ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 11:01:23    
ຂົວ​ອາກາດ​ວັນ​ທີ15ສິງຫາ(ສຽງ)

cri Author: zhangshuo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ຂົວ​ອາກາດ.
​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ຖາມ​ຂ່າວ​ຫາ​ນ້ອງ​ສຸລິ​ຈັນ​ທີ່ບ້ານ​ໄຊ​ອຸດົມ​ເມືອງ​ຄັນທະ​ບູລີ​ແຂວງ​ສະຫວັນ​ນະ​ເຂດ.

ວັນ​ທີ7​ກັນຍາ​ຄື​ວັນ​ພຸດ​ແລ້ວ​ນີ້, ພວກ​ເຮົາ​ໄດ້​ອ່ານ​ອີ​​ແມວຂອງ​ນ້ອງ​ສຸລິ​ຈັນ​ໃນ​ລາຍການ​ຂົວ​ອາກາດ​. ມື້ວານ​ນີ້, ນ້ອງ​ໄດ້​ຂຽນ​ອີ​​ແມວ​ມາ​ອີກ​ວ່າ: ລາຍການ​ໃນ​ມື້​ນັ້ນ, ນ້ອງ​ໄດ້​ຟັງ​ແລ້ວ, ຮູ້ສຶກ​ດີ​ໃຈ​ທີ່​ສຸດ, ​ເພາະວ່າ​ໄດ້​ເວົ້າ​ເຖິງ​ເລື່ອງ​ທີ່​ກ່ຽວ​ກັບ​ນ້ອງ​ນັ້ນ​ເອງ. ນອກ​ນີ້, ນ້ອງ​ຍັງ​ໄດ້​ແນະນຳ​ລາຍການ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວ​ກ​ເຮົາ​ໄປ​ໃຫ້​ເພື່ອນ​ມິດ​ແລະ​ພະນັກງານ​ໃນ​ຫ້ອງ​ການດຽວ​ກັນ​ຟັງ. ນະ​ທີ່​ນີ້, ພວກ​ເຮົາ​ກໍ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ນ້ອງ​ສຸລະ​ຈັນຫຼາຍໆ​ທີ່​ໄດ້​ແນະນຳ​ລາຍການ​ວິທະຍຸ​ພວກ​ເຮົາ​ສູ່​ໝູ່​ຟັງ. ພ້ອມ​ດຽວ​ກັນ​ນັ້ນ, ພວກ​ເຮົາ​ກໍ​ບອກ​​ໃຫ້ຜູ້​ຟັງ​ທັງຫຼາຍ​ຮູ້​ວ່າ, ຖ້າ​ທ່ານ​​ມີ​ເລື່ອງ​ມ່ວນໆ​ແນວ​ໃດ​ຫຼື​ວ່າ​ມີ​ເລື່ອງ​ມ່ວນ​ກ່ຽວ​ກັບ​ການ​ຟັງ​ວິທະຍຸ​ພວກ​ເຮົາ​ນັ້ນ, ກໍຂໍ​ໃຫ້​ທ່ານ​ຂຽນ​ຈົດໝາຍ​ມາ​ໃຫ້​ພວກ​ເຮົາ, ພວກ​ເຮົາ​ຈະ​ຈັດ​ຈົດໝາຍ​ຂອງ​ທ່ານ​ເຂົ້າ​ໃນ​ລາຍການ​ວິທະຍຸ, ​ໃຫ້​ຜູ້​ຟັງ​ທັງຫຼາຍ​​ໄດ້ມ່ວນ​​ນຳ​ກັນ.

​ໃນ​ລາຍການ​ມື້​ນີ້​ພວກ​ເຮົາ​ຈະ​ຈັດ​ເພງຊິວ​ທຽນ​ເຕີ​ຫ້າ​ຍ ​ທະ​ເລ​ໃນ​ລະດູ​ໃບ​ໄມ້ຫຼົ່ນສູ່​ນ້ອງ​ສຸລິຈັນ​ຟັງ, ຫວັງ​ວ່າ​ນ້ອງ​ຄົງ​ຈະ​ມັກ.