ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-15 22:02:28    
ວົງ​ການ​ສາສະ​ໜາ​ຈີນ​ປະ​ກາດ​ສານ​ສັນຕິ​ພາບ​ລະ​ລຶກ​ສົງ​ຄາມ​ປະຊາ​ຊົນ​ຈີນ​ຕໍ່​ຕ້ານ​ຍີ່ປຸ່ນ​ແລະ​ສົງ​ຄາມ​ໂລກ​ຕໍ່ຕ້ານ​ຟັດ​ຊິດ​​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ(ສຽງ)

cri Author: da


ເພື່ອ​ລະ​ລຶກສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະສົງຄາມ​ໂລກ​ຕໍ່ຕ້ານຟັດ​ຊິດ​​​ໄດ້​ຮັບໄຊຊະນະ​ຄົບຮອບ 60 ປີ,ວັນ​ທີ 14 ສິງຫາ,ຄະນະ​ກຳມະການ​ສັນຕິພາບວົງ​ການ​ສາສະໜາ​ຈີນ​ໄດ້​ຈັດ​ງານ​ສົນທະນາ​ແລະ​ປະກາດ"​ສານ​ສັນຕິພາບ​ຂອງ​ວົງ​ການ​ສາສະໜາ​ຈີນ".ສານ​ຂຽນ​ວ່າ,ການ​ລົບ​ລ້າງ​ກົກ​ຮາກຂອງ​ສົງຄາມ,ຕັ້ງໜ້າ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແມ່ນ​ພາລະໜ້າ​ທີ່​ທີ່​ສັກກາລະບູຊາ​ຂອງ​ຜູ້​ເຊື່ອ​ຖື​ສາສະໜາ,ບັນດາສາສະໜາຄວນ​​ເກາະ​ແຂນ​ກັນ,ພ້ອມ​ກັນ​ພະຍາຍາມ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ມວນ​ມະນຸດ.

ບຸກຄົນ​ທີ່​​ເຂົ້າຮ່ວມງານ​ສົນທະນາ​ໄດ້​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ສົງຄາມ​ໂລກ​ຕໍ່ຕ້ານ​ຟັດ​ຊິດ​ແມ່ນ​ສົງຄາມອັນ​​ເປັນ​ທຳທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດ​ມວນ​ມະນຸດ,ສົງ​ຄາມ​ອັນເປັນ​ທຳ​ຂອງປະຊາຊົນຂອງ​ບັນດາ​ເຜົ່າ​ທີ່​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ ຍາດ​ແຍ່ງ​ໃຫ້​ຊົນ​ເຜົ່າຮັບ​ການປົດ​ປ່ອຍ​ນັ້ນ​ແມ່ນ​ພາກ​ປະກອບ​ສ່ວນ​ທີ່​ສຳຄັນ​ຂອງສົງຄາມ​ໂລກ​ຕໍ່ຕ້ານ​ຟັດ​ຊິດ.

​ໃນ​ເວລາ​ປະກອບ​ຄຳ​ເຫັນ,ທ່ານ​ເຊີ້ງ​ຫຸ່ຍ ຮອງ​ປະທານ​ພຸດທະສະມາຄົມ​ຈີນ​ໄດ້​ຊີ້​ອອກ​​ວ່າ:
"ປີ​ນີ້​ແມ່ນ​ປີ​ສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະສົງຄາມ​ໂລກຕ້ານຟັດ​ຊິດ​​​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ,ການ​ຫວນ​ຄືນ​ແລະ​ສຳ​ຫຼວດປະຫວັດ​ຕອນ​ນີ້,ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ເພີ່ມ​ທະວີ​ການ​ສຶກສາ​ລັດທິ​ຮັກ​ຊາດ,ຊຸກຍູ້​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ຊົນ​ເຜົ່າ ​ຄວາມ​ປອງດອງ​ກັນ​ລະຫວ່າງ​ບັນດາ​ສາສະໜາ ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຊາດ ​ຊຸກຍູ້​ມິດຕະພາບລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ."

