ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 18:02:21    
ວົງ​ການ​ສະໜາ​ເຕົາ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຮົງ​ກົງ ມາ​ກາວ​ລະ​ລຶກສົງຄາມ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ

cri
ຕາມ​ຂ່າວcri: ວັນ​ທີ 15 ສິງຫາ,ວົງ​ການ​ສາສະໜາ​ເຕົາ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ຮົງ​ກົງ ມາ​ກາວ​ໄດ້​ຈັດ​ງານ​ເທດສະ​ໜາ​ພາວະນາ​ສັນຕິພາບ​ຂອງ​ໂລກ​ລະ​ລຶກສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ.

ທ່ານ​ເຢີ​ນຝາ​ຢົງ ປະທານ​ສະມາຄົມ​ສາສະໜາ​ເຕົາ​ຂອງ​ຈີນ​ໄດ້​ຕາງໜ້າວົງ​ການ​ສາສະໜາ​ເຕົາ​ຈັດ​ງານ​ພາວະນາ​ສັນຕິພາບ​ຢູ່​ພູ​ມາວ​ຊານ ​ແດນ​ສັກສິດ​ຂອງ​ສາສະໜາ​ເຕົາ​ຢູ່​ແຂວງ​ຈຽງ​ຊູ່ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ໄດ້​ອ່ານ​ຄຳ​ພາວະນາ​ສັນຕິພາບ,ສະ​ແດງ​ຄວາມ​ປາຖະໜາ​ຂອງ​ວົງ​ການ​ສາສະໜາ​ເຕົາ​ທີ່​ຮັກຫອມ​ສັນຕິພາບ ຄັດຄ້ານ​ການ​ຮຸກ​ຮານ ສະ​ແຫວ​ງຫາ​ສັນຕິພາບ​ຂອງ​ໂລກ​ແລະ​ຄວາມສຸກ​ຂອງ​ມວນມະນຸດ.ຜູ້ຕາງໜ້າ​ວົງ​ການ​ສາສະໜາ​ເຕົາ​ແລະ​ສາສະ​ນິກະ​ຊົນ​ສາສະໜາ​ເຕົາ​ຢູ່​ແຫ່ງ​ຕ່າງໆ​ທີ່​ມາ​ຈາກ​ເຂດ​ໃນ ຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ​ລວມ 1 ພັນ​ກວ່າ​ຄົນ​ໄດ້​ເຂົ້າຮ່ວມງານ​ເທດສະ​ໜາ.