ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 15:57:00    
ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ກັບ " ຂະ​ບວນ​ການ​ອາ​ເຈະ​ເສລີ " ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ຢ່າງ​ເປັນ​ທາງ​ການ

cri Author: zhangshuo
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ,ວັນ​ທີ 15 ສິງ​ຫາ,ຢູ່​ແຮນ​ຊິງ​ກີ ນະຄອນ​ຫຼວງ​ແຟງ​ລັງ,ຜູ້​ແທນ​ຂອງ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ແລະ​ຂອງ​ຂະ​ບວນການອາ​ເຈະ​​ເສລີ ອົງການລັດທິ​ແບ່ງ​ແຍກ​ອາ​ເຈະ​ໄດ້​ເຊັນ​ສັນຍາ​ສັນຕິພາບ​ຢ່າງ​ເປັນ​ທາງ​ການ. ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ,​ເຖິງ​ວ່າການ​ປະ​ຕິ​ບັດ​ເນື້ອ​ໃນ​ລະ​ອຽດ​ຂອງ​ສັນຍາ​ຢ່າງ​ແທ້​ຈິງ​ຍັງ​ແມ່ນ​ໜ້າ​ທີ່​ອັນ​ລຳ​ບາກ​ກໍ​ຕາມ,​ແຕ່​ການ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ດັ່ງ​ກ່າວ​ມີ​ຫວັງນຳ​ເອົາ​ສັນຕິພາບ​ຖາ​ວອນ​ມາ​ໃຫ້​ເຂດ​ອາ​ເຈະ.

ອີງ​ຕາມ​ສັນຍາ​ສັນຕິພາບ,ຂະ​ບວນການອາ​ເຈະ​ເສ​ລີ​ທີ່​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ປະ​ລະ​ຄວາມ​ຮຽກຮ້ອງ​ເປັນ​ເອ​ກະ​ລາດ​ນັ້ນ​ຈະ​ປົດ​ອາ​ວຸດ​ໝົດ​ແລະ​ມອບ​ອາ​ວຸດ ກ່ອນ​ວັນ​ທີ 31 ທັນວາ​ປີ​ນີ້, ​ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ​ກໍຖອນ​ກອງ​ທະຫານ​ແລະ​ຕຳ​ຫຼວດ​ສ່ວນ​ໜຶ່ງ​ອອກ​ຈາກ​ເຂດ​ອາ​ເຈະ; ຫຼັງ​ຈາກ​ນັ້ນ ລັດຖະບານ​ຈະ​ນີ​ລະ​ໂທດ​​ໃຫ້​ສະມາຊິກ​ຂະ​ບວນ​ການ​ອາ​ເຈະ​ເສລີ​ທີ່​ບໍ່​ໄດ້​ເຂົ້າຮ່ວມ​ການ​ຕ້ອງ​ໂທດ​ອາຍາ,​ແລະ​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເຈົ້າກັບ​ຄືນ​ສູ່​ສັງຄົມ.

​ເຂດ​ອາ​ເຈະຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ,ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຫຼາຍ​ຢ່າງ​ເຊັ່ນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ​ເປັນ​ຕົ້ນ​ຢ່າງ​ອຸ​ດົມ​ສົມ​ບູນ,​ແມ່ນ​ແຂວງ​ໜຶ່ງ​ທີ່​ມີ​ຊັບ​ພະ​ຍາ​ກອນ​ອຸ​ດົມ​ສົມ​ບູນ​ກວ່າ​ໝູ່​ຂອງ​ອິນ​​ໂດ​ເນ​ເຊຍ. ຂະ​ບວນການອາ​ເຈະ​ເສລີ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1976​ ໄດ້​ຮຽກ​ຮ້ອງ​​ເປັນ​ເອ​ກະ​ລາດ​ໂດຍ​ອ້າງ​ວ່າການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ແຫ່ງ​ລັດ​ບໍ່​ສະ​ໝ່ຳສ​ະ​ເໝີ​ກັນ.

