ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-14 17:50:03    
ທ່ານ​ບຸ​ສກ່າວ​ເນັ້ນອີກ​ເທື່ອ​ໜຶ່ງ​ວ່າ​ຈະ​ບໍ່​ຖອນ​ທະ​ຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີ​ຣັກ​ກ່ອນ​ເວ​ລາ​ກຳ​ນົດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ສິງຫາ ທ່ານ​ບຸ​ສ ປະທານາທິບໍ​ດີອາ​ເມ​ລິ​ກາ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ວ່າ, ​ເນື່ອງ​ຈາກ​ຄວາມ​ລຳບາກ​ຂອງ​ສົງຄາມ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​​ແລະ​ອີ​ຣັກ​ສ້າງ​ລັດຖະທຳ​ມະນູນ​ເປັນຕົ້ນ, ກອງ​ທະຫານ​ອາ​ເມ​ລິ​ກາຈຶ່ງ​ບໍ່ຫ່ອນ​​ຖອນ​ອອກ​ຈາກ​ອີ​ຣັກ​ກ່ອນ​ເວ​ລາ​ກຳນົດ.

​ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​ທາງ​ວິທະຍຸ​ກະຈາຍສຽງ​ອາທິດ​ລະ​ເທື່ອ​ໃນວັນ​ທີ 13, ທ່ານ​ບຸ​ສກ່າວ​ວ່າ, ການ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​ໄວ​ເກີນ​ໄປ​ຈະ​ເປັນ​ການ​ຫັກ​ຫຼັງ​ປະ​ຊາ​ຊົນ​ອີ​ຣັກ, ອາ​ເມ​ລິ​ກາ​ຖອນ​ທະຫານກ່ອນ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ຮັບ​ຄຸ້ມ​ຄອງ​ວຽກ​ງານ​ຄວາມ​ປອດ​ໄພ​ຂອງ​ອີຣັກທັງ​ໝົດຍັງ​ຈະ​ເປັນ​ໄພ​ອັນຕະລາຍ​ຕໍ່​ຄວາມ​ປອດ​ໄພ​ບົນ​ດິນ​ແດນ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ວ່າ, ກໍ່​ຍ້ອນວ່າ​ອາ​ເມ​ລິ​ກາ​​ໄດ້ຮັກສາ​ທ່າ​ບຸກຢູ່​ແນວ​ໜ້າ​ສົງ​ຄາມ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ທີ່​ອີຣັກ​ແລະ​ອາ​ຟກາ​ນິສຖານ​ເປັນຕົ້ນ, ຈຶ່ງ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ບໍ່​ໄດ້​ປະ​ເຊີນ​ກັບ​ການ​ຂົ່ມຂູ່​ຂອງ​ພວກ​ກໍ່​ການຮ້າຍບົນ​ດິນ​ແດນ​ປະ​ເທດ​ຕົນ.