​6​0 ປີ​ກ່ອນ,​ໂດຍ​ຜ່ານ​ການ​ຕໍ່ສູ້​ຢ່າງ​ລຳບາກກາກກຳທີ່ສຸດ,ປະຊາຊົນ​ຈີນ​ໄດ້​ຮັບ​​ໄຊຊະນະ​ຮອບດ້ານ​ໃນ​ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງຍີ່ປຸ່ນ,ປະຊາຊົນ​ຈີນ​ກໍ​ໄດ້ປະສົບຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​,ທະຫານ​ແລະ​ປະຊາຊົນ​ 35 ລ້ານ​ກວ່າ​ຄົນ ​ໄດ້​ເສຍ​ຊີວິດຫຼື​ບາດ​ເຈັບ,ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ແລະ​ການ​ສິ້ນເປືອງ​ໃນ​ສົງ​ຄາມ​ບັນລຸ 560 ຕື້​ກວ່າ​ໂດ​ລາ​ສະຫະລັດ.ທ່ານ​ເສີນ​ກວາງ​ຢວນ ປະທານ​ສະມາຄົມ​ພຸດທະ​ສາສະໜາ​ອິສລາມ​ຈີນ​ເຫັນ​ວ່າ,ປະຫວັດສາດ​ໃນ 60 ປີ​ກ່ອນ​ແມ່ນ​ເລື່ອງ​ທີ່​ຫຼີກ​ເວັ້ນບໍ່​ໄດ້.ທ່ານ​​ເວົ້າວ່າ:

"ລັດຖະບານຍີ່ປຸ່ນ​ບໍ່​ເອົາ​ຫົວຊານຳ​ຄວາມ​ຄັດຄ້ານ​ຂອງ​ຫາງ​ສຽງ​ໂລກ,ບໍ່​ເອົາ​ຫົວຊາ​ນຳ​ອາລົມ​ຈິດ​ຂອງ​ປະຊາຊົນ​ຈີນ,​​ໄປ​ນະມັດສະການ​ວັດ​ຢາ​ຊືຄູ​ນີຕາມລຳພັງໃຈດັດ​ແກ້​ແບບຮຽນ​,ທັງ​ຢາກ​ລົບ​ລ້າງ​ຄວາມ​ໂທດ​ກຳ​ຂອງ​ຜູ້​ຮຸກ​ຮານ​ຂອງ​ຍີ່ປຸ່ນ,ຟື້ນ​ຟູ​ລັດທິ​ລັດຖະທະຫານ​ຍີ່ປຸ່ນ,​ແນ່​ນອນ​ຕ້ອງ​ຖືກ​ປະຊາຊົນ​ຈີນ​ແລະ​ປະຊາຊົນ​ທົ່ວ​ໂລກ​ທີ່​ທະນຸຖະໜົມ​ສັນຕິພາບນັ້ນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ."
​ໃນ​ງານ​ສົນທະນາ ທ່ານ​ຕິງ​ກວາງ​ຊູນ ປະທານ​ຄະນະ​ກຳມະການ​ສັນຕິພາບ​ວົງ​ການ​ສາສະໜາ​ຈີນ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ອ່ານ" ສານ​ສັນຕິພາບ​ຂອງ​ວົງ​ການ​ສາສະໜາ​ຈີນ".ສານ​ສະບັບ​ນີ້​ຫວັງ​ໃຫ້​ບັນດາ​ສາສະໜາ​ຕ້ອງ​ເສີມ​ຂະຫຍາຍຫຼັກທຳສາສະໜາ​ທີ່ສັນຕິພາບ​ແລະ​ຄວາມກົມກຽວ​ກັນ,ຊຸກຍູ້​ການ​ແລກປ່ຽນ​ທາງ​ສາສະໜາ​ລະຫວ່າງ​ຊາດ,ສະໜັບສະໜູນ​ແລະ​ຊຸກຍູ້​ການ​ສົນທະນາ​ທີ່​ຂ້າມ​ສາສະໜາ,​ເພີ່ມ​ທະວີ​ການ​ແລກປ່ຽ​ນ​ແລະ​ຄວາມ​ສາມັກຄີ​ລະຫວ່າງ​ຜູ້​​ເຊື່ອ​ຖື​ສາສະໜາ​ຂອງ​ບັນດາ​ປະ​ເທດ.