ການ​ເຄື່ອນ​ໄຫວຂອງ​ລັດທິ​ແບ່ງ​ແຍກ​ອາ​​ເຈະບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ຊົນ​ເຜົ່າ​ທີ່​​ໄດ້​ລົບ​ກວນ​ອິນ​ໂດ​ເນ​ເຊຍ​ເປັນ​ເວລາ​ດົນ​ນານ​ແລ້ວ​ທໍ່​ນັ້ນ,ຫາກ​ຍັງ​ໄດ້​ມີ​ຜົນ​ກະ​ສະ​ທ້ອນ​ທາງ​ລົບ​ຕໍ່​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​​ທ້ອງ​ຖິ່ນຂອງ​ປະ​ເທດ​ອ້ອມ​ຂ້າງອີກ​ດ້ວຍ.​ສະ​ນັ້ນ,​ປະ​ຊາ​ຄົມ​ໂລກ​ຈຶ່ງ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ທີ່​ແລະ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ການ​ສະ​ບັບ​ນີ້.​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​​ຕີ​ລາ​ຄາ​ຢ່າງ​ຕັ້ງ ໜ້າ​ຕໍ່​ການ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ,​ເຫັນ​ວ່າ,​ການ​ເຊັນ​ສັນ​ຍາ​ສະບັບ​ນີ້​ຈະ​ນຳ​​ເອົາ​ສັນ​ຕິ​ພາບ​ຖາ​ວອນ​ໃຫ້​ອາ​ເຈະ.

ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,ການ​ເຊັນ​ສັນຍາ​ສັນຕິພາບທາງ​ການ​ພຽງ​ແຕ່​ແມ່ນ​ບາດ​ກ້າວ​ທຳ​ອິດ​ທີ່​​ເຮັດ​ໃຫ້ອາ​ເຈະ​ບັນລຸ​ສັນຕິພາບ​ຖາວອນ,ໜ້າ​ທີ່​ອັນ​ລຳບາກ​ກາກ​ກຳ​ກວ່າ​ເກົ່າ​ແມ່ນ​ສອງ​ຝ່າຍ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ມາດຕາ​ທີ່​ກຳນົດ​ໄວ້​ໃນ​ສັນ​ຍາ​ຢ່າງ​ແທ້​ຈິງ.ກ່ອນ​ອື່ນ, ຜູ້ນຳ​ສ່ວນ​ຫຼາຍ​ຂອງ​ຂະ​ບວນ​ການ​ອາ​ເຈະ​ເສລີອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເປັນ​ເວລາ​ຍາວ​ນານ,​ແຕ່​ພວກ​ປະກອບອາວຸດ​ທີ່ຕ້ານ​ລັດ​ຖະ​ບານ​ແຈກ​ຢາຍ​ອາ​ໄສ​ຢູ່​ເຂດ​ພູ​ດອຍ​ອັນ​ກວ້າງ​ໃຫຍ່ ​ໄພສານ​ປົນ​ກັນ​ກັບປະຊາຊົນ​ທ້ອງ​ຖິ່ນ​, ພວກ​ເຂົາ​ເຈົ້າ​ຈະ​ຕອບ​ສະ​ໜອງ​ແລະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ທີ່​ຜູ່​ນຳ​ຂອງ​ເຂົາ​ເຈົ້າ​ເຊັນ​ນັ້ນ​ຫຼື​ບໍ່​ກໍ​ຍັງ​ບໍ່​ຮູ້​ເທື່ອ.

