|
 |
(GMT+08:00)
2005-08-15 15:58:49
|
 |
ອິສຣາແອນເລີ່ມປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວຢ່າງເປັນທາງການ
cri
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ,ເວລາສູນໂມງຂອງວັນທີ 15 ສິງຫາ ກອງທະຫານອິສຣາແອນໄດ້ປິດທາງເຂົ້າໄປຫາຈຸດຕັ້ງຖິ່ນຖານຂອງຊາວຢິວຢູ່ກູສຄາທິຟຂອງກາຊາ,ທັງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ອິສຣາແອນໄດ້ເລີ່ມປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວທີ່ຖອນອອກຈາກແຖບກາຊາແລະຝັ່ງຕາເວັນຕົກແມ່ນ້ຳຈໍແດນຢ່າງເປັນທາງການ.
ເວລາສູນໂມງຂອງວັນທີ 15 ສິງຫາ ຢູ່ທາງເຂົ້າໄປຫາຈຸດຕັ້ງຖິ່ນຖານຊາວຢິວກູສ໌ຄາທິຟ,ກອງທະຫານປ້ອງກັນປະເທດຂອງອິສຣາແອນໄດ້ແຂວນປ້າຍຄຳຂວັນແຜ່ນໜຶ່ງ,ຂຽນວ່າ"ຫ້າມສັນຈອນ,ເຂົ້າກາຊາຜິດກົດໝາຍ!" ເຈົ້າໜ້າທີ່ອິສຣາແອນກ່າວວ່າ,ເລີ່ມແຕ່ດຽວນີ້ເປັນຕົ້ນໄປ,ໄທເມືອງໃນຈຸດຕັ້ງຖິ່ນຖານຊາວຢິວໃດໆທີ່ຄ້າງຢູ່ກາຊາບໍ່ຍອມໜີນັ້ນຈະຖືເປັນການກະທຳທີ່ຜິດກົດໝາຍ,ທະຫານອິສຣາແອນມີສິດອອກຄຳສັ່ງໃຫ້ພວກເຂົາເຈົ້າຖອນອອກໄປ. ພ້ອມກັນນັ້ນ ອີງຕາມຄຳສັ່ງຂອງທ່ານຊາລອນ ນາຍົກລັດຖະມົນຕີແລະທ່ານໂມຟາສ໌ ລັດຖະມົນຕີກະຊວງປ້ອງກັນປະເທດ,ຊາວອິສຣາແອນໃດໆລ້ວນແຕ່ຖືກຫ້າມບໍ່ໃຫ້ເຂົ້າໄປໃນຈຸດຕັ້ງຖິ່ນຖານທັງໝົດ 21 ບ່ອນຢູ່ກາຊາແລະອີກ 4 ບ່ອນຂະໜາດນ້ອຍຢູ່ພາກເໜືອຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ພ້ອມກັນນັ້ນ ທົ່ວປະເທດອິສຣາແອນຈະເຂົ້າສູ່ໃນສະພາວະສຸກເສີນ.
ຕາມແຜນການ,ອິສຣາແອນຈະຖອນຜູ້ຕັ້ງຖິ່ນຖານ 8 ພັນກວ່າຄົນອອກຈາກແຖບກາຊາພາຍໃນ 2 ຮອດ 3 ອາທິດ,ແລະຈະມອບກາຊາໃຫ້ອົງການອຳນາດແຫ່ງຊາດປາເລັສຕີນຢ່າງເປັນທາງການພາຍຫຼັງສອງເດືອນ.
ສື່ມວນຊົນອິສຣາແອນລາຍງານວ່າ,ຕອນຄ່ຳວັນທີ 14 ສິງຫາ ໃນເວລາທະຫານອິສຣາແອນໄປອັດຕັນຈຸດຕັ້ງຖິ່ນຖານຊາເວຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນທີ່ຈະຖອນອອກນັ້ນ,ໄດ້ເກີດການປະທະກັນກັບຜູ້ຕັ້ງຖິ່ນຖານປະມານ 200 ຄົນທີ່ເຕົ້າໂຮມກັນຢູ່ແຫ່ງນັ້ນ,ເຮັດໃຫ້ມືຂອງນາຍທະຫານອິສຣາແອນຜູ້ໜຶ່ງຖືກບາດເຈັບ. ນອກນີ້ ຂ່າວແຈ້ງວ່າ,ຕອນກາງຄືນວັນທີ 14 ສິງຫາ ຈຸດຕັ້ງຖິ່ນຖານແຫ່ງໜຶ່ງຢູ່ກາຊາໄດ້ຖືກພວກປະກອບອາວຸດຂອງປາເລັສຕີນຍິງປືນໃຫຍ່ໃສ່.
