ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 15:02:22    
ຈີນ​ຈະ​ວາງ​ມາດ​ຕະ​ການ​ໃໝ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ໃຫ້​ຂະ​ຫຍາຍ​ຕົວ​ອອກ

cri Author: zhangshuo
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ວັນ​ທີ 15 ສິງຫາ,ງານ​ສຳ​ມະ​ນາວິຊາ​ການ​ທັນ​ສະ​ໄໝ​ຈີນ​ຂອງ​ສອງ​ຝັ່ງ​ຮ່ອມ​ທະ​ເລ​ຄັ້ງທີ11​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ເມືອງ​​ເຊ້ຍ​ເມີນ​ຂອງ​ແຂວງ​ຟູ​ຈ້ຽນ​ຂອງ​ຈີນ.​ໃນ​ພິ​ທີ​ໄຂ​ງານ,​ທ່ານ​ຊຸ່ນ​ຢາ​ຟູ່ ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້ຫວັນ​ຂອງ​ຄະ​ນະ​ລັດ ຖະ​ບານ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ແຜ່ນ​ດິນ​ໃຫຍ່​ຈະ​ຄົ້ນ​ຄວ້າ​ແລະ​ວາງ​ມາດ​ຕະ​ການ​ໃໝ່​ຈຳ​ນວນ​ໜຶ່ງ​ທີ່​​ເພີ່ມ​ທະ​ວີ​ການ​​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝັ່ງ ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ມີ​ການ​ຂະ​ຫຍາ​ຍຕົວ​ໂດຍ ສັນ​ຕິ​ພາບ​ແລະ​ໝັ້ນ​ທ່ຽງ​ຕື່ມ​ອີກ.

ທ່ານ​ຊຸ່ນຢາ​ຟູ່ກ່າວ​ວ່າ,ຈະ​ສືບ​ຕໍ່​ສົ່ງ​ເສີມແລະ​ຊຸກຍູ້​​​ໃຫ້ພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ແລກ​ປ່ຽນ​ແລະ​​ໄປ​ມາ​ຫາ​ສູ່​ກັນ,​ຮ່ວມ​ມື​ກັນຮອບດ້ານ​​ໃນດ້ານ​ເສດ​ຖະ​ກິດ,​ຊຸກ​ຍູ້​ໃຫ້​ອົງ​ການ​ຂະ​ແໜງ​ການ​ດຽວ​ກັນ​ຂອງ​ປະ​ຊາ​ຊົນ​ສອງ​ຝັ່ງ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​​ເໝົາ​ຍົນ​ເພື່ອ​ຂົນ​ສົ່ງ​ຄົນ​ແລະ​ຂົນ​ສົ່ງ​ສິນ​ຄ້າ,​ຊຸກ​ຍູ້​​ໃຫ້​ສອງ​ຝັ່ງ​ໄປ​ມາ​ຫາ​ສູ່​ກັນ​ໂດຍ​ກົງ​​ໃນ​ດ້ານ​ການ​ເດີນ​ເຮືອ ​ເດີນ​ອາ​ກາດ ການ​ຄ້າ​ແລະ​ໄປ​ສະ​ນີ.​ສືບ​ຕໍ່​ແລກ​ປ່ຽນ​ແລະ​ສົນ​ທະ​ນາ​ກັບ​ບັນ​ດາ​ພັກ​ຝ່າຍ ໝູ່​ຄະ​ນະ​ແລະ​ບຸກ​ຄົນ​ຕົວ​ແທນ​ຂອງ​ໄຕ້​ຫວັນ​ທີ່​ເຫັນ​ດີ​ເຫັນ​ພ້ອມ​ນຳ​ມະ​ຕິ​ເອ​ກະ​ສັນ​ປີ 1992,ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,​​ແລະມີ​ເຈດ​ຈຳນົງ​​ໃຫ້​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ.ສືບ​ຕໍ່​ຊຸກ​ຍູ້​​ໃຫ້​ຟື້ນ​ຟູ​ການ​ສົນ​ທະ​ນາ​ແລະ​​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝັ່ງ​ບົນ​ພື້ນຖານ​ມະຕິ​ເອ​ກະ​ສັນ​ປີ​1992.