ສອງ,​ເຮັດ​​ແນວ​ໃດ​ປະຕິບັດ​ແຜນການຊົດ​ໃຊ້​ທາງ​ເສດຖະກິດ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ຂະ​ບວນ​ການ​ອາ​ເຈະ​ເສ​ລີ​ທີ່​ຖືກ​ນີລະ​ໂທດ​ພິ​ເສດ​ກໍ່​ແມ່ນ​ບັນຫາ​ຍາກ.​ພາຍ​ຫຼັງ​ຄົນ​ເຫຼົ່າ​ນີ້​ກັບ​ຄືນ​ສູ່​ສັງ​ຄົມ​ແລ້ວ,​ຖ້າ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ,ພວກ​ເຂົາ​ເຈົ້າ​ແມ່ນ​ຈະ​ກັບ​ຄືນ​ສູ່​ສັງ​ຄົມ ຢ່າງ​ແທ້​ຈິງ​ຍາກ​ຫຼາຍ.

ສາມ,ຂະ​ບວນການ​ອາ​ເຈະສລີກໍພວມ​ສັງ​ເກດ​ເບິ່ງ​ວ່າ​ລັດ​ຖະ​ບານ​ຈະ​ນິ​ລະ​ໂທດ​ແລະ​ຟື້ນ​ຟູ​ສິດ​ການ​ເມືອງ​ຂອງສະມາຊິກ​ຂອງ​ພວກ​ເຂົາ​ເຈົ້າ​ແນວ​ໃດ​ຈະ​ສ້າງ​ສາ​ອາ​ເຈະ​ແນວ​ໃດ​ແລະ​ຖອນ​ທະ​ຫານ​ອອກ​ຈາກ​ອາ​ເຈະ​ແນວ​ໃດ.ຖ້າວ່າ​ມີ​ຝ່າຍ​ໃດ​ຝ່າຍ​ໜຶ່ງບໍ່​ປະ​ຕິ​ບັດ​ຕາມ​ສັນ​ຍາ,​ຂະ​ບວນ​ການ​ສັນ​ຕິ​ພາບ​ກໍ​ຈະ​ຖືກ​ກີດ​ຂວາງ.

ບັນຫາ​ຍາກ​ບັນຫາສຸດ​ທ້າຍ​ແມ່ນ​ຄວນ​ເຮັດ​ແນວ​ໃດ​ປົດ​ອາວຸດ​ຂອງຂະ​ບວນການ​ອາ​ເຈະ​ເສ​ລີ.​​ແຕ່​ກ່ອນ,​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ກັບຂະ​ບວນການ​ອາ​ເຈະ​ເສ​ລີ​ເຄີຍ​ເຊັນ​ສັນ​ຍາ​ຢຸດ​ຍິງ​ສອງ​ເທື່ອ​ແຕ່​ປະ​ຕິ​ບັດ​ບໍ່​ໄດ້​ຍ້ອນ​ມີ​ຄວາມ​ເຫັນ​ຂັດ​ກັນ​ໃນ​ບັນຫາ​ປົດ​ອາ​ວຸດ.​ແຕ່​ຫາງ​ສຽງ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ທະ​ແນມ​ແຕ່​ລັດ​ຖະ​ບານ​ອິນ​​ໂດ​ເນ​ເຊຍ​ກັບ​ອິດ​ທິ​ກຳ​ລັງ​ທຸກ​ຝ່າຍ​ຂອງ​ອາ​ເຈະ​ເຮັດ​ຖືກ​​ໃຈ​ປະ​ຊາ​ຊົນ,​ປະ​ຕິ​ບັດ​ເນື້ອ​ໃນ​ລະ​ອຽດ​ຂອງ​ສັນ​ຍາ​ຢ່າງ​ຈິງ​ໃຈ​ແລ້ວ,ກໍ​ຈະ​ນຳ​​ເອົາ​ສັນ​ຕິ​ພາບ​ຖາ​ວອນ​ໃຫ້​ປະ​ຊາ​ຊົນ​ອາ​​ເຈະ​ທີ່​ປະ​ສົບ​ຄວາມ​ທຸກ​ທໍ​ລະ​ມານ​ຍ້ອນ​ເສິກ​ສົງ​ຄາມ​ຍາວ​ນານ.