"ສັນຕິພາບ​ແມ່ນ​ສິ່ງ​ສະ​ແຫວ​ງຫາ​ຮ່ວມຂອງບັນດາ​ສາສະໜາ,ຕ້ອງ​ເສີມ​ຂະຫຍາຍ​ຈຸ​ດດີຂອງ​ໃຜລາວ,​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ຄວາມ​ເຂົ້າ​​ໃຈ​ກັນ​ບົນ​ພື້ນຖານ​ສະ​ເໝີ​ພາບ ​ເມດ​ຕາໃຈກວ້າງຂວາງ​ ​ໂຄລົບ​ແລະ​ປະນີປະນອມ​ກັນ,ນີ້​ຍ່ອມ​ຈະ​ເກີດ​ມີ​ຜົນ​ສະທ້ອນ​ອັນ​ຍາວ​ໄກ​ເລິກ​ເຊິ່ງຕໍ່​ສັນຕິພາບ​ຂອງ​ໂລກ."

​ເພື່ອ​ສະ​ແດງ​ຄວາມ​ປາຖະໜາ​ຂອງ​ວົງ​ການ​ສາສະໜາ​ຈີນ​ທີ່​ຄັດຄ້ານ​ສົງຄາມ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ຖາວອນ​ຂອງ​ມວນ​ມະນຸດ,​ແຕ່ວັນ​ທີ 15 ຮອດ​ວັນ​ທີ 20 ສິງຫາ,ພຸດທະ​ສາສະໜາ ສາສະໜາ​ເຕົາ ສາສະໜາ​ອິສລາມ ສາສະໜາ​ໂລ​ມັງ​ກະ​ໂຕ​ລິກ​ແລະ​ສາສະໜາ​ຄຼິສຕຽນ​ຂອງຈີນໄດ້​ຈັດການ​ເຄື່ອນ​ໄຫວສັກກາລະ​ບູຊາສັນຕິພາບ​ຢູ່​ສະຖານ​ທີ່​ເຄື່ອນ​ໄຫວ​ສາສະໜາ​ຕາມ​ຄວາມ​ມູນ​ເຊື້ອ​ຂອງ​ໃຜລາວ​ໃນ​ແຫ່ງຕ່າງໆ​ຂອງ​ຈີນ​ເປັນ​ລຳດັບ.

ຕອນ​ເຊົ້າວັນ​ທີ 15 ສິງຫາ,ວົງ​ການ​ພຸດ​ທະ​ສາສະໜາ​ຈີນ​ໄດ້​ຈັດທຳ​ມະ​ພິທີ​ສັນຕິພາບ​ຢູ່​ວັດແຫ່ງ​ຕ່າງໆຂອງ​ຈີນ,ລະ​ລຶກສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະສົງຄາມ​ໂລກ​ຕໍ່ຕ້ານຟັດ​ຊິດ​ເອົາ​ໄຊຊະນະ​ຄົບຮອບ 60 ປີ,ອະທິຖານ​ສັນຕິພາບ​ໃນ​ໂລກ.ຢູ່​ວັດ​ຫຼິງ​ກວາງປັກ​ກິ່ງ ສະຖານ​ທີ່​ຕົ້ນຕໍ​ຂອງ​ທຳ​ມະ​ພິທີ​ສັນຕິພາບ​​ເທື່ອ​ນີ້,ຄູບາ​ອາຈານ​ແລະ​ສາສະ​ນິກະ​ຊົນ​ທີ່​ມາ​ຈາກສອງ​ຝັ່ງ​ຊ່ອງ​ແຄບ​ແລະຮົງ​ກົງ ມາກາວ​ຂອງ​ຈີນ​ລວມ 3 ພັນ​ຄົນ,​ໄດ້​ພ້ອມ​ກັນນົບໄຫວ້ນັກ​ລົບ​ແລະ​ພີ່ນ້ອງ​ຮ່ວມ​ຊາດຂອງ​ຈີນທີ່ເສຍ​ຊີວິດ​ໃນ​ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ,ຫວັງ​ໃຫ້​ປະ​ເທດ​ຊາດໂຮມ​ເຂົ້າເປັນ​ເອກະ​ພາບ​ກັນ,ສ້າງ​ສາຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ເຂັ້ມ​ແຂງ,​ໃຫ້ໂລກ​ມີ​ສັນຕິພາບຈົນ​ເທົ່າ​ໃດໆ,ປະຊາຊົນ​ມີ​ຄວາມສຸກ​ສຳລານ​ແລະ​ສະຫງົບ.