ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 16:20:35    
ກອງ​ປະຊຸມ​ຊາວ​ຈີນ​ຕ່າງ​ດ້າວ​ໃນ​ທົ່ວ​ໂລກຊຸກຍູ້​ການ​​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ໄຂ​ຂຶ້ນ​ຢູ່​ກຸງ​ວຽນ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ກອງ​ປະຊຸມ​ລະ​ລຶກ​ໂລກ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊຊະ​ນະ​ຄົບ​ຮອບ 60 ປີ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ໃນ​ທົ່ວ​ໂລກ​ຊຸກຍູ້​ການ​​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​​ໂດຍ​ສັນຕິ​ໄດ້ໄຂ​ຂຶ້ນ​ຢູ່​ກຸງ​ວຽນ​ໃນ​ວັນ​ທີ 15 ສິງ​ຫາ,ຜູ້​ແທນ​ຊາວ​ຈີນ​ຕ່າງ​ດ້າວ 800 ຄົນ​ທີ່​ມາ​ຈາກ 66 ປະ​ເທດ​ແລ​ະ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ​ໂລ​ຮາວ​​ໄຊ ຮອງ​ປະ​ທານ​ສະມາຄົມ​ຊຸກຍູ້​ການ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ໂດຍ​ສັນຕິ​ຂອງ​ຈີນ​ກ່າວ​ຄຳ​ປາ​ໄສ​ວ່າ,"​ກົດ​ໝາຍ​ຕ້ານ​ການ​ແບ່ງ​ແຍກ​ປະ​ເທດ​ຊາດ​"ທີ່​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຜ່ານ​ຮັບ​ຮອງ​ນັ້ນ​ໄດ້​ສ່​ອງ​ແສງ​ຢ່າງ​ເຕັມທີ່​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ລັດຖະ​ບານ​ຈີນ​ທີ່​ອອກ​ແຮງ​ສຸດ​ຂີດ​ຍາດ​ແຍ່ງ​ການ​ໂຮມ​ເປັນ​ເອກະ​ພາບ​ໂດຍ​ສັນຕິ​ດ້ວຍ​ຄວາມ​ຈິງ​ອົກ​ຈິງ​ໃຈ​ຫຼາຍ​ທີ່​ສຸດ,ກໍ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຮ່ວມ​ແລະ​ຄວາມ​ຕັດສິນ​ໃຈ​ອັນ​ໜັກ​ແໜ້ນ​ຂອງ​ປະຊາ​ຊົນ​ຈີນ​ທົ່ວ​ທັງ​ຊາດ​ທີ່​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ,​ເດັດຂາດ​ບໍ່​ອະນຸ​ຍາດ​ໃຫ້​ໄຕ້​ຫວັນ​ເປັນ​ເອກະ​ລາດ.