, ບັນຫາ​ທີ່​ຍັງ​ປຶກສາ​ຫາລື​ກັນ​ຢູ່​ໃນ​ສະ​ເພາະ​ໜ້າ​ນີ້​ລວມ​ມີ​ບັນຫາຈະ​ປະຕິບັດ​ລະບອບ​ສະຫະພັນຢູ່​ພາກ​ໃຕ້​ອີຣັກຫຼືບໍ່​ ​ແລະ​ຖານະ​ຂອງສາ​ສະ​ໜາ​ອິສ​ລາມ​ໃນ​ລະບົບ​ກົດໝາຍຄະຕິ​ໂລກ​ເປັນຕົ້ນ.

ຜູ່​ສັນທັດ​ກໍລະນີ​ກ່າວ​ວ່າ, ​ໃນ 18 ຂໍ້​ທີ່​ມີ​ການ​ຖົກ​ຖຽງຫຼາຍ​ກວ່າ​ໝູ່​ໃນ​ຂໍ້​ມາດຕາ​ຮ່າງ​ລັດ​ຖະທຳ​ມະນູນ, ມີ 14 ຂໍ້​ໄດ້​ລົງ​ຮອຍ​ກັນ​ແລ້ວ.