ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 21:18:53    
ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ສະມາ​ຊິກ​ຄະນະ​ລັດຖະ​ບານ​ແລະ​ສະມາ​ຊິກ​ລັດຖະ​ສະພາ​ສ່ວນ​ໜຶ່ງ​ຂອງ​ຍີ່ປຸ່ນນະ​ມັດສະ​ການ​ວັດ​ຢາ​ຊືຄູ​ນີ

cri Author: da
ຕາມ​ຂ່າວCRI​: ວັນ​ທີ 15 ສິງຫາ ຢູ່​ທີ່​ປັກ​ກິ່ງ ທ່ານ​ຂົງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,​ໃນ​ຖານ​ເປັນ​ປະ​ເທດ​ຖືກ​ທຳລາຍ​ແຮງ​ທີ່​ສຸດ​ໃນ​ການ​ຮຸກ​ຮານຂອງລັດທິ​ລັດຖະທະຫານ​ຍີ່ປຸ່ນ,ຈີນ​ທວງ​ຢ່າງ​ຮ້າຍ​ແຮງໃຫ້ລັດຖະບານ​ຍີ່ປຸ່ນ​​ເອົາ​ໃຈ​ໃສ່​ນຳ​ປະ​ຫວັດ​ສາດ​ແລະ​ສຳ​ຫຼວດຕົນ​ເອງ​ຕໍ່​ການ​ຮຸກ​ຮານ​ດ້ຍຍການ​ກະທຳ​ຕົວ​ຈິງ,ຢ່າ​ເຮັດ​ເລື່ອງ​ທີ່​ທຳລາຍ​ອາລົມ​ຈິດ​ປະຊາຊົນຂອງ​ປະ​ເທດ​ທີ່​ປະສົບ​ໄພ.

ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ 14 ​ແລະ​ວັນ​ທີ 15 ສິງຫາ, ສະມາຊິກ​ຄະນະ​ລັດຖະບານ​ແລະ​ສະມາຊິກ​ລັດຖະສະພາ​ສ່ວນ​ໜຶ່ງຂອງ​ຍີ່ປຸ່ນ​​ໄດ້​ໄປນະມັດສະການ​ວັດ​ຢາ​ຊືຄູ​ນີທີ່​ມີ​ປ້າຍ​ອາ​ຊະ​ຍາກ​ອນສົງ​ຄາມ​ຊັ້ນ ກ .

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຂົງສວນ​ເວົ້າວ່າ,​ມີ​ຄວາມ​ຮັບ​ຮູ້​ອັນ​ຖືກຕ້ອງ​ແລະປະຕິບັດ​ຕໍ່ປະຫວັດ​ການ​ຮຸກ​ຮານ​ຂອງ​ລັດທິ​ລັດຖະທະຫານ​ຍີ່​ປຸ່ນ​ແມ່ນ​ເງື່ອນ​ໄຂອັນ​ຈຳ​ເປັນ​ທີ່​ຍີ່ປຸ່ນ​ໄດ້​ຮັບ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ໃກ້​ຄຽງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ,ກໍ​ແມ່ນ​ພື້ນຖານ​ການ​ເມືອງ​​ແຫ່ງ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ຈີນກັບ​ຍີ່ປຸ່ນ.