ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 18:08:23    
ວົງ​ການ​ພຸດທະສາສະໜາ​​ສອງ​ຝັ່ງ​ຊ່ອງ​ແຄບແລະ​ຮົງ​ກົງ ມາ​ກາວ​ພ້ອມ​ກັນ​ລະ​ລຶກສົງຄາມ​ຈີນ​ຕໍ່​ຕ້ານ​ຍີ່​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ

cri
ຕາມ​ຂ່າວcri:ວັນ​ທີ 15 ສິງຫາ,ຢູ່​ວັດວາອາ​ຮາມ​ໃຫຍ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ,ວົງ​ການ​ສາສະໜາ​ພຸດ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຮົງ​ກົງ ມາ​ກາວ​ໄດ້​ຈັດ​ງານ​ເທດສະ​ໜາ​ພາວະນາ​ສັນຕິພາບ​ຂອງ​ໂລກ​ລະ​ລຶກສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ​ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ​.

ພະສົງ​ທີ່​ມາ​ຈາກ​ເຂດ​ໃນ ຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ໄດ້​ນຳພາ​ລູກສິດ 3 ພັນ​ອົງ,​ເຕົ້າ​ໂຮມ​ຢູ່​ວັດ​ຫລິງ​ກວງ​ປັກ​ກິ່ງ ບ່ອນ​ຈັດ​ງານ​ເທດສະ​ໜາ​ພາວະນາ​ສັນຕິພາບ​ຂອງ​ໂລກ​ຄັ້ງນີ້,ຮ່ວມ​ກັນນົບ​ໄຫວ້​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍສະຫລະ ຊີວິດ​ໃນ​ສົງ​ຄານ​ຕໍ່ຕ້ານ​ຍີ່ປຸ່ນ,ພາວະນາ​ໃຫ້​ປະ​ເທດ​ຊາດ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ໂລກ​ມີ​ສັນຕິພາບ,ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ.

ພະ​ເຊິ້ງຮຸຍ ຮອງ​ປະທານ​ພຸດ​ທະສະ​ມາ​ຄົມ​ຈີນ​ໄດ້​ກ່າວ​ໃນ​ງານ​ພາວະນາ​ວ່າ,ວົງ​ການ​ພຸດທະສາສະ​ໜາ​ຈີນ​ຈະເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະ​ການຮ່ວມ​ມື​ກັບປະ​ເທດ​ແລະ​ປະຊາຊົນ​ທັງ​ໝົດ​ທີ່​ຮັກຫອມ​ສັນຕິ​ພາຍ​ໃນ​ໂລກ.