ເພື່ອຮັບປະກັນໃຫ້ການຖອນອອກເທື່ອນີ້ດຳເນີນໄປຢ່າງສະດວກ,ອິສຣາແອນໄດ້ແຕ່ງທະຫານຕຳຫຼວດງວດໃຫຍ່ໄປ. ຕາມຊາບວ່າ, ທະຫານຕຳຫຼວດອິສຣາແອນທີ່ເຂົ້າຮ່ວມການຖອນອອກເທື່ອນີ້ມີ 5 ໝື່ນ 3 ພັນກວ່າຄົນ.
ຕາມແຜນການເດີມ,ການຖອນອອກເທື່ອນີ້ຈະກິນເວລາ 4 ອາທິດ,ແຕ່ຫວ່າງມໍ່ໆນີ້ ໃນເວລາທ່ານໂມຟາສ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນໄຂກອງປະຊຸມກັບນາຍທະຫານນັ້ນ ທ່ານກ່າວວ່າ,ທ່ານຫວັງໃຫ້ບັນດາຝ່າຍປະສານສົມທົບຢ່າງແໜ້ນແຟ້ນ,ສຳເລັດການຖອນອອກທັງໝົດກ່ອນວັນທີ 4 ກັນຍາ.
ພ້ອມກັນນັ້ນ ເພື່ອສົມທົບກັບການຖອນອອກຂອງອິສຣາແອນ,ຝ່າຍປາເລັສຕີນກໍໄດ້ກະກຽມຢ່າງເຕັມສ່ວນ. ໃນວັນທີ 14 ສິງຫາ,ກອງທະຫານຮັກສາຄວາມປອດໄພຂອງປາເລັສຕີນຫຼາຍພັນຄົນໄດ້ເລີ່ມຈັດວາງຢູ່ນອກຈຸດຕັ້ງຖິ່ນຖານຂອງຊາວຢິວແຖບກາຊາ,ເພື່ອຂັດຂວາງບໍ່ໃຫ້ຜູ້ປະກອບອາວຸດຂອງປາເລັສຕີນຫຼອນໂຈມຕີເປົ້າໝາຍອິສຣາແອນໃນໄລຍະອິສຣາແອນຖອນອອກໄປ. ນັບມາຮອດຕອນຄ່ຳວັນທີ 14 ສິງຫາ ສະມາຊິກກອງທະຫານຮັກສາຄວາມປອດໄພຂອງປາເລັສຕີນ 7500 ຄົນໄດ້ເຂົ້າປະຈຳໜ້າທີ່ທັງໝົດ. ນອກນີ້ ອິສຣາແອນແລະປາເລັສຕີນຍັງຈະສ້າງຕັ້ງຫ້ອງການເຄື່ອນໄຫວປະສົມຢູ່ເຂດຊາຍແດນກາຊາ,ຕິດຕາມກວດກາຂະບວນການຖອນອອກ,ປະສານວຽກງານຄວາມປອດໄພ.
ໃນຫຼາຍມື້ມານີ້ ວົງການຕ່າງໆຂອງປາເລັສຕີນໄດ້ຈັດການເຄື່ອນໄຫວຢ່າງໃຫຍ່ໂຕມະໂຫລານ,ເພື່ອສະຫຼອງອິສຣາແອນຖອນອອກຈາກແຖບກາຊາ. ແຕ່ຜູ້ນຳອົງການຮາມັສກ່າວວ່າ, ພາຍຫຼັງອິສຣາແອນຖອນອອກຈາກແຖບກາຊາແລ້ວ ພວກເຂົາເຈົ້າຈະດຳເນີນການຕໍ່ສູ້ຕ້ານອິສຣາແອນຕໍ່ໄປ,ຈົນກວ່າອິສຣາແອນສິ້ນສຸດການຍຶດຄອງປາເລັສຕີນ,ຖ້າບໍ່ດັ່ງນັ້ນ ພວກເຂົາເຈົ້າກໍຈະບໍ່ວາງອາວຸດເດັດຂາດ.
|